Sunday, September 29, 2024
Homeຂ່າວຕ່າງປະເທດຜູ້ນຳ ສປປ ເກົາຫລີ ເລັ່ງປັບປຸງພື້ນທີ່ກະສິກຳ-ລະບົບຊົນລະປະທານ

ຜູ້ນຳ ສປປ ເກົາຫລີ ເລັ່ງປັບປຸງພື້ນທີ່ກະສິກຳ-ລະບົບຊົນລະປະທານ

ສຳນັກ​ຂ່າວສານ​ສູນ​ກາງ​​ເກົາຫລີ (KCNA), ​ທ່ານ ຄິມ ຈົງ​ອຸນ (Kim Jong-un), ຜູ້ນຳ​ ສປປ ​ເກົາຫລີ ໄດ້​ສັ່ງ​ໃຫ້​ທຸກ​ອົງການ​ທີ່​ກ່ຽວຂ້ອງ​ເລັ່ງປັບປຸງ​ລະບົບພື້ນຖານ​ໂຄງ​ລ່າງ ແລະ ​ການ​ຂະ​ຫຍາຍຂົງ​ເຂດ​ທີ່​ກ່ຽວ​ຂ້ອງ​ກັບວຽກງານ​ກະ​ສິ​ກໍາ​ເພື່ອ​ເພີ່ມ​ການ​ຜະ​ລິດສະ​ບຽງ​ອາ​ຫານ​ລວມທັງປັບປຸງລະບົບ​ຊົນລະປະທານ, ການສ້າງ​ເຄື່ອງ​ມື​ກະສິກຳ​ທີ່​ທັນ​ສະ​ໄໝ​ ເພີ່ມ​ຂຶ້ນ​ ແລະ​ ເພີ່ມ​ເນື້ອ​ທີ່​ປູກຝັງໂດຍ​ຮ້ອງ​ຂໍການ​ດໍາ​ເນີນ​ງານ​ “​ເປັນ​ໄປດ້ວຍຄວາມຮີບດ່ວນ” ເພື່ອໃຫ້ສອດຄ່ອງກັບການປ່ຽນແປງຂອງດິນຟ້າ ອາກາດທົ່ວໂລກ ແລະ ທຸກອຸປະກອນທີ່ກ່ຽວຂ້ອງຕ້ອງມີຄວາມທັນສະໄໝກວ່າ​ເກົ່າ.

ຂະນະ​ທີ່ສຳນັກງານ ພັດທະນາ​ ຊົນນະບົດ​ ຂອງ ສປປ ​ເກົາ ຫລີ ປະ​ເມີນຜົນຜະລິດ ເມັດພືດ ຂອງ ສປປ ເກົາຫລີ ຄາດວ່າ ຈະຫລຸດລົງເກືອບ 4% ເມື່ອທຽບໃສ່ກັບ ສະຖິຕິ ຂອງປີ 2021 ເນື່ອງຈາກ ຄວາມຂັດແຍ້ງຢ່າງຕໍ່ ເນື່ອງ ຈາກການ ຂວ້ຳ​ບາດ ຂອງຕາເວັນຕົກ ​ແລະ ​ໄພ​ທຳ​ມະ​ຊາດ ​ຫລາຍ​ຄັ້ງ​ ໃນ​ປີ​ກາຍ​ນີ້ບໍ່ວ່າຈະເປັນ ໄພແຫ້ງແລ້ງ ແລະ ລົມມໍລະສຸມ. ​ກອງ​ປະຊຸມ​ ຄົບ​ຄະນະ ​ຄັ້ງ​ທີ 7 ຂອງ​ຄະນະ​ກຳມະການ ​ສູນ​ກາງ​ພັກ ​ແຮງ​ງານ​ ຊຸດ​ທີ 8 ​​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ຄິມ ຈົງ​ອຸນ ຮຽກຮ້ອງ ​ໃຫ້​ມີ ການ​ປະຕິວັດ ​ຜະລິດ​ຕະພັນ​ ທາງ​ກະສິກຳ ​ແລະ ຜົນ​ຜະລິດ​ ທັນ​ຍາ​ຫານ​ ຂອງ​ປີ​ນີ້​ແມ່ນ “ນັບ​ມື້​ ນັບ​ສູງ​ຂຶ້ນ”.​ເປັນ​ໄປ​ຕາມ ​ເປົ້າໝາຍ ເພື່ອຫລຸດຜ່ອນ ຄວາມຮຸນແຮງ ຂອງການຂາດແຄນ ອາຫານ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments