Monday, September 23, 2024
Homeຂ່າວພາຍໃນທ່າແຂກ ຈັດກິດຈະກຳປູກຈິດສຳນຶກດ້ານສິ່ງແວດລ້ອມແບບມີສ່ວນຮ່ວມ

ທ່າແຂກ ຈັດກິດຈະກຳປູກຈິດສຳນຶກດ້ານສິ່ງແວດລ້ອມແບບມີສ່ວນຮ່ວມ

ແຫລງຂ່າວ ຈາກແຂວງຄໍາມ່ວນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ຫ້ອງການຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ເມືອງທ່າແຂກ ຮ່ວມກັບ ຄະນະຮັບຜິດຊອບການຈັດງານ, ຮາກຖານກຸ່ມບ້ານຖ້ຳ-ນາເສ, ໂຮງຮຽນປະຖົມສົມບູນບ້ານມ່ວງດອຍ ຈັດກິດຈະກຳປູກຈິດສຳນຶກ ດ້ານສິ່ງແວດ ລ້ອມແບບມີສ່ວນຮ່ວມ ໃນການປົກປັກຮັກສາສິ່ງແວດລ້ອມ ໃນບຸນນະມັດສະການພະທາດເມືອງພອນ ປະຈຳປີ 2023 ພາຍໃຕ້ຄຳຂວັນ: ພວກເຮົາຕ້ອງເປັນເຈົ້າການ ຮ່ວມກັນໃນການປົກປັກຮັກສາສິ່ງແວດລ້ອມ ໃຫ້ມີຄວາມສະອາດງາມຕາ ແລະ ຍືນຍົງ.

ການຈັດກິດຈະກຳດັ່ງກ່າວ, ໄດ້ສຸມໃສ່ໂຄສະນາປະຊາສໍາພັນປູກຈິດສໍານຶກ ໃນການປົກປັກຮັກ ສາສິ່ງແວດລ້ອມ, ໃຫ້ທຸກພາກສ່ວນໄດ້ຮັບຮູ້, ເຂົ້າໃຈ ແລະ ເປັນເຈົ້າການ ປົກປັກຮັກສາສິ່ງແວດລ້ອມ ພ້ອມທັງໄດ້ແນະນໍາວິທີການ ໃນການສົ່ງເສີມການນຳໃຊ້ ຫລັກການ 3R (Reduce, Reuse, Recycle), ການຖາມ-ຕອບຄຳຖາມກ່ຽວກັບສິ່ງແວດລ້ອມ ແລະ ນໍາພາຂະບວນນ້ອງນ້ອຍນັກຮຽນ ເຮັດກິດຈະກຳເກັບມ້ຽນຂີ້ເຫຍື້ອ ເພື່ອເຮັດໃຫ້ສະຖານທີ່ຈັດບຸນນະມັດສະການພະທາດເມືອງພອນ ແລະ ສະຖານທີ່ໃກ້ຄຽງ ມີຄວາມສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments