Tuesday, October 1, 2024
Homeຂ່າວພາຍໃນ1 ປີຜ່ານມາແມ່ຍິງ ອອປສ ເອົາໃຈໃສ່ປະຕິບັດຄໍາຂວັນຂໍ້ແຂ່ງຂັນ 3 ດີຢ່າງເປັນຂະບວນຟົດຟື້ນ

1 ປີຜ່ານມາແມ່ຍິງ ອອປສ ເອົາໃຈໃສ່ປະຕິບັດຄໍາຂວັນຂໍ້ແຂ່ງຂັນ 3 ດີຢ່າງເປັນຂະບວນຟົດຟື້ນ

ທ່ານ ນາງ ແສງສຸດາ ສີປະເສີດ ຮອງປະທານສະຫະພັນແມ່ຍິງ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະ 1 (2021-2022) ຂອງສະຫະພັນແມ່ຍິງ ອອປສ ຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂະບວນການແຂ່ງຂັນ 3 ດີປະຈຳປີ 2022 ແລະ ທິດທາງແຜນການປີ 2023 ເມື່ອບໍ່ດົນມານີ້ວ່າ: ສະຫະພັນແມ່ຍິງອອປສ ເປັນອົງການຈັດຕັ້ງມະຫາຊົນໜຶ່ງທີ່ຂຶ້ນກັບຄະນະພັກ ອອປສ ຊຶ່ງປະກອບດ້ວຍສະມາຊິກສະຫະພັນແມ່ຍິງທີ່ສັງກັດຢູ່ ອອປສທີ່ເປັນອົງການເຮັດວຽກວິຊາສະເພາະທາງດ້ານກົດໝາຍເປັນສ່ວນຫຼາຍ, ສະນັ້ນ ໃນການຈັດຕັ້ງປະຕິບັດຄໍາຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ແລະ ການຄັດເລືອກຜົນງານ ແມ່ນຕິດພັນກັບຄໍາຂວັນຮັກຊາດ ແລະ ພັດທະນາ ແລະ ຄໍາຂວັນ 3 ມີ 4 ຮັບປະກັນຂອງ ອອປສ.ປັດຈຸບັນມີສະມາຊິກແມ່ຍິງທັງໝົດ 100 ຄົນແບ່ງອອກເປັນ 9 ໜ່ວຍ ຊຶ່ງສະມາຊິກແຕ່ລະຄົນແມ່ນໄດ້ເຂົ້າຮ່ວມຂະບວນການແຂ່ງຂັນ 3 ດີ, ແຕ່ລະໜ່ວຍກໍໄດ້ຈັບມືແຂ່ງຂັນກັນໃນການຈັດຕັ້ງປະຕິບັດຄໍາຂວັນ ແລະ ຂໍ້ແຂ່ງຂັນ ດັ່ງກ່າວຢ່າງເປັນຂະບວນຟົດຟື້ນ.

ທ່ານນາງ ແສງສຸດາ ສີປະເສີດ ໄດ້ກ່າວຕື່ມວ່າ: ໄລຍະປີຜ່ານມາ ແມ່ຍິງ ອອປສ ຍັງໄດ້ມີການສະຫຼຸບ, ປະເມີນຜົນ ແລະ ຖອດຖອນບົດຮຽນເພື່ອນໍາມາປັບປຸງແກ້ໄຂຈຸດດີ, ຈຸດອ່ອນທີ່ຄົງຄ້າງ ແລະ ເສີມຂະຫຍາຍຈຸດດີທີ່ມີ, ໄດ້ມີການປະສານສົມທົບ ກັບບັນດາໜ່ວຍສະຫະພັນແມ່ຍິງເພື່ອສະຫຼຸບຖອດຖອນບົດຮຽນ ພ້ອມທັງຄັດເລືອກໄດ້ແມ່ຍິງ 3 ດີປະເພດ I ມີ 100 ຄົນ ແລະ ໄດ້ໜ່ວຍແມ່ຍິງ 3 ດີ ປະເພດ I ມີ 9 ໜ່ວຍ. ພ້ອມນັ້ນສະຫະພັນແມ່ຍິງ ອອປສ ຍັງໄດ້ວາງຄາດໝາຍສູ້ຊົນໃນການແຂ່ງຂັນປະຕິບັດຄໍາຂວັນ ແລະ ຂໍ້ແຂ່ງຂັນ3 ດີ ໄລຍະຈັດຕັ້ງປະຕິບັດແມ່ນ 5 ປີ (ປີ 2020-2025) ສະມາຊິກສະຫະພັນແມ່ຍິງຕ້ອງເຂົ້າຮ່ວມເຊື່ອມຊຶມແນວທາງນະໂຍບາຍຂອງພັກແລະທຸກມະຕິຄຳສັ່ງຂອງຂັ້ນເທິງໃຫ້ໄດ້ 80% ຂຶ້ນໄປ;ສົ່ງເສີມແລະກໍ່ສ້າງແມ່ຍິງຜູ້ທີ່ມີຄວາມຫ້າວຫັນໃຫ້ເຂົ້າເປັນສະມາຊິກຂອງພັກ ສາມາດບັນຈຸເຂົ້າຕຳແໜ່ງພະນັກງານນຳພາ-ຄຸ້ມຄອງໃນແຕ່ລະຂັ້ນໃຫ້ໄດ້ຫຼາຍກວ່າເກົ່າ; ສະມາຊິກສະຫະພັນແມ່ຍິງທຸກຄົນຕ້ອງເປັນເຈົ້າການໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ໄດ້ຕາມຄາດໝາຍທີ່ ອອປສວາງອອກຄື 90% ຂຶ້ນໄປ;ຮັບປະກັນໃຫ້ສະຫະພັນແມ່ຍິງທຸກຄົນເຂົ້າຮ່ວມຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຂອງສະຫະພັນແມ່ຍິງລາວຕິດພັນກັບຂະບວນການແຂ່ງຂັນຮັກຊາດແລະພັດທະນາແລະຄຳຂວັນ 3 ມີ 4 ຮັບປະກັນຂອງອົງການໄອຍະການປະຊາຊົນສູງສຸດວາງອອກໃຫ້ໄດ້ 80% ຂຶ້ນໄປ ແລະ ຍາດໃຫ້ໄດ້ທຸງໄຊຂອງສູນກາງສະຫະພັນແມ່ຍິງ.

ໃນໂອກາດວັນແມ່ຍິງສາກົນ ຄົບຮອບ 113 ປີ (8/3/1910-8/3/2023) ທີ່ໃກ້ມາເຖິງນີ້ ຂໍອວຍພອນໄຊໃຫ້ແມ່ຍິງ ຫຼື ເພດຍິງທຸກທົ່ວໜ້າ ຈົ່ງມີສຸຂະພາບພະລານາໄມສົມບູນແຂງແຮງ, ມີຄວາມສຸກໃນຊີວິດສ່ວນຕົວ, ຄອບຄົວ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານທຸກປະການ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments