Sunday, September 29, 2024
Homeຂ່າວພາຍໃນປຶກສາຫາລືຫ້າງຫາກະກຽມຈັດງານບຸນປະເພນີປີໃໝ່ລາວ ທີ່ນະຄອນຫຼວງພະບາງ ເມືອງມໍລະດົກໂລກ.

ປຶກສາຫາລືຫ້າງຫາກະກຽມຈັດງານບຸນປະເພນີປີໃໝ່ລາວ ທີ່ນະຄອນຫຼວງພະບາງ ເມືອງມໍລະດົກໂລກ.

ທ້າຍເດືອນກຸມພາຜ່ານມານີ້, ນະຄອນ ຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລືຫ້າງຫາກະກຽມ ຈັດງານບຸນປະເພນີ ປີໃໝ່ລາວປະຈໍາປີ ພສ 2566, ຄສ 2023 ທີ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ຢ່າງເຕັ່ມຮູບແບບ ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ, ມີເຈົ້າເມືອງອ້ອມຂ້າງ, ຫົວໜ້າ-ຮອງຫົວໜ້າພະແນກການຂອງແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງການຂອງນະຄອນ ແລະອົງ ການປົກຄອງບ້ານພາຍໃນແທດສະບານເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ມີການຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການ ແລະອນຸກໍາມະການຮັບຜິດຊອບຈັດງານບຸນ, ຜ່ານວາລະການເຄື່ອນໄຫວງານບຸນ. ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄໍາເຫັນ ເພື່ອກະກຽມຄວາມພ້ອມ ຮັບປະກັນປະຕິບັດໃຫ້ໄດ້ຮັບຜົນດີຕາມການມອບໝາຍ. ຕອນທ້າຍ ທ່ານ ບຸນເລື່ອມ ມະນີວົງ ໄດ້ເນັ້ນໃຫ້ແຕ່ລະອານຸກໍາມະການ ແລະອົງການປົກຄອງບ້ານໃນແທດສະບານ ເອົາໃຈໃສ່ຮັກສາຄວາມສະອາດ ຄວາມເປັນລະບຽບຮຽກຮ້ອຍ ເຮັດໃຫ້ນະຄອນ ຫຼວງພະບາງເປັນເຈົ້າການ ໃນການກະກຽມຄວາມພ້ອມກິດຈະກຳ ໃຫ້ສອດຄ່ອງກັບມູນເຊື້ອວັດທະນະທຳ, ຮິດຄອງປະເພນີທີ່ເປັນເອກະລັກ ຂອງຊາວນະຄອນ ຫຼວງພະບາງ ໃຫ້ເຕັມຮູບແບບ ໃນປີ 2023 ທັງເຮັດໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ມີບັນຍາກາດເບີກບານມ່ວນຊຶ່ນ ແລະມີຄວາມສະຫງົບປອດໄພຕະຫຼອດງານບຸນປີໃໝ່ ປະຈໍາປີ ພສ 2566, ຄສ 2023 ຢູ່ນະຄອນຫຼວງພະບາງ ເມືອງມໍລະດົກໂລກ.

ຂ່າວ: ສົມແກ້ວ ຈົ່ວຈູ່ລີ ( ຖວທ ນະຄອນຫຼວງພະບາງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments