Sunday, September 22, 2024
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ຕິດຕາມ-ຊຸກຍູ້ວຽກງານ ຢູ່ທາງລົດໄຟ ລາວ-ຈີນ

ນາຍົກລັດຖະມົນຕີ ຕິດຕາມ-ຊຸກຍູ້ວຽກງານ ຢູ່ທາງລົດໄຟ ລາວ-ຈີນ

ໃນຕອນບ່າຍ ວັນທີ 27 ກຸມພາ 2023 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຊຸກຍູ້ວຽກງານການກະ ກຽມຄວາມພ້ອມ ເພື່ອຮັບນັກທ່ອງທ່ຽວ ແລະ ຜູ້ໂດຍສານ ຈາກ ສປ ຈີນ ທີ່ຈະເດີນທາງມາ ສປປ ລາວ ດ້ວຍລົດໄຟຄຸນໝິງ ແລະ ລົດໄຟລາວ-ຈີນ ໂດຍມີ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ຈຽງ ຈ້າຍ ຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍພະແນກການກ່ຽວຂ້ອງ ຂອງນະຄອນຫລວງວຽງຈັນ ແລະ ຄະນະສະພາບໍລິຫານ ບໍລິສັດລົດໄຟລາວ-ຈີນ ໃຫ້ການຕ້ອນຮັບ ແລະ ເຄື່ອນໄຫວເຮັດວຽກຮ່ວມ.

ກ່ອນອື່ນ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຕິດຕາມກວດກາເບິ່ງສະພາບຕົວຈິງ ທາງດ້ານສະຖານທີ່ ແລະ ການບໍລິການຜູ້ໂດຍສານ ຢູ່ສະຖານີລົດໄຟລາວ-ຈີນ ບ້ານໄຊ ເມືອງໄຊທານີ, ນະຄອນຫລວງວຽງຈັນ ໂດຍສະເພາະ ການບໍລິການຂາຍປີ້ໂດຍສານ, ການປ້ອງກັນຄວາມປອດໄພ, ການກວດກາຜູ້ໂດຍສານ, ສະ ຖານທີ່ລໍຖ້າຂອງຜູ້ໂດຍສານ, ການບໍລິການຮ້ານອາຫານ, ຮ້ານຂາຍເຄື່ອງທົ່ວໄປ, ຫ້ອງນໍ້າ, ຫ້ອງລໍຖ້າວີໄອພີ ແລະ ອື່ນໆ. ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ກໍໄດ້ມີຄໍາເຫັນເພື່ອເຈາະຈີ້ມພະນັກງານບໍລິສັດ ລົດໄຟລາວ-ຈີນຕື່ມ ໂດຍສະເພາະ ບັນຫາທີ່ເປັນຫາງສຽງຂອງສັງຄົມ ມີຕໍ່ການບໍລິການລົດໄຟ ລາວ-ຈີນ ໃນໄລຍະຜ່ານມາ ກໍຄື ປັດຈຸ ບັນ, ລວມທັງ ບັນຫາຕ່າງໆທີ່ຍັງຄົງຄ້າງ ເພື່ອເປັນຂໍ້ມູນ ໃນການຄົ້ນຄວ້າຊອກຫາວິທີການປັບປຸງແກ້ໄຂ ໃຫ້ດີຂຶ້ນກວ່າເກົ່າ. ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ສອບຖາມຜູ້ໂດຍສານ ທີ່ມາລໍຖ້າເດີນທາງດ້ວຍລົດໄຟ ລາວ-ຈີນ ກ່ຽວກັບສິ່ງອໍານວຍຄວາມສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ໃນເວລາໃຊ້ບໍລິການລົດໄຟ ລາວ-ຈີນ ຕົວຈິງ.

ຫລັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ສືບຕໍ່ເຂົ້າຮ່ວມເປັນປະທານກອງປະຊຸມປຶກສາຫາລື ແລະ ຊຸກຍູ້ວຽກງານທາງລົດໄຟລາວ-ຈີນ ຢູ່ສຳນັກງານບໍລິສັດ ທາງລົດໄຟ ລາວ-ຈີນຈຳກັດ ບໍລິເວນເຂດເສດຖະກິດພິເສດ ກວມລວມໄຊເສດຖາ ເຊິ່ງກ່ອນອື່ນ ໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂົນສົ່ງຜ່ານທາງລົດໄຟລາວ-ຈີນ ນັບແຕ່ມື້ເປີດບໍລິການ ຈົນເຖິງປັດຈຸບັນ ຈາກທ່ານປະທານສະພາບໍລິຫານບໍລິສັດລົດໄຟລາວ-ຈີນ ຈໍາກັດ ໂດຍສະເພາະ ຜົນສຳເລັດ ໃນການຂົນສົ່ງໂດຍສານ ແລະ ສິນຄ້າ, ບັນດາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ, ລວມທັງ ການຈັດຕັ້ງປະຕິບັດວຽກງານ ທີ່ຕິດພັນກັບການພັດທະນາໂຄງການລົດໄຟ ລາວ-ຈີນ. ພ້ອມກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ມີຄຳເຫັນ ເພື່ອໃຫ້ຜູ້ເຂົ້າຮ່ວມ ປະກອບຄຳຄິດເຫັນ ຕໍ່ບັນດາຫົວຂໍ້ ທີ່ກອງປະຊຸມໄດ້ປຶກສາຫາລືກັນ ເປັນຕົ້ນ ການບໍລິການຂາຍປີ້-ຈອງປີ້ໂດຍສານ, ການເກັບປີ້ລົດຄ່າຜ່ານທາງເຂົ້າ ເພື່ອມາສົ່ງຜູ້ໂດຍສານ, ຫ້ອງນໍ້າບໍລິການ ຢູ່ສະຖານີລົດໄຟ ສຳລັບຜູ້ໂດຍສານ, ການບໍລິການຜູ້ໂດຍ ສານຜ່ານແດນ, ການຮັກສາຄວາມປອດໄພ, ການຈັດສັນສະຖານທີ່ (ບ່ອນນັ່ງລໍຖ້າ ຂອງຜູ້ມາຊື້ປີ້ ແລະ ຜູ້ໂດຍສານ, ຮ້ານອາຫານ, ຮ້ານຂາຍສິນຄ້າ ແລະ ເຄື່ອງດື່ມ, ພື້ນທີ່ຂອບເຂດບໍລິການອື່ນໆ).

ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳ ຕື່ມບາງດ້ານ ເປັນຕົ້ນ ໃຫ້ຂະແໜງການກ່ຽວ ຂ້ອງ ເອົາໃຈໃສ່ຕິດຕາມ, ປະສານ ແລະ ຊຸກຍູ້ ການແກ້ໄຂບັນຫາທີ່ຍັງຄົງຄ້າງ ໃຫ້ມີຄວາມຄືບໜ້າໄວ; ໃຫ້ຂະແໜງ ການ ແລະ ພາກສ່ວນກ່ຽວຂ້ອງ ນໍາເອົາເນື້ອໃນຈິດໃຈ ກໍຄື ຫົວຂໍ້ທີ່ໄດ້ຕັ້ງຂຶ້ນ ໃນກອງປະຊຸມຄັ້ງນີ້ ໄປຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ວຽກງານທີ່ຢູ່ໃນຄວາມຮັບຜິດຊອບຂອງພາກສ່ວນຕົນ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ ເພື່ອເຮັດໃຫ້ການກະກຽມຮັບນັກທ່ອງທ່ຽວ ສປ ຈີນ ທີ່ມີແຜນຈະເດີນທາງມາ ສປປ ລາວ ໃນໄວໆນີ້ ມີຄວາມພ້ອມຮອບດ້ານ. ສຳລັບບັນຫາ ທີ່ຍັງບໍ່ທັນເປັນເອກະພາບກັນ ກໍໃຫ້ພິຈາລະນາ ຈັດກອງປະຊຸມສຳມະນາ ຄົ້ນຄວ້າ ແລະ ປຶກສາຫາລືກັນ ໂດຍໄວ ເພື່ອສາມາດຊອກຫາວິທີການແກ້ໄຂ ໃຫ້ມີຄວາມເປັນເອກະພາບ, ມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບກົດໝາຍ ແລະ ລະບຽບການ ທີ່ກຳນົດໄວ້.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments