Wednesday, September 25, 2024
Homeຂ່າວພາຍໃນແຂວງສາລະວັນ ຜັນຂະຫຍາຍ ວຽກງານການເມືອງ-ແນວຄິດ ທົ່ວປະເທດຄັ້ງທີ V ຕິດພັນກັບ

ແຂວງສາລະວັນ ຜັນຂະຫຍາຍ ວຽກງານການເມືອງ-ແນວຄິດ ທົ່ວປະເທດຄັ້ງທີ V ຕິດພັນກັບ

ກອງປະຊຸມຜັນຂະຍາຍ ວຽກງານການເມືອງ-ແນວຄິດ ທົ່ວປະເທດຄັ້ງທີ V ຕິດພັນກັບ ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວແຂວງ ຄັ້ງທີ I ເປີດຂຶ້ນໃນວັນທີ 6 ມີນາ ຜ່ານມາ ທີ່ ສະໂມສອນໃຫຍ່ຂອງແຂວງ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກ-ເຈົ້າແຂວງສາລະວັນ, ມີຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກພະແນກການອ້ອມຂ້າງແຂວງ, ເລຂາພັກ-ເຈົ້າ ເມືອງ, ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ຫົວໜ້າຄະນະໂຄສະນາອົບຮົມເມືອງ 8 ຕົວເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ດາວວົງ ພອນແກ້ວ ໄດ້ກ່າວເປີດກອງປະຊຸມຄັ້ງນີ້ວ່າ: ວຽກງານການເມືອງ-ແນວຄິດ ເປັນໜ້າທີ່ສຳຄັນພື້ນຖານ, ເປັນວຽກກົກ, ເປັນວຽກທີ່ຕ້ອງເຮັດກ່ອນ, ເຮັດເປັນປະຈຳ ແລະ ສອດຫ້ອຍໄປທຸກຂົງເຂດວຽກງານຂອງພັກ-ລັດ, ຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ, ໄດ້ປະກອບສ່ວນສຳຄັນເຂົ້າໃນການເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວ, ວັດທະນະທຳຂອງຊາດ, ຂອງເຜົ່າ ໄດ້ຮັບການປົກປັກຮັກສາ ແລະ ເສີມຂະຫຍາຍ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ ແລະ ບົດບາດອິດທິພົນຂອງພັກ ແລະ ຂອງຊາດເຮົາ ໄດ້ຮັບການເຊີດຊູສູງເດັ່ນຂຶ້ນໃນເວທີສາກົນ. ກອງປະຊຸມໃນຄັ້ງນີ້ ຈະໄດ້ສຸມໃສ່ບັນດາເນື້ອໃນທີ່ສຳຄັນຄື: ສືບຕໍ່ສ້າງການຫັນປ່ຽນທາງດ້ານແນວຄິດ ຈິນຕະນາການຢ່າງແຂງແຮງ, ປັບປຸງຍົກສູງຫຼັກໝັ້ນ ການເມືອງ, ຍົກສູງນໍ້າໃຈເສຍສະຫຼະ ແລະ ຢຶດໝັ້ນອຸດົມການປະຕິວັດຂອງພັກ, ສະມາຊິກພັກ – ພະນັກງານ ຢ່າງເດັດດ່ຽວໜຽວແໜ້ນ, ບໍ່ຫວັ່ນໄຫວຄອນແຄນ ຕໍ່ສະພາບການຕ່າງໆ, ຕ້ານ ແລະ ແກ້ໄຂທັດສະນະຜິດ, ຕີຖອຍແນວຄິດຄຳພີຕາຍຕົວ, ອາດຍາສິດ, ເອກະຊົນ, ເດັດດ່ຽວແກ້ໄຂການເຊື່ອມຖອຍດ້ານແນວຄິດ, ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນດຳລົງຊີວິດຂອງສະມາຊິກພັກ, ພະນັກງານ, ເພີ່ມທະວີຄວາມສາມັກຄີພາຍໃນພັກ ແລະ ພາຍໃນສັງຄົມ ໃຫ້ໜັກແໜ້ນ, ສ້າງຄວາມເປັນເອກະພາບ ແລະ ຄວາມຕັດສິນໃຈແຕ່ຫົວທີ, ເສີມຂະຫຍາຍສະຕິປັນຍາ- ຫົວຄິດປະດິດສ້າງ, ສ້າງຄວາມເຂົ້າໃຈ, ຮັບຮູ້ກ່ຽວກັບການສ້າງການຫັນປ່ຽນໃໝ່ຂອງບັນດາພະແນກການ, ອົງການທຽບເທົ່າຂັ້ນແຂວງ ແລະ ເມືອງ ໃນການຈັດຕັ້ງຜັນຂະຫຍາຍ ແລະ ເຊື່ອມຊຶມມະຕິຕໍ່ວຽກງານການເມືອງ – ແນວຄິດທົ່ວປະເທດ ຄັ້ງທີ V ໃຫ້ເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງ, ແນໃສ່ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນທຸກຂົງເຂດວຽກງານ ທັງຢູ່ໃນແຂວງ ແລະ ເມືອງ ກໍຄືໃນທົ່ວສັງຄົມເປັນຕົ້ນແມ່ນ: ການສ້າງການຫັນປ່ຽນດ້ານຄວາມຮັບຮູ້, ທັດສະນະ, ແນວຄິດ ແລະ ການກະທຳ ແນໃສ່ສົ່ງເສີມດ້ານດີ, ແກ້ໄຂຂໍ້ບົກຜ່ອງ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ ໃນໄລຍະຜ່ານມາ, ສ້າງໃຫ້ໄດ້ຄວາມເຊື່ອໝັ້ນຂອງພະນັກງານ ແລະ ປະຊາຊົນ ຕໍ່ການນຳພາຂອງພັກ. ການບໍລິຫານຄຸ້ມຄອງລັດ, ສືບຕໍ່ນໍາພາ – ຊີ້ນໍາ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍແຂວງສາລະວັນ ໃຫ້ມີຄວາມຈະເລີນຍິ່ງໆຂຶ້ນ.

ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມຈະໄດ້ຮັບຟັງ ການລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ການເມືອງ – ແນວຄິດ ທົ່ວປະເທດ ໃນໄລະຜ່ານມາ ນັບແຕ່ປີ 2003 – 2022 ແລະ ທິດທາງຮອດປີ 2025, ບົດສະຫຼຸບການຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານການເມືອງ – ແນວຄິດທົ່ວແຂວງ ໃນໄລຍະຜ່ານມາ ແລະ ເອກະສານທີ່ກ່ຽວຂ້ອງຈຳນວນໜຶ່ງ. ນອກນັ້ນຍັງໄດ້ພ້ອມກັນປະກອບຄວາມຄິດເຫັນ ຕໍ່ວຽກ ງານການເມືອງ – ແນວຄິດ ດ້ວຍຄວາມຮັບຜິດຊອບໃນແຕ່ລະຂົງເຂດ ແລະ ພ້ອມກັນຕີລາຄາບັນດາຂໍ້ຄົງຄ້າງ, ຂໍ້ຂາດຕົກບົກຜ່ອງ ໃນການຊີ້ນຳ – ນຳພາວຽກງານການເມືອງ – ແນວຄິດ ພ້ອມທັງຊີ້ໃຫ້ເຫັນເຖິງສາເຫດຕົ້ນຕໍ ວິທີການ ແລະ ມາດຕະການ ເພື່ອພ້ອມກັນປັບປຸງ ແກ້ໄຂໃຫ້ດີຂຶ້ນເທື່ອລະກ້າວ.

ຂ່າວ-ພາບ: ທິດລານີ ໂຄດໂຍທາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments