Tuesday, September 24, 2024
Homeຂ່າວຕ່າງປະເທດສປ ຈີນ ຊຸກຍູ້ການຄ້າກັບຕ່າງປະເທດຢ່າງໝັ້ນທ່ຽງ

ສປ ຈີນ ຊຸກຍູ້ການຄ້າກັບຕ່າງປະເທດຢ່າງໝັ້ນທ່ຽງ

ຕາມຂ່າວຈາກ ວິທະຍຸ ສາກົນ ແຫ່ງ ສປ ຈີນ ວັນທີ 7 ມີນານີ້, ອົງການ ພາສີ ຂອງ ສປ ຈີນ ແຈ້ງໃຫ້ຮູ້ວ່າ: ໄລຍະ 2 ເດືອນ ຜ່ານມານີ້, ຍອດມູນຄ່າ ຂາເຂົ້າ- ຂາອອກ ຂອງສປ ຈີນ ມີເຖິງ 6,180 ຕື້ຢວນ, ໃນນັ້ນ ການສົ່ງອອກ ສິນຄ້າ ໄດ້ສ້າງສະຖິຕິ ສູງສຸດ ເມື່ອທຽບໃສ່ ໄລຍະດຽວກັນ ໃນປະຫວັດສາດ, ດັ່ງນັ້ນ ການຄ້າ ກັບຕ່າງ ປະເທດ ຂອງ ສປ ຈີນ ມີສະ ພາບຄວາມໝັ້ນທຽງ ໃນການເລີ່ມຕົ້ນ. ຂະນະ​ທີ່ ສປ ຈີນ ໄດ້ສົ່ງອອກ ສິນ ຄ້າ ຕໍ່ອາຊຽນ ຄິ​ດເປັນມູນຄ່າ 570 ຕື້ຢວນ, ເພີ່ມຂຶ້ນ 17,9% ເມື່ອທຽບ ໃສ່ ໄລຍະດຽວກັນ ຂອງປີ 2022. ອາຊຽນ ສືບຕໍ່ ເປັນຄູ່ ການຄ້າໃຫຍ່ ​ແຖວ​ໜ້າ ຂອງ ສປ ຈີນ ກວມຍອດມູນຄ່າ ການຄ້າ ກັບຕ່າງປະເທດ ຂອງ ສປ ຈີນ ເຖິງ 15,4%.ນອກນີ້, ມູນຄ່າ ຂາເຂົ້າ-ຂາອອກ ຕໍ່ປະເທດ ຢູ່ລຽບຕາມ “ໜຶ່ງ ແລວ ໜຶ່ງເສັ້ນທາງ” ມີເຖິງ 2,120 ຕື້ຢວນ, ເພີ່ມຂຶ້ນ 10,1% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ 2022. ຍອດມູນຄ່າ ຂາເຂົ້າ-ຂາອອກ ຕໍ່ປະເທດ ສະ ມາຊິກ ສັນຍາ ການພົວພັນ ຄູ່ຮ່ວມ ເສດຖະກິດ ຮອບດ້ານ ໃນພາກພື້ນ (RCEP) ອື່ນໆ ມີເຖິງ 1,910 ຕື້ຢວນ, ເພີ່ມຂຶ້ນ 3,1% ເມື່ອທຽບ​ໃສ່ ປີຜ່ານມາ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments