Sunday, September 22, 2024
Homeຂ່າວໜ້າໜຶ່ງຄວາມຄືບໜ້າການຈັດຕັ້ງປະຕິບັດແຜນງານອະນາໄມ ແລະ ສົ່ງເສີມສຸຂະພາບ

ຄວາມຄືບໜ້າການຈັດຕັ້ງປະຕິບັດແຜນງານອະນາໄມ ແລະ ສົ່ງເສີມສຸຂະພາບ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນງານອະນາໄມ ແລະ ສົ່ງເສີມສຸຂະພາບທົ່ວປະເທດ ປະຈຳປີ 2022 ແລະ ທິດທາງແຜນການ ປີ 2023 ຈັດຂຶ້ນວັນທີ 28 ກຸມພາ 2023 ທີ່ສູນຮ່ວມມືສາກົນ ແລະ ການເຝິກອົບຮົມ ເປັນປະທານຂອງ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ມີທ່ານ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ພ້ອມດ້ວຍ ຕາງໜ້າກົມອ້ອມຂ້າງ ຫົວໜ້າອຳນວຍການໂຮງໝໍແຂວງ ແລະ ສູນກາງ ຫົວໜ້າພະແນກສາທາລະນະສຸກແຂວງ ນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ສະໜອງ ທອງຊະນະໄດ້ກ່າວວ່າ: ແຜນງານອະນາໄມ ແລະ ສົ່ງເສີມສຸຂະພາບແມ່ນແຜນງານໝຶ່ງ ນອນໃນ 8 ແຜນງານຂອງກະຊວງສາທາລະນະສຸກເຊິ່ງໃນໄລຍະຜ່ານມາການຈັດຕັ້ງປະຕິບັດຄາດໝາຍສູ້ຊົນບັນດາຕົວຊີ້ບອກຂອງຂະແໜງສາທາລະນະສຸກເພື່ອບັນລຸເປົ້າໝາຍສະຫັດສະວັດ ແລະການພັດທະນາແບບຍືນຍົງທີ່ລັດຖະບານ ແລະ ກອງປະຊຸມສະພາແຫ່ງຊາດໄດ້ຕົກລົງ ແຜນງານອະນາໄມແມ່ນແຜນງານບູລິມະສິດໜຶ່ງທີ່ສຳຄັນຂອງບັນດາແຜນງານຂອງຂະແໜງສາທາລະນະສຸກ ກວມເອົາເຖິງ 10 ຕົວຊີ້ວັດທີ່ສະພາຮັບຮອງ ຜ່ານມາພາກສ່ວນກ່ຽວຂ້ອງຂອງແຜນງານດັ່ງກ່າວໄດ້ຮ່ວມກັບບັນດາສູນ ແລະ ທ້ອງຖີ່ນ ໄດ້ມີຄວາມພະຍາຍາມ ແລະ ມີຄວາມຄືບໜ້າໃນການບັນລຸເປົ້າໝາຍແຜນພັດທະນາສາທາລະນະສຸກ ປີ 2022 ແມ່ນໄດ້ມີຫຼາຍແຂວງສາມາດບັນລຸໄດ້ຕົວຊີ້ບອກໂດຍສະເພາະ ອັດຕາການສັກວັກຊີນ Penta 3 ບັນລຸໄດ້ກາຍ 95% ໃນບາງແຂວງ ອັດຕາການຕາຍຂອງແມ່ຫຼຸດລົງ ອັດຕາການຕາຍຂອງເດັກຕໍ່າກວ່າ 1 ປີ ແລະ ເດັກຕໍ່າກວ່າ 5 ປີ ກໍແມ່ນຫຼຸດລົງ ອັດຕາການຊົມໃຊ້ນ້ຳສະອາດເພີ້ມຂື້ນເຖີງ ອັດຕາການຊົມໃຊ້ວິດຖ່າຍເພີ້ມຂື້ນເຖີງ ຈໍານວນບ້ານສາທາລະນະສຸກແບບຢ່າງໄດ້ເພີ້ມຂື້ນ ສະນັ້ນໃນ ໃນ 1 ປີຜ່ານມາໄດ້ມີຄວາມພະຍາຍາມ ສູ້ຊົນ ເພື່ອເຮັດໃຫ້ບັນລຸໄດ້ຕາມແຜນ ເຊັ່ນ ການເຊື່ອມສານເຄື່ອນທີ່ເຂົ້າໄປໃຫ້ເຖິງກຸ່ມເປົ້າໝາຍໃນເຂດບ້ານທີ່ຫ່າງໄກສອກຫຼີກ ມີການຕະລຸມບອນໃນເຂດພື້ນທີ່ມີອັດຕາການສັກວັກຊີນຕໍ່າ ມີການປະສານງານກັບຫຼາຍພາກສ່ວນໂດຍສະເພາະວຽກໂພຊະນາການ 1 ດຽວຫຼາຍຂະແໜງການມີສ່ວນຮ່ວມດ້ວຍວິທີການເຊື່ອມຕໍ່ໂດຍການສ້າງຄວາມເປັນເຈົ້າການຂອງຊຸມຊົນເຂົ້າມາມີຄວາມເປັນເຈົ້າການໃນການປຸກລະດົມຊຸມຊົນເຂົ້າເຖິງການບໍລິການດ້ວຍຫຼາຍຮູບການ ທັງໝົດທັງມວນນີ້ແມ່ນຍ້ອນໄດ້ຮັບການສະໜັບສະໜູນຂອງຄູ່ຮ່ວມພັດທະນາໃນການທຸ້ມເທງົບປະມານເຂົ້າມາຊ່ວຍ ໃນສາຍແຜນງານດັ່ງກ່າວເປັນປັດໃຈຫຼັກຂອງການເຮັດໃຫ້ແຜນງານໄດ້ມີການຂັບເຄື່ອນຢ່າງທັນເວລາ.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments