Sunday, September 22, 2024
Homeຂ່າວຕ່າງປະເທດສສ ຫວຽດນາມ ສົ່ງອອກເກີນດຸນຫລາຍກວ່າ 2,8 ຕື້ ໂດລາສະຫະລັດ

ສສ ຫວຽດນາມ ສົ່ງອອກເກີນດຸນຫລາຍກວ່າ 2,8 ຕື້ ໂດລາສະຫະລັດ

ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ,​ວັນທີ 28 ກຸມພານີ້, ກົມໃຫຍ່ ສະຖິຕິ, ກະຊວງ ການເງິນ ຫວຽດນາມ ​ເປີດ​ເຜີຍ​ວ່າ:​ ໃນ​ໄລຍະ 2​ເດືອນ ​ຕົ້ນປີ​ນີ້ ຍອດວົງເງິນ ສົ່ງອອກ-ນຳເຂົ້າ ສິນຄ້າ ຂອງ ສສ ຫວຽດນາມ ບັນລຸ ຫລາຍກວ່າ 96 ຕື້ໂດລາ ສະຫະລັດ, ​ການຄ້າ ສົ່ງອອກ ເກີນດຸນ ຫລາຍກວ່າ 2,8 ຕື້ໂດລາ ສະຫະລັດ.​ໂດຍວົງເງິນ ສົ່ງອອກຂອງ ສສ ຫວຽດນາມ ໄປຍັງ ສ.ອາ​ເມ​ລິ​ກາ ຫລາຍທີ່ສຸດ ອາດບັນລຸ ຫລາຍກວ່າ 13 ຕື້ໂດລາ ສະຫາລັດ. ຂະນະ​ທີ່ ສສ ຫວຽດນາມ ນຳເຂົ້າຈາກ ສປ ຈີນ ຫລາຍທີ່ສຸດ ດ້ວຍວົງເງິນ ບັນລຸ 14,6 ຕື້ໂດລາ ສະຫະລັດ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments