Sunday, September 22, 2024
Homeຂ່າວຕ່າງປະເທດກຳປູເຈຍ ເປີດໂຄງການສົ່ງເສີມຄວາມຮູ້ທາງການເງິນ ລະດັບທ້ອງຖິ່ນ

ກຳປູເຈຍ ເປີດໂຄງການສົ່ງເສີມຄວາມຮູ້ທາງການເງິນ ລະດັບທ້ອງຖິ່ນ

ສຳນັກຂ່າວຊິນຮວາຂອງ ສປຈີນ, ວັນທີ 28 ກຸມພາ, ເຈົ້າໜ້າທີ່ ກຳປູເຈຍ ໃຫ້ຮູ້ວ່າ: ທະນາຄານກາງ ກຳປູເຈຍ (NBC) ແລະ ສະມາຄົມ ໄມໂຄຣໄຟແນນ ກຳປູເຈຍ (CMA) ໄດ້ຮ່ວມມືກັນ ດຳເນີນໂຄງການ “ເຊຟ ໄຟແນນ ອິນຄອມມີວນິຕີ (Safe Finance in Community) ເພື່ອສົ່ງເສີມ ຄວາມຮູ້ ທາງການເງິນ ສິດທິ ແລະ ການຄຸ້ມຄອງ ຜູ້ບໍລິໂພກ ໃນເຂດຊຸມຊົນ. ໂຄງການດັ່ງກ່າວ ໄດ້ເລີ່ມດຳເນີນການ ເມື່ອບໍ່ດົນມານີ້ ເພຶ່ອປັບປຸງ ການໃຊ້ບໍລິການ ທາງການເງິນ ໃນລະບົບ ໃນລະດັບ ທ້ອງຖິ່ນ ໃຫ້ເປັນໄປ ຢ່າງປອດໄພ ແລະ ໝັ້ນຄົງ ແລະ ເພີ່ມການເຂົ້າເຖິງ ບໍລິການດັ່ງກ່າວ. ໂດຍຈະເລີ່ມ ດຳເນີນການ ໃນແຂວງ ກຳປົງ, ກຳປົງສະປື, ສ່ວາຍຮຽງ ແລະ ພະຕະບອງ ໃນປີ 2023 ກ່ອນຈະຂະຫຍາຍ ດຳເນີນງານ ໃນປີຕໍ່ໆໄປ ແລະ ອື່ນໆ. /.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments