Saturday, September 21, 2024
Homeຂ່າວຕ່າງປະເທດປີ 2021 ເປັນຕົ້ນມາແຮງງານເດັກນ້ອຍຂອງອາເມຣິກາໄດ້ເພີ່ມຂຶ້ນ

ປີ 2021 ເປັນຕົ້ນມາແຮງງານເດັກນ້ອຍຂອງອາເມຣິກາໄດ້ເພີ່ມຂຶ້ນ

ຂ່າວສານຊີອາໄອລາຍງານ ເມື່ອບໍ່ດົນມານີ້ ໂດຍອີງຕາມການລາຍງານຈາກໜັງສືພິມ ນິວຢອກທາມສ ຂອງອາເມຣິກາລາຍງານວ່າ: ອີງຕາມຜົນການສຳຫຼວດ ໜັງສືພິມສະບັບໜຶ່ງຂອງຕົນ ໄດ້ພົບວ່າ ຈຳນວນເດັກນ້ອຍທີ່ຍົກຍ້າຍຖິ່ນຖານເຂົ້າສູ່ອາເມຣິກາພາຍໃຕ້ສະພາບທີ່ບໍ່ມີພໍ່ແມ່ຜູ້ປົກຄອງເບິ່ງແຍງດູແລໄດ້ສ້າງສະຖິຕິໃໝ່, ເດັກນ້ອຍເຫຼົ່ານີ້ໄດ້ເຮັດວຽກທີ່ລະເມີດກົດໝາຍວ່າດ້ວຍແຮງງານເດັກ. ແຮງງານເດັກໄດ້ແຈກຢາຍຢູ່ທຸກຂະແໜງການໃນທົ່ວປະເທດອາເມຣິກາ ຊຶ່ງລວມທັງແຮງງານເດັກເຮັດຄວາມສະອາດທີ່ມີຄວາມສ່ຽງສູງຢູ່ໂຮງຂ້າສັດ ຫຼື ຜະລິດຊິ້ນສ່ວນອຸປະກອນລົດ. ຕາມຂ່າວລາຍງານວ່າ ນັບແຕ່ປີ 2021 ເປັນຕົ້ນມາ, ແຮງງານເດັກຂອງອາເມຣິກາໄດ້ເພີ່ມຂຶ້ນຢ່າງວ່ອງໄວ ແລະ ຫຼວງຫຼາຍ, ປີ 2022 ຈຳນວນເດັກນ້ອຍທີ່ຍັງບໍ່ທັນເຕັມອາຍຸກະສຽນທີ່ບໍ່ມີຄົນເບິ່ງແຍງດູແລເຂົ້າມາອາເມຣິກາໄດ້ເພີ່ມຂຶ້ນເປັນ 130.000 ຄົນ ຊຶ່ງເປັນ 3 ເທົ່າຂອງໂຕເລກໃນ 5 ປີກ່ອນ ໂດຍຄາດວ່າ ໃນລະດູຮ້ອນປີນີ້ຍັງຈະເພີ່ມຂຶ້ນອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments