Tuesday, October 1, 2024
Homeຂ່າວຕ່າງປະເທດອັດຕາເງິນເຟີ້ຂອງລາຄາສະບຽງອາຫານ ຢູ່ອັງກິດ ເພີ່ມຂຶ້ນ

ອັດຕາເງິນເຟີ້ຂອງລາຄາສະບຽງອາຫານ ຢູ່ອັງກິດ ເພີ່ມຂຶ້ນ

ຂ່າວສານຫວຽດນາມລາຍງານວ່າ: ອັດຕາເງິນເຟີ້ຂອງລາຄາສະບຽງອາຫານໃນປະເທດອັງກິດ ໄດ້ເພີ່ມຂຶ້ນສູ່ລະດັບສູງທີ່ສຸດ ໃນສະພາບການທີ່ປະຊາຊົນໃນປະເທດກໍາລັງຕໍ່ສູ້ກັບວິກິດການຄ່າໃຊ້ຈ່າຍເພີ່ມຂຶ້ນສູງໃນການດໍາລົງຊີວິດ. ອີງຕາມການສໍາຫຼວດຂອງອົງການ ຄັນທາຣ (Kantar) ເປັນອົງການລະດັບສາກົນກ່ຽວກັບການວິໄຈດ້ານການຕະຫຼາດ ແລະ ການເກັບກຳຂໍ້ມູນຂອງຜູ້ບໍລິໂພກ ຊຶ່ງມີສຳນັກງານໃຫຍ່ຕັ້ງຢູ່ ລອນດອນ ປະເທດອັງກິດ ໄດ້ເປີດເຜີຍໃນວັນທີ 28 ກຸມພາ ຜ່ານມາ.

ຂ່າວລະບຸວ່າ: ອົງການ ຄັນທາຣ ໄດ້ຕິດຕາມລາຄາຂອງສິນຄ້າຫຼາຍກວ່າ 75.000 ລາຍການ ໃນໄລຍະສີ່ອາທິດ ສຳເລັດໃນວັນທີ 19 ກຸມພາ ຜ່ານມາ. ຜົນຂອງການສຳຫຼວດໄດ້ສະແດງໃຫ້ເຫັນວ່າລາຄາສິນຄ້າໄດ້ເພີ່ມຂຶ້ນ 17,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ນີ້ແມ່ນການເພີ່ມຂຶ້ນສູງສຸດນັບຕັ້ງແຕ່ ອົງການ ຄັນທາຣ ເລີ່ມການສຳຫຼວດໃນປີ 2008.

ຜົນຂອງການສຳຫຼວດຍັງສະແດງໃຫ້ເຫັນວ່າ: ອັດຕາເງິນເຟີ້ຂອງລາຄາບັນດາປະເພດສິນຄ້າທີ່ຈຳເປັນຮັບໃຊ້ໃນຊີວິດປະຈຳວັນ ແມ່ນຄວາມກັງວົນທາງດ້ານການເງິນໃຫຍ່ອັນດັບທີສອງຕໍ່ກັບປະຊາຊົນອັງກິດ, ຮອງຈາກລາຄາພະລັງງານທີ່ເພີ່ມຂຶ້ນສູງ. ປະມານ 25% ຂອງຄົວເຮືອນໄດ້ປະສົບກັບຄວາມຫຍຸ້ງຍາກທາງດ້ານການເງິນໃນເດືອນມັງກອນ, ເມື່ອ ອົງການ ຄັນທາຣ ໄດ້ສໍາຫຼວດຜູ້ບໍລິໂພກເກືອບ 10.000 ຄົນ. ໂຕເລກນີ້ເພີ່ມຂຶ້ນ 5 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ໃນປີ 2022, ອັດຕາເງິນເຟີ້ຂອງໂລກ ໄດ້ເພີ່ມຂຶ້ນສູ່ລະດັບສູງໃນຮອບຫຼາຍທົດສະວັດ ຍ້ອນຄວາມຂັດແຍ່ງກັນທາງດ້ານພູມສາດ ສົ່ງຜົນໃຫ້ລາຄາພະລັງງານ ແລະ ອາຫານເພີ່ມຂຶ້ນ. ດັດຊະນີລາຄາຜູ້ບໍລິໂພກ (CPI) ຂອງອັງກິດ ໄດ້ບັນລຸເຖິງລະດັບ 11,1% ໃນເດືອນຕຸລາ 2022 ກ່ອນທີ່ຈະຫຼຸດລົງ 10,1% ໃນເດືອນມັງກອນ 2023. ປັດຈຸບັນ, ອັດຕາເງິນເຟີ້ກຳລັງມີສັນຍານທີ່ດີຂຶ້ນເມື່ອລາຄາພະລັງງານພວມຄ່ອຍໆຫຼຸດລົງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments