Sunday, September 22, 2024
Homeຂ່າວຕ່າງປະເທດສສ ຫວຽດນາມ ຕັ້ງເປົ້າສົ່ງອອກໝາກພ້າວໃຫ້ໄດ້ 1 ຕື້ໂດລາສະຫະລັດ

ສສ ຫວຽດນາມ ຕັ້ງເປົ້າສົ່ງອອກໝາກພ້າວໃຫ້ໄດ້ 1 ຕື້ໂດລາສະຫະລັດ

ຕາມ​ຂ່າວ​ຈາກໜັງສືພິມ​ຫວຽດນາມ (Vietnam news) ວັນ​ທີ 28 ​ກຸມພາ​ນີ້ ສສ ຫວຽດນາມ ຕັ້ງ​ເປົ້າສ້າງ​ລາຍ​ໄດ້​ຈາກ​ກາ​ນສົ່ງ​ອອກ​ຜະລິດ​ຕະພັນ​ໝາກພ້າວ ​ໃຫ້​ໄດ້ 1 ຕື້​ໂດ​ລາ​ສະຫະລັດຕໍ່​ປີ ​ໂດຍ​ສະ​ເພາະການ​ສົ່ງ​ອອກໝາກພ້າວ​ແບບ​ເຄິ່ງປຸງ​ແຕ່ງ ​ແລະ ປຸງ​ແຕ່ງ.

ສສ ຫວຽດນາມ ມີ​ລາຍ​ໄດ້​ຈາກ​ການ​ສົ່ງ​ອອກໝາກ​ພ້າວ ​ແລະ ຜະລິດຕະພັນ​ອື່ນໆ ​ ບັນລຸ 900 ລ້ານ​ໂດ​ລາ​ສະຫະລັດ ໃນ​ປີ 2022 ​ເຮັດ​ໃຫ້​ປະ​ເທດ​ນີ້ກາຍ​ເປັນ​ປະ​ເທດ​ສົ່ງ​ອອກ​ໝາກພ້າວ​ແຫ່ງໃຫຍ່​ອັນ​ດັບ 4 ຂອງ​ພາກ​ພື້ນ​ອາຊີ-ປາຊີ​ຟິກ. ຂະນະ​ທີ່ຂໍ້ມູນ​ຈາກອົງການ​ສະບຽງ​ອາຫານ ​ແລະ ການ​ກະ​ເສດ​ສະຫະ​ປະຊາ​ຊາດ (FAO) ລະບຸ​ວ່າ: ສສ ຫວຽດນາມ ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ ​ຜະລິດ ​ໝາກ​ພ້າວ​ ​ແຫ່ງໃຫຍ່ ທີ່​ສຸດ ​ໃນ​ໂລກ ດ້ວຍ​ຜົນ​ຜະລິດ 1,87 ລ້ານ​ໂຕນ ​ໃນ​ປີ 2021, ດ້ວຍ​ເນື້ອ​ທີ່ ​ປູກ​ໝາກພ້າວ 175.000 ​ເຮັກຕາ ຊຶ່ງສ່ວນ​ໃຫຍ່ ແມ່ນຕັ້ງຢູ່ ເຂດທົ່ງພຽງ ແມ່ນ້ຳຂອງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments