Tuesday, September 24, 2024
Homeຂ່າວໜ້າໜຶ່ງປະຫວັດຄວາມເປັນມາວັນແມ່ຍິງສາກົນ 8 ມີນາ

ປະຫວັດຄວາມເປັນມາວັນແມ່ຍິງສາກົນ 8 ມີນາ

ວັນແມ່ຍິງສາກົນ ໄດ້ກໍາເນີດເກີດຂຶ້ນ ຍ້ອນແມ່ຍິງ ຖືກກົດຂີ່ຂູດຮີດຢ່າງຫນັກຫນ່ວງ, ເຮັດວຽກຫຼາຍຊົ່ວໂມງແຕ່ໄດ້ຮັບຄ່າຈ້າງດ້ວຍລາຄາຖືກ,ເຮັດວຽກບໍ່ມີການຮັບປະກັນ,ບໍ່ມີລະບອບ ປົກປັກຮັກສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ. ນອກຈາກ ນັ້ນ, ແມ່ຍິງຍັງຖືກດູຖູກຫມິ່ນປະຫມາດ, ຖືເປັນສິນຄ້າ, ເປັນເຄື່ອງ ຫຼີ້ນ ຖຶກເຕະຕີ ຖືກຂົ່ມຂືນທໍາສໍາເລົາ ແລະ ຖຶກໄລ່ອອກຈາກວຽກ. ໃນເວລາຖືພາ, ເວລາເກີດລູກ ຫຼື ເວລາເຈັບເປັນບໍ່ໄດ້ຮັບການປິ່ນ ປົວ. ຍ້ອນແນວນັ້ນ ກໍາມະກອນແມ່ຍິງຮູ້ສຶກຄຽດແຄ້ນ ຈຶ່ງໄດ້ສາ ມັກຄີກັນລຸກຂຶ້ນຕໍ່ສູ້ທວງໃຫ້ພວກນາຍທຶນ ຕ້ອງໄດ້ແກ້ໄຂຊີວິດ ການເປັນຢູ່ຂອງເຂົາເຈົ້າ. ໃນວັນທີ 8 ມີນາ 1899 ຊາວກໍາມະ ກອນແມ່ຍິງຢູ່ໂຮງງານຕ່ໍາແຜ່ນ ແລະ ຕັດຫຍິບ ໄດ້ຈັດຕັ້ງໂຮມ ຊຸມນຸມປະທ້ວງ ແລະ ຄັດຄ້ານ ຕໍ່ການໃຫ້ຄ່າແຮງງານຕໍ່າ ແລະ ສະຖານທີ່ເຮັດວຽກບໍ່ຮັບປະກັນສຸຂະພາບ ການປະທ້ວງຂອງເຂົາ ເຈົ້າຄັ້ງນີ້ ຖຶກຕໍາຫຼວດເຂົ້າສະຫຼາຍ ແລະ ຈັບກຸມຈໍານວນຫນຶ່ງ. ໃນວັນທີ 8 ມີນາ 1908 ແມ່ຍິງຈໍານວນ 15,000 ຄົນ ໄດ້ເດີນຂະບວນທວງໃຫ້ນາຍທຶນ ຫຼຸດຜ່ອນຊົ່ວໂມງເຮັດວຽກ ຢຸດເຊົາການຂຸດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງມີສິດໃນການ ອອກສຽງເລືອກຕັ້ງ ແລະ ການຮັບສະຫມັກເລືອກຕັ້ງ. ພາຍໃຕ້ ຂວັນ “ເຂົ້າຈີ່ ແລະ ດອກກຸຫຼາບ”. ເຂົ້າຈີ່ຫມາຍເຖິງເສດຖະກິດ ດີຂຶ້ນ, ດອກກຸຫຼາບຫມາຍເຖິງຄຸນະພາບຊີວິດດີຂຶ້ນ. ມາເຖິງປີ 1910 ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງຄັ້ງທໍາອິດ ໄດ້ ຈັດຂຶ້ນຢູ່ທີ່ ໂກເປນຮາກ ນະຄອນຫຼວງຂອງປະເທດແດນມາກ ມີຜູ້ແທນຮ້ອຍກວ່າຄົນຈາກ 17 ປະເທດເຂົ້າຮ່ວມ ກອງປະຊຸມ ໄດ້ຮັບຮອງ ແລະ ຕົກລົງເອົາວັນທີ 8 ມີນາ ຂອງທຸກປີເປັນວັນ ແມ່ຍິງສາກົນ. ວັນທີ 8 ມີນາ ແມ່ນເຫດການການເມືອງທີ່ສໍາຄັນ ເປັນຂີດຫມາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງ ສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງວັນ ຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະ ເຫມີພາບ ປະຊາທິປະໄຕ ຄືກັນກັບຜູ້ຊາຍ.

ຄັດຈ້ອນໂດຍ: ກົມຂ່າວສານແມ່ຍິງລາວ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments