Tuesday, September 24, 2024
Homeຂ່າວຕ່າງປະເທດນາຍົກໄທ ຈະຍຸບສະພາຫລັງກອງປະຊຸມສາມັນຄະນະລັດຖະບານ

ນາຍົກໄທ ຈະຍຸບສະພາຫລັງກອງປະຊຸມສາມັນຄະນະລັດຖະບານ

ຕາມຂ່າວຈາກວິທະຍຸສາກົນຫວຽດນາມ, ຕາມການຕອບສຳພາດຕໍ່ນັກຂ່າວທັງພາຍໃນ ແລະ ສາກົນ ພາຍຫລັງກອງປະຊຸມ ສະໄໝ ສາມັນ ຄະນະ ລັດຖະບານ ໃນວັນທີ 7 ມີນານີ້ ຢູ່ນະຄອນຫລວງ ບາງກອກ, ທ່ານ ປຣຸດ ຈັນໂອຊາ,ນາຍົກລັດຖະມົນຕີໄທ ໃຫ້ຮູ້ວ່າ: ຈະຖະແຫລງ ຍຸບສະພາຕ່ຳ ພາຍຫລັງ ຈັດກອງປະຊຸມ ຂອງລັດ ຖະບານ ໃນວັນທີ 14 ມີນານີ້ ຫລັງ​ຈາກ ປຶກສາຫາລື ແລະ ໄດ້ຮັບຟັງ ຄວາມເຫັນດີ ເຫັນພ້ອມ ຈາກການນຳ ບັນດາ ພັກການເມືອງຮ່ວມ ໃນສຳພັນທະມິດ ກຳອຳນາດ ກ່ຽວກັບ ເລື່ອງຍຸບ ສະພາຕ່ຳ. ກ່ອນໜ້ານັ້ນ, ທ່ານ ປຣຸດ ຈັນໂອຊາ ຈະຍຸບສະພາຕ່ຳ ໃນກາງເດືອນ ມີນາ ເພື່ອເປີດ ຊ່ອງທາງ ຈັດການເລືອກຕັ້ງ ທົ່ວປະເທດ ໃນວັນທີ 7 ພຶດ ສະພານີ້, ຖືກຕາມແຜນການ ໂດຍຄະນະ ກຳມະການ ເລືອກຕັ້ງໄທ ຍົກອອກມາ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments