Sunday, September 29, 2024
Homeຂ່າວໜ້າໜຶ່ງສານຊົມເຊີຍ

ສານຊົມເຊີຍ

ວັນທີ 2 ມີນາ ນີ້, ສະຫາຍ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ສະຫາຍ ຫວໍ ວັນ ເຖືອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ ນະຄອນຫຼວງຮ່າໂນ້ຍ ຊຶ່ງມີເນື້ອໃນວ່າ:

ສະຫາຍ ຫວໍ ວັນ ເຖືອງ ທີ່ນັບຖື, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ຢ່າງຈິງໃຈມາຍັງ ສະຫາຍ ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບເລືອກຕັ້ງ ໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ ໃນກອງປະຊຸມສະໄໝວິສາມັນ ຂອງ ສະພາແຫ່ງຊາດ ຫວຽດນາມ ເທື່ອທີ 4 ຊຸດທີ XV ໃນວັນທີ 2 ມີນາ 2023.

ການທີ່ສະຫາຍ ໄດ້ຮັບເລືອກຕັ້ງເປັນ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນຄັ້ງນີ້ ແມ່ນສະແດງໃຫ້ເຫັນເຖິງ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຕໍ່ສະຫາຍ. ຕາງໜ້າພັກ, ລັດ ແລະ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຍິນດີ ແລະ ຊົມເຊີຍຢ່າງສຸດອົກສຸດໃຈ ມາຍັງສະຫາຍ.

ຂ້າພະເຈົ້າມີຄວາມຍິນດີ ແລະ ພ້ອມທີ່ຈະເຮັດວຽກຢ່າງໃກ້ຊິດກັບ ສະຫາຍ ເພື່ອປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ອັນເປັນມູນເຊື້ອ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຂອງພວກເຮົາ ທີ່ມີປະທານ ໂຮ່ຈິມິນ​ ຜູ້ນໍາທີ່ຍິ່ງໃຫຍ່,​ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ ແສນເຄົາລົບຮັກ ຂອງພວກເຮົາ ໄດ້ລິເລີ່ມ ແລະ ໄດ້ຮັບການປົກປັກຮັກສາ,​ ຖະນຸຖະໜອມ ແລະ ເສີມຂະຫຍາຍໂດຍການນໍາຫຼາຍຮຸ່ນຕໍ່ໆມາ ໃຫ້ນັບມື້ຈະເລີນງອກງາມ ແລະ ແຕກດອກອອກຜົນ.

ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມຮູ້, ຄວາມສາມາດ ແລະ ປະສົບການອັນອຸດົມສົມບູນຂອງສະຫາຍ, ສະຫາຍ ຈະຮ່ວມກັບບັນດາສະຫາຍການນໍາ ຫວຽດນາມ ນໍາພາປະເທດຊາດ ແລະ ປະຊາຊົນຫວຽດນາມ ສືບຕໍ່ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ບັນລຸຈຸດໝາຍທີ່ໄດ້ກໍານົດໄວ້ ຄື ປະເທດຊາດມັ່ງຄັ່ງເຂັ້ມແຂງ, ມີປະຊາທິປະໄຕ,​ ຍຸຕິທໍາ ແລະ ສີວິໄລ.

ຂ້າພະເຈົ້າ ຂໍຖືໂອກາດອັນມີຄວາມໝາຍສຳຄັນນີ້ ອວຍພອນໄຊອັນປະເສີດ ມາ​ຍັງສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ວຽກງານອັນສູງສົ່ງ ແລະ ມີກຽດສະຫງ່າຂອງສະຫາຍ.

ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ຈົ່ງຂຽວສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.

ດ້ວຍຄວາມນັບຖືຮັກແພງຖານສະຫາຍອ້າຍນ້ອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments