Monday, September 23, 2024
Homeຂ່າວການເມືອງທູດລາວປະຈຳອິນເດຍ ຮ່ວມກອງປະຊຸມໃຫຍ່ ຄັ້ງທີ 19 ຂອງພັກກຸ່ມກ້າວໜ້າທົ່ວອິນເດຍ

ທູດລາວປະຈຳອິນເດຍ ຮ່ວມກອງປະຊຸມໃຫຍ່ ຄັ້ງທີ 19 ຂອງພັກກຸ່ມກ້າວໜ້າທົ່ວອິນເດຍ

ໂດຍຕອບສະໜອງຕາມຈົດໝາຍເຊີນ ຂອງ ພັກກຸ່ມກ້າວໜ້າທົ່ວອິນເດຍ “All India Forward Bloc”, ທ່ານ ບຸນມີ ວັນມະນີ ເອກອັກຄະລັດຖະທູດລາວ ປະຈຳອິນເດຍ ໄດ້ຕາງໜ້າພັກ ປປ ລາວ ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ 19 ຂອງພັກກຸ່ມກ້າວໜ້າທົ່ວອິນເດຍ ໃນວັນທີ 24 ກຸມພາ 2023 ຜ່ານມາ, ທີ່ເມືອງ ໄຮເດີຣາບັດ ລັດເຕລັນການາ ປະເທດອິນເດຍ. ໃນກອງປະຊຸມດັ່ງ ກ່າວ, ທ່ານເອກອັກຄະລັດຖະທູດລາວ ໄດ້ປະກອບຄໍາຄິດຄໍາເຫັນ ໂດຍໄດ້ສະແດງຄວາມຊົມເຊີຍ ຕໍ່ກອງປະຊຸມ ແລະ ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງ ໄດ້ນຳເອົາຄຳຊົມເຊີຍ ແລະ ພອນໄຊອັນປະເສີດຂອງ ພັກປະຊາຊົນປະຕິວັດລາວ ສົ່ງໄປຍັງ ກອງປະຊຸມໃຫຍ່ ຄັ້ງທີ 19 ຂອງ ພັກກຸ່ມກ້າວໜ້າທົ່ວອິນເດຍ ແລະ ຜ່ານກອງປະຊຸມໃຫຍ່ດັ່ງກ່າວ ໄປຍັງບັນດາສະມາຊິກພັກກ້າວໜ້າທົ່ວອິນເດຍ ແລະ ຊາວຜູ້ອອກແຮງງານອິນເດຍທຸກຖ້ວນໜ້າ.

ກອງປະຊຸມໃຫຍ່ ຄັ້ງທີ 19 ຂອງພັກກຸ່ມກ້າວໜ້າທົ່ວອິນເດຍ ເປັນເຫດການການເມືອງທີ່ສໍາຄັນຂອງພັກກຸ່ມກ້າວໜ້າທົ່ວອິນເດຍ ໃນການເຕົ້າໂຮມຄວາມສາມັກຄີ, ເພີ່ມທະວີການຮ່ວມມື ແລະ ແລກປ່ຽນບົດຮຽນທາງດ້ານທິດສະດີ, ການປະສານງານເພື່ອຄວາມເປັນເອກະພາບຂອງພັກກັບບັນດາຂະບວນການກ້າວໜ້າ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ ເພື່ອພາລະກິດສັນຕິພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.

ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ຍັງໄດ້ຍົກໃຫ້ເຫັນເຖິງການນຳພາຂອງພັກປະ ຊາຊົນປະຕິວັດລາວ ໃນການຕໍ່ສູ້ກູ້ຊາດຕ້ານຜູ້ຮຸກຮານ ຈົນສາມາດສະຖາປານາ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ປັດຈຸບັນ, ພັກປະຊາຊົນປະຕິວັດລາວ ກຳລັງຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງຕົນ, ປະຕິບັດແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ 9 (2021-2025) ແລະ ວິໄສທັດຮອດ ປີ 2030 ແນ່ໃສ່ປັບປຸງຊິວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ດີຂຶ້ນ. ພັກປະຊາຊົນປະຕິວັດລາວ ຢືນຢັນສືບຕໍ່ຮ່ວມມືກັບບັນດາພັກການເມືອງໃນພາກພື້ນ ແລະ ສາກົນ, ລວມທັງພັກກຸ່ມກ້າວໜ້າທົ່ວອິນເດຍ ເພື່ອສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ການຮ່ວມມືເພື່ອພັດທະນາ ແລະ ເພື່ອອຸດົມການສັງຄົມນິຍົມ. ພ້ອມດຽວກັນ, ທ່ານເອກອັກຄະລັດຖະທູດ ໄດ້ນຳສະເໜີຈົດໝາຍຊົມເຊີຍ ຂອງ ທ່ານ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງພັກ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ 19 ຂອງພັກກຸ່ມກ້າວໜ້າທົ່ວອິນເດຍ ແລະ ອວຍພອນກອງປະຊຸມໃຫຍ່ດັ່ງກ່າວ ຈົ່ງປະສົບຜົນສໍາເລັດຢ່າງຈົບງາມ.

ທ່ານ DEBABRATA BISWAS ເລຂາທິການໃຫຍ່ ພັກກຸ່ມກ້າວຫນ້າທົ່ວອິນເດຍ ໄດ້ຝາກຄວາມຂອບໃຈຢ່າງຈິງໃຈມາຍັງ ທ່ານ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ການນຳພັກປະຊາຊົນປະຕິວັດລາວ ທີ່ໄດ້ສົ່ງຕໍ່ຈົດໝາຍຊົມເຊີຍ, ພ້ອມທັງສົ່ງຕົວແທນເຂົ້າຮ່ວມກອງປະຊຸມໃຫຍ່ດັ່ງກ່າວ, ພ້ອມຫວັງວ່າຈະໄດ້ຮັບການຮ່ວມມື ແລະ ສະໜັບສະໜູນຕື່ມໃນອະນາຄົດ.

ພັກກຸ່ມກ້າວໜ້າທົ່ວອິນເດຍ ເປັນພັກດັ້ງເດີມຂອງອິນເດຍ, ສ້າງຕັ້ງຂື້ນໃນວັນທີ 3 ພຶດສະພາ 1939 ໂດຍ ທ່ານ Subhas Chandra Bose. ພັກກຸ່ມກ້າວໜ້າທົ່ວອິນເດຍ ໄດ້ແຍກຈາກພັກ Congress (ເປັນພັກໃຫຍ່ ແລະ ເປັນພັກຝ່າຍຄ້ານໃນປັດຈຸບັນ) ເນື່ອງຈາກມີແນວຄວາມຄິດທີ່ຕ່າງກັນໃນບັນດາແກ່ນນຳພັກ, ທ່ານ Subhas Chandra Bose ມີຄວາມເຊື່ອໝັ້ນວ່າ ມີແຕ່ດຳເນີນການປະຕິວັດສັງຄົມນິຍົມ ຈຶ່ງຈະສາມາດນຳເອົາເອກະລາດຈາກການເປັນຫົວເມືອງຂຶ້ນອັງກິດ ມາສູ່ປະຊາຊົນອິນເດຍ ແລະ ໃນເວລານັ້ນ ທ່ານຍັງໄດ້ເດີນທາງໄປພົບປະກັບ ທ່ານ ສະຕາລິນ ທີ່ໂມສກູ ເປັນການສ່ວນຕົວ ແລະ ໄປຊອກຮູ້ບົດຮຽນດ້ານທິດສະດີ ທີ່ເຢຍລະມັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments