Tuesday, September 24, 2024
Homeຂ່າວພາຍໃນແມ່ຍິງແຂວງຫຼວງພະບາງ ປາຖະກະຖາວັນແມ່ຍິງສາກົນ ຄົບຮອບ 113

ແມ່ຍິງແຂວງຫຼວງພະບາງ ປາຖະກະຖາວັນແມ່ຍິງສາກົນ ຄົບຮອບ 113

ວັນທີ 7 ມີນາ ຜ່ານມານີ້, ສະຫະພັນແມ່ຍິງແຂວງຫຼວງພະບາງ ໄດ້ຈັດພິທີປາຖະກະຖາວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 113 ປີ ຂຶ້ນທີ່ຫ້ອງປະຊຸມໃຫຍ່ນະຄອນ-ຫຼວງພະບາງ ໂດຍເປັນປະທານຂອງທ່ານ ນາງ ວຽນວິໄລ ດີລະພັນ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງແຂວງ ເຂົ້າຮ່ວມ.

ພິທີ ທ່ານ ນາງ ວຽນວິໄລ ດີລະພັນ ໄດ້ໃຫ້ກຽດເລົ່າປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ວ່າ: ຈຸດເລີ່ມຕົ້ນຂອງວັນແມ່ຍິງສາກົນ ແມ່ນເກີດມາຈາກກຳມະກອນແມ່ຍິງໃນໂຮງງານຕ່ຳແຜ່ນແຫ່ງໜຶ່ງໃນລັດນິວຢອກ ສະຫະລັດອາເມຣິກາ ໄດ້ພາກັນລຸກຮືຂຶ້ນປະທ້ວງໃຫ້ນາຍຈ້າງເພີ່ມຄ່າແຮງ ແລະ ຮຽກຮ້ອງສິດຂອງພວກເຂົາ ຊຶ່ງມີແມ່ຍິງເຖິງ 119 ຄົນ ຕ້ອງເສຍຊີວິດຈາກເຫດການປະທ້ວງທີ່ເກີດຂຶ້ນ. ເອື້ອຍນ້ອງແມ່ຍິງໃນທົ່ວໂລກ ໄດ້ມີການປຸກລະດົມຂະບວນການຕໍ່ສູ້ກັບນາຍທຶນ ເພື່ອທວງເອົາສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ, ໃນວັນທີ 8 ມີນາ ປີ 1908 ໄດ້ມີກໍາມະກອນແມ່ຍິງຫຼາຍກວ່າ 15.000 ຄົນ ຮ່ວມເດີນຂະບວນທົ່ວເມືອງນິວຢອກ ເພື່ອຮຽກຮ້ອງໃຫ້ຢຸດຕິການໃຊ້ແຮງງານເດັກນ້ອຍໂດຍມີຄຳຂວັນໃນການປຸກລະດົມວ່າ “ຂະໜົມປັງກັບດອກກຸຫຼາບ” ຊຶ່ງໝາຍເຖິງການໄດ້ຮັບອາຫານທີ່ພຽງພໍ ພ້ອມໆກັບຄຸນນະພາບຊີວິດທີ່ດີ, ມາເຖິງ ວັນທີ 8 ມີນາ ປີ 1910 ຄວາມພະຍາຍາມຂອງກໍາມະກອນແມ່ຍິງ ໄດ້ປະສົບຜົນສຳເລັດ. ຈຸດປະສົງການປາຖະກະຖາຄັ້ງນີ້, ເພື່ອແນໃສ່ເຮັດໃຫ້ສະມາຊິກສະຫະພັນແມ່ຍິງພາຍໃນແຂວງຫຼວງພະບາງ ໄດ້ຮັບຮູ້ເຂົ້າໃຈ ແລະ ກໍາໄດ້ປະຫວັດການກໍາເນີດ, ການເຄື່ອນໄຫວ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງວັນແມ່ຍິງສາກົນ ແລະ ຜົນງານການເຄື່ອນໄຫວຂອງສະຫະພັນແມ່ຍິງແຂວງຫຼວງພະບາງ ຍາດມາໄດ້ຕະຫຼອດໄລຍະຜ່ານມາ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືເມືອງຄອບ.

(ຂ່າວ: ພຸດສະດີ ບານຸວົງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments