Tuesday, September 24, 2024
Homeຂ່າວຕ່າງປະເທດຄວາມສຳພັນມິດຕະພາບທີ່ແໜ້ນແຟ້ນລະຫວ່າງ ສປປ ລາວ ແລະ ສປ ຈີນ

ຄວາມສຳພັນມິດຕະພາບທີ່ແໜ້ນແຟ້ນລະຫວ່າງ ສປປ ລາວ ແລະ ສປ ຈີນ

ການຊຸກຍູ້ການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ລາວ ໃຫ້ເລິກເຊິ່ງ ແລະຊຸກຍູ້ການສ້າງປະຊາຄົມຮ່ວມໂຊກຊາຕະກຳລາວ-ຈີນ ນັ້ນແມ່ນໝາກຜົນຂອງການສ້າງສາພັດທະນາຮ່ວມກັນຕະຫລອດໄປ.ສປປ ລາວ ແລະ ສປ ຈີນ ກຳນົດເອົາທິດທາງ ແລະການພັດທະນາໄປສູ່ທາງຫນ້າໂດຍອີງຕາມແນວທາງນະໂຍບາຍຂອງການນຳຂັ້ນສູງຂອງສອງພັກ ແລະ ສອງລັດໄດ້ນຳພາໂດຍກົງ, ໄດ້ວາງຮາກຖານດ້ານການເມືອງອັນໜັກແໜ້ນໃຫ້ແກ່ການພົວພັນລາວ-ຈີນ ນັ້ນ ແມ່ນການກຳລັງແຮງເພື່ອພັດທະນາຢ່າງແຂງແຮງ ແລະ ໄດ້ຊີ້ໃຫ້ເຫັນການພັດທະນາທີ່ສົດໃສໃນການພົວພັນທັງສອງຝ່າຍ. ເປັນເວລາດົນນານມາແລ້ວ, ສປປລາວ ແລະ ສປ ຈີນ ສືບຕໍ່ໄດ້ຮັກສາຄວາມສະເໝີພາບ, ສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະກັນ ແລະ ຊຸກຍູ້ການພັດທະນາຮ່ວມກັນໃນການຄົ້ນຄວ້າທິດສະດີສັງຄົມນິຍົມ ແລະ ການປະດິດສ້າງໃນພຶດຕິກຳຕົວຈິງຢ່າງຮອບດ້ານ, ຊຸກຍູ້ການກໍ່ສ້າງເສດຖະກິດ, ການເມືອງ, ວັດທະນະທຳ ແລະ ສັງຄົມຢ່າງໜັກແໜ້ນເຂັ້ມແຂງ. ລາວ ແລະ ຈີນ ເປັນເພື່ອນບ້ານທີ່ມີໄມຕີຈິດ ມິດຕະພາບທາງສັງຄົມນິຍົມ ທີ່ເຊື່ອມຕໍ່ກັນດ້ວຍພູຜາແມ່ນ້ຳ, ການຍຶດໝັ້ນການນຳພາຂອງພັກ ແລະ ແນວທາງສັງຄົມນິຍົມແມ່ນລັກສະນະສຳຄັນຂອງການພົວພັນລາວ-ຈີນ. ບໍ່ວ່າໃນໄລຍະຕໍ່ສູ້ປະຕິວັດ ຫຼື ໄລຍະສ້າງສາປະເທດຊາດ, ສອງປະເທດລາວ-ຈີນ ໄດ້ເຄົາລົບນັບຖືເຊິ່ງກັນ ແລະກັນ, ຮັກແພງກັນຢ່າງຈິງໃຈ, ເສີມຂະຫຍາຍນ້ຳໃຈມິດຕະພາບອັນເລິກເຊິ່ງ ແລະການພົວພັນທີ່ແໜ້ນແຟ້ນ. ເຖິງຢ່າງໃດກໍຕາມ ເມື່ອກ້າວເຂົ້າສູ່ຍຸກສະໄຫມໃໝ່ ແລະ ດ້ວຍມິດຕະ ພາບຂອງທັງສອງຝ່າຍ ເຮັດໃຫ້ການພັດທະນາການພົວພັນລາວ-ຈີນ ໄດ້ບັນລຸໄດ້ໝາກຜົນຢ່າງຫຼວງຫຼາຍ ແລະກຳລັງຢູ່ໃນໄລຍະທີ່ດີທີ່ສຸດໃນປະຫວັດສາດ. ເຊິ່ງໝາກຜົນທີ່ດີງາມນີ້ມີຜົນປະໂຫຍດສູງສຸດທີ່ຈາກຄວາມໄວ້ເນື້ອເຊື່ອໃຈກັນ ແລະການນຳພາທາງການເມືອງຂອງສອງພັກ ແລະ ສອງລັດ, ການມີມູນເຊື້ອ ແລະການຮ່ວມມືເຊິ່ງຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.ຈາກແນວທາງຂອງປະມຸກລັດໄດ້ເປັນຜູ້ນໍາພາສືບທອດພາລະກິດອະດີດ ແລະພັດທະນາອະນາຄົດນັ້ນ ແລະ ຈາກຄຳເວົ້າບາງຕອນທີ່ວ່າ: “ກຸ່ມຄົນທີ່ມີອຸດົມການດຽວກັນກໍ່ແມ່ນຫມູ່ເພື່ອນ”. ເຊິ່ງ ທ່ານ ເຫມົາເຈິຕົງ, ທ່ານ ໂຈເອິນໄລ, ທ່ານໄກສອນ ພົມວິຫານ ແລະ ບັນດາການນຳລຸ້ນເກົ່າຂອງທັງສອງປະເທດ ລ້ວນແຕ່ໄດ້ສະແດງໃຫ້ເຫັນຄວາມເຫລື້ອມໃສຕໍ່ກັນ, ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນເລິກເຊິ່ງລະຫວ່າງ 2 ປະເທດ ແລະສອງຝ່າຍ, ມິດຕະພາບລາວ-ຈີນ ຈາກລຸ້ນສູ່ລຸ້ນຕໍ່ໆກັນ.

ໃນນັ້ນ, ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວເປັນຕົ້ນມາ, ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ແລະ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ໄດ້ປະຕິບັດຕາມຜົນປະໂຫຍດອັນຍາວນານ ແລະ ແນວທາງນະໂຍບາຍຂອງສອງພັກ ແລະສອງລັດ. ໄດ້ເອົາໃຈໃສ່ເປັນຢ່າງດີຕໍ່ການພົວພັນລາວ-ຈີນ ແລະ ຍຶດໝັ້ນແນວທາງການພົວພັນລາວ-ຈີນຢ່າງແໜ້ນແຟ້ນ. ເຊິ່ງທ່ານ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ ສປປລາວ ໄດ້ຕີລາຄາສູງຕໍ່ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ສປ ຈີນ ວ່າ: ທຸກໆຄັ້ງທີ່ຂ້າພະ ເຈົ້າໄດ້ພົບປະກັບສະຫາຍ ສີ ຈິ້ນຜິງ ໃນໄລຍະໃກ້, ຂ້າພະເຈົ້າມີຄວາມປະທັບໃຈຢ່າງເລິກເຊິ່ງ,ຄວາມເປັນມິດຂອງທ່ານບໍ່ຈຳກັດການແລກປ່ຽນຄວາມຄິດຄວາມເຫັນ ແລະການໂອ້ລົມສົນທະນາ, ຫາກແມ່ນສະແດງໃຫ້ເຫັນມິດຕະພາບໄມຕີຈິດຢ່າງຈິງໃຈ,ສຸພາບ ແລະ ກະຕືລືລົ້ນ ໂດຍສະເພາະແມ່ນຕໍ່ບັນດາສະ ຫາຍທີ່ມີນ້ຳໃຈ ແລະ ຈິດໃຈດຽວກັນ, ເພິ່ນຍິນດີແລກປ່ຽນເອົາບົດຮຽນ ແລະ ທິດສະດີຖ່າຍທອດແບ່ງປັນໃຫ້ຫມູ່ເພື່ອນ. ຜ່ານການພົບປະແລກປ່ຽນ ແລະ ຮ່ວມງານກັບ ທ່ານ ສີ ຈິ້ນຜິງ ຕັ້ງຫລາຍຄັ້ງ, ຂ້າພະ ເຈົ້າມີຄວາມຮູ້ສຶກວ່າເພິ່ນເປັນຜູ້ນຳ ທີ່ມີຄວາມເຊື່ອໝັ້ນຢ່າງແຮງ, ມີວິໄສທັດ ແລະ ຄວາມສາມາດທີ່ພິເສດຜູ້ຫນຶ່ງ, ຂ້າພະເຈົ້າມັກຕິດຕາມ ການເຄື່ອນໄຫວພາຍໃນ ແລະຕ່າງປະເທດຂອງສະຫາຍ ສີ ຈິ້ນຜິງ, ເພິ່ນມີຫຼັກຖານ, ມີຫລັກຫມັ້ນ, ມີຄວາມເຊື່ອໝັ້ນອັນໜັກແໜ້ນ.” ພາຍໃຕ້ການນຳພາ ແລະ ການຊຸກຍູ້ຢ່າງແຂງແຮງຂອງຜູ້ນຳສອງພັກ ແລະ ສອງລັດດັ່ງກ່າວການພົວພັນລາວ-ຈີນໄດ້ຮັບການພັດທະນາຢ່າງຮອບດ້ານ ແລະ ກ້າວກະໂດດຂັ້ນ, ການຮ່ວມມືໃນຂົງເຂດຕ່າງໆ ໄດ້ຮັບການຊຸກຍູ້ຢ່າງບໍ່ຢຸດຢັ້ງ, ໄດ້ນຳຜົນປະໂຫຍດຢ່າງແທ້ຈິງໃຫ້ສອງປະຊາຊົນສອງຊາດ.

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ໄດ້ຍຶດໝັ້ນຫຼັກໝັ້ນຂອງການເປັນມິດຕະພາບກັບຈີນຢ່າງສະເໝີຕົ້ນສະເໝີປາຍ ໃຫ້ແກ່ການພັດທະນາການພົວພັນລາວ-ຈີນຢ່າງໝັ້ນຄົງ ໂດຍສະເພາະຕໍ່ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ເປັນການຊຸກຍູ້ການສ້າງທາງລົດໄຟລາວ-ຈີນ ແລະ ແລວເສດຖະກິດລາວ-ຈີນ ແລະການກໍ່ສ້າງປະຊາຄົມຮ່ວມໂຊກຊາຕາກຳຈີນລາວ ເຊິ່ງໄດ້ມີບົດບາດສຳຄັນໃນການຊຸກຍູ້ການສ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ທີ່ເປັນມູນເຊື້ອລະຫວ່າງ ລາວ-ຈີນ.

ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວເປັນຕົ້ນມາ, ທ່ານເລຂາທິການໃຫຍ່ ສີ ຈິ້ນຜິງ ແລະ ທ່ານເລຂາທິການໃຫຍ່ ທອງລຸນ ສີສຸລິດ ໄດ້ເພີ່ມທະວີຮັກສາຄວາມໃກ້ຊິດສະໜິດສະໜົມໃນຫຼາຍດ້ານ ແລະ ບັນລຸຄວາມເຫັນດີເຫັນພ້ອມທີ່ສຳຄັນຫຼາຍຢ່າງກ່ຽວກັບການພັດທະນາສາຍພົວພັນລາວ-ຈີນ ແລະ ການກໍ່ສ້າງປະຊາຄົມຮ່ວມໂຊກຊາຕາກຳ. ໃນຖານະເປັນນັກການທູດອາວຸໂສ. ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄຸ້ນເຄີຍກັບຈີນ. ໃນໄລຍະໄວໜຸ່ມ ທ່ານ ທອງລຸນ ສີສຸລິດ, ໃນຖານະເປັນສະມາຊິກຂອງແນວລາວຮັກຊາດ, ໄດ້ພາລູກຫຼານລາວໄປຈີນເປັນຈໍານວນຫຼວງຫຼາຍ, ຄວາມສຳພັນກັບຈີນກໍ່ເລີ່ມຂຶ້ນໃນຍາມນັ້ນ. ໃນການຢ້ຽມຢາມຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ໄດ້ມີຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ສອງປະເທດ ແລະ ປະຊາຊົນສອງຊາດ. ໃນການພົບປະການນຳຂັ້ນສູງຂອງສອງປະເທດ ແລະ ສອງລັດໄດ້ຮ່ວມກັນສະຫຼຸບ ແລະກວດກາຄືນບັນດາໝາກຜົນທີ່ບັນລຸໄດ້ໃນການພັດທະນາສາຍພົວພັນລາວ-ຈີນໃນຊຸມປີມໍ່ໆມານີ້, ພ້ອມທັງຊີ້ໃຫ້ເຫັນທິດທາງກ້າວໄປໜ້າຂອງການພົວພັນລາວ-ຈີນ ແລະ ການກໍ່ສ້າງຊຸມຊົນຂອງອະນາຄົດຮ່ວມກັນ. ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ເນັ້ນໜັກຕື່ມວ່າ: ໃນບາດກ້າວຕໍ່ໄປ, ລາວ ແລະຈີນ ຈະສືບຕໍ່ຮັກສາຈິດໃຈ ‘4ດີ’ ແລະສືບຕໍ່ຊຸກຍູ້ການກໍ່ສ້າງປະຊາຄົມຮ່ວມຊາຕາກຳລາວ-ຈີນ ໃຫ້ພັດທະນາຢ່າງໝັ້ນຄົງ ແລະ ມີໝາກຜົນ, ການເພີ່ມທະວີການພົວພັນມິດຕະພາບພື້ນຖານ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຕາມ “ຫຼັກການ4ດີ” ແລະການສ້າງປະຊາຄົມຮ່ວມຊາຕາກຳລະຫວ່າງລາວ-ຈີນ ແມ່ນນຳຜົນປະໂຫຍດທີ່ເປັນຮູບຮ່າງໃຫ້ແກ່ປະຊາຊົນສອງປະເທດ.

.ໃນສະເພາະຫນ້ານີ້, ການພົວພັນລະຫວ່າງສອງປະເທດພວມດຳເນີນໃນໄລຍະທີ່ດີທີ່ສຸດໃນປະຫວັດສາດ. ສິ່ງທີ່ພວກເຮົາຕ້ອງເຮັດແມ່ນຕັ້ງໜ້າປະຕິບັດຄວາມເຫັນດີເຫັນພ້ອມຕາມທິດຊີ້ນຳຂອງການນຳຂັ້ນສູງຂອງສອງພັກ ແລະ ສອງລັດໃຫ້ດີ, ສ້າງປະຊາຄົມຮ່ວມໂຊກຊາຕາກຳລະຫວ່າງຈີນກັບລາວ, ສ້າງແບບຢ່າງ ແລະນຳພາບົນເສັ້ນທາງກໍ່ສ້າງປະຊາຄົມຮ່ວມໂຊກຊາຕາກຳມວນມະນຸດ ລາວ ກັບ ຈີນ. ພວກເຮົາຕ້ອງຖືເອົາການກໍ່ສ້າງປະຊາຄົມຮ່ວມໂຊກຊາຕາກຳຈີນ-ລາວ ເປັນຫລັກ, ປະຕິບັດ “ຖະແຫຼງການຮ່ວມກ່ຽວກັບການລົງເລິກການກໍ່ສ້າງປະຊາຄົມຮ່ວມໂຊກຊາຕາກຳລາວ-ຈີນ”, ເພີ່ມທະວີການເຊື່ອມຈອດຍຸດທະສາດການພັດທະນາເປັນທ່າ ແຮງຂອງການຮ່ວມມືຮອບດ້ານຢ່າງຕັ້ງໜ້າ. ຕັ້ງໜ້າປູກຝັງດອກໄມ້ແຫ່ງມິດຕະ ພາບລາວ-ຈີນ ໃນທາງດ້ານພັກ-ລັດ ແລະ ທຸກຂົງເຂດພື້ນເມືອງ, ຊຸກຍູ້ການພັດທະນາພ້ອມກັນ.

ນອກນັ້ນ ຄຳວ່າ: “ນ້ຳທະເລຍັງສະແດງໃຫ້ເຫັນຈຸດຢືນຕົ້ນຕໍ ແລະ ພູຜາທີ່ສະຫງ່າຜ່າເຜີຍ.” ເຮັດໃຫ້ພວກເຮົາເຊື່ອໝັ້ນວ່າ ພາຍໃຕ້ການນຳພາທີ່ເຂັ້ມແຂງຂອງຄະນະກຳມະການສູນກາງພັກກອມມູນິດຈີນ ເຊິ່ງນຳພາຊີ້ນຳໂດຍສະຫາຍ ສີ ຈິ້ນຜິງ ເປັນຫຼັກ, ພັກກອມມູນິດຈີນ, ປະເທດຈີນ ແລະ ປະຊາຊົນຈີນຈະສາມາດປະຕິບັດວຽກງານຍຸດທະສາດທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນໄດ້ວາງອອກໃຫ້ສຳເລັດຜົນ, ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນຮອບດ້ານທັນສະໄຫມແບບຈີນ, ບັນລຸຜົນອັນສະຫງ່າງາມກວ່າເກົ່າອີກ ບໍ່ວ່າຈະເປັນທາງດ້ານການເດີນທາງໃໝ່ຂອງການສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ ແລະ ຂຽນບົດທີ່ດີເດັ່ນຂອງການສ້າງສັງຄົມນິຍົມທີ່ມີລັກສະນະຈີນໃນຍຸກໃໝ່. ພ້ອມທັງເຊື່ອໝັ້ນວ່າພາຍໃຕ້ການນຳພາອັນໜັກແໜ້ນຂອງສູນກາງພັກປະຊາ ຊົນປະຕິວັດລາວ ນຳພາຊີ້ນຳໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ເປັນຫລັກ, ປະຊາຊົນລາວຈະສາມາດບັນລຸໄດ້ບັນດາເປົ້າໝາຍ ແລະ ໜ້າທີ່ຕ່າງໆ ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ທີ່ໄດ້ວາງອອກມາໃຫ້ສໍາເລັດຜົນ; ຊຸກຍູ້ການການສ້າງພັດທະນາປະເທດຊາດກ້າວເດີນຕາມເສັ້ນທາງສັງຄົມນິຍົມໃນຍຸກ ໃໝ່ ແລະສືບຕໍ່ບັນລຸໄດ້ຜົນສຳເລັດຢ່າງຕັ້ງໜ້າຢ່າງບໍ່ຢຸດຢັ້ງ.

ຜ່ານການນຳສະເໜີທັງໝົດດັ່ງທີ່ໄດ້ກ່າວມາຂ້າງເທິງນັ້ນພວກຂ້າພະເຈົ້າເຊື່ອຫມັ້ນວ່າ, ໂດຍພາຍໃຕ້ການນຳພາໄປສູ່ຄວາມຈະເລີນກ້າວໜ້າຂອງສອງຄະນະນຳປະມຸກລັດຂອງທັງສອງປະເທດ, ອະນາຄົດຂອງການພົວພັນລາວ-ຈີນ ຈະສົດໃສຂຶ້ນກວ່າເກົ່າ, ການຮ່ວມມືປະຊາຄົມຮ່ວມໂຊກຊາຕາກຳລາວ-ຈີນ ແນ່ນອນຈະເບັ່ງບານຂຶ້ນນັບມື້ນັບສົດໃສ ແລະ ໝັ້ນຄົງດ້ວຍຄວາມສຳພັນມິດຕະພາບອັນແໜ້ນແຟ້ນຢ່າງແທ້ຈິງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments