Monday, September 23, 2024
Homeຂ່າວໜ້າໜຶ່ງແຈ້ງແນະນຳກ່ຽວກັບການຈັດຕັ້ງສະຫລອງວັນແມ່ຍິງສາກົນ ຄົບຮອບ 113 ປີ

ແຈ້ງແນະນຳກ່ຽວກັບການຈັດຕັ້ງສະຫລອງວັນແມ່ຍິງສາກົນ ຄົບຮອບ 113 ປີ

ເມື່ອບໍ່ດົນມານີ້, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ແຈ້ງການແນະນໍາເຖິງຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ຄະນະປະທານສະຫະພັນແມ່ຍິງແຂວງ, ນະຄອນຫລວງວຽງຈັນ, ກະຊວງ-ອົງການທຽບເທົ່າ ກ່ຽວກັບການສ້າງຂະບວນສະເຫລີມສະຫລອງວັນແມ່ຍິງສາກົນ ຄົບຮອບ 113 ປີ (8/3/1910-8/3/2023) ພາຍໃຕ້ຄຳຂວັນ: “ການນໍາໃຊ້ດີຈິຕອນສຳລັບທຸກຄົນ: ການໃຊ້ນະວັດຕະກໍາ ແລະ ເຕັກໂນໂລຊີເພື່ອຄວາມສະເໝີພາບຍິງ-ຊາຍ” ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນວັນແມ່ຍິງສາກົນ 8 ມີນາ ທີ່ຈະມາເຖິງນີ້ໃຫ້ເປັນຂະບວນຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ ທັງເປັນການສຶກສາອົບຮົມ, ປຸກລະດົມຂະບວນການແມ່ຍິງ, ຈັດຕັ້ງປະຕິບັດ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII.

ຈຸດປະສົງເພື່ອທົບທວນຫວນຄືນປະຫວັດມູນເຊື້ອ ແລະ ການເຄື່ອນໄຫວ ຂະບວນການຂອງແມ່ຍິງທົ່ວໂລກ, ພາກພື້ນ, ອາຊຽນ ແລະ ການເຂົ້າຮ່ວມເຄື່ອນໄຫວ ໃນຂະບວນການດັ່ງກ່າວຂອງສະຫະພັນແມ່ຍິງລາວ ໃນແຕ່ລະໄລຍະ; ເພື່ອເປັນການປຸກລະດົມ ສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າ ເຂົ້າຮ່ວມຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນພັດທະນາແມ່ຍິງລາວ ຕິດພັນກັບຂະບວນການເຄື່ອນ ໄຫວ ຂອງເອື້ອຍນ້ອງແມ່ຍິງ ໃນການຈັດຕັ້ງປະຕິບັດສົນທິສັນຍາ, ຖະແຫລງການ ແລະ ເປົ້າໝາຍການພັດທະນາແບບຍືນຍົງ 2030 ໂດຍມີເນື້ອໃນກິດຈະກຳດັ່ງນີ້: ສະຫະພັນແມ່ຍິງແຕ່ລະຂັ້ນ ຈັດປາຖະກະຖາ ຫວນຄືນປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ໃຫ້ຕິດພັນກັບການສະຫລຸບການເຄື່ອນໄຫວວຽກງານ ພົວພັນຮ່ວມມືກັບສາກົນ ໃນ 1 ປີທີ່ຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ; ຈັດກອງປະຊຸມສຳມະນາ ທີ່ພົວພັນເຖິງການພັດທະນາ, ການປົກປ້ອງສິດຜົນປະໂຫຍດອັນຊອບທຳ ຂອງແມ່ຍິງ, ກົດໝາຍພັດທະນາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ, ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ກົດໝາຍວ່າດ້ວຍຄວາມສະເໝີຍິງ-ຊາຍ ແລະ ສົນທິສັນຍາຕ່າງໆ. ພ້ອມກັນ ຈັດຕັ້ງເຜີຍແຜ່ໃຫ້ຄວາມຮູ້ ກ່ຽວກັບການຮັກສາສຸຂະພາບ, ກວດສຸຂະພາບໃຫ້ແມ່ຍິງ, ສົ່ງເສີມຄວາມກ້າວໜ້າໃຫ້ແມ່ຍິງ ແລະ ຫົວຂໍ້ອື່ນໆ; ສ້າງຂະບວນການແຂ່ງຂັນສິລະປະວັນນະຄະດີ, ກິລາປະເພດຕ່າງໆ, ຂະບວນການອອກແຮງງານ, ການວາງສະແດງຜະລິດຕະພັນຫັດຖະກຳ, ຜົນຜະລິດກະສິກຳ ຕາມຄວາມສາ ມາດ ແລະ ຈຸດພິເສດຕົວຈິງ ຂອງແຕ່ລະພາກສ່ວນ.

ສໍາລັບສູນກາງສະຫະພັນແມ່ຍິງລາວ ອີງຕາມຂໍ້ຕົກລົງ ຂອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ວ່າດ້ວຍການຈັດຕັ້ງພິທີສະເຫລີມສະຫລອງ ວັນແມ່ຍິງສາກົນໃນປີນີ້ ດັ່ງນີ້: ວັນທີ 9 ມີນາ 2023 ທີ່ສູນອົບຮົມແມ່ຍິງລາວ: ກວດສຸຂະພາບ ແລະ ກວດຕາ (ບໍ່ເສຍຄ່າ); ວັນທີ 10 ມີນາ 2023 ທີ່ສູນການຮ່ວມມື ແລະ ຝຶກອົບຮົມສາກົນ (ICTC) ມີ: ກອງປະຊຸມສຳມະນາ ໃນຫົວຂໍ້ທີ່ຕິດພັນ; ເດີນແບບ ຊຸດຊົນເຜົ່າ ແລະ ຊຸດປະຈຳຊາດ ຮ່ວມກັບບັນດາສະຖານທູດ, ອົງການເຄືອຂ່າຍສະຫະປະຊາຊາດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສັງຄົມ ແລະ ບັນດາຄູ່ຮ່ວມມືຕ່າງໆ, ງານວາງສະແດງບຸດຜົນງານ ແລະ ສິນຄ້າຕ່າງໆ. ໃນວັນທີ 11 ມີມາ 2023 ທີ່ເດີນພະທາດຫລວງວຽງຈັນ ຈະມີການຈັດກິດຈະກຳ ຍ່າງເພື່ອສຸຂະພາບຄອບຄົວ ຄັ້ງທີ 3 ແລະ ແຂ່ງຂັນກິລາພື້ນບ້ານສາມັກຄີ ຊີງຂັນ ປະທານສູນກາງສະຫະພັນແມ່ຍິງລາວ.

ຫລັງຈາກໄດ້ຮັບແຈ້ງການສະບັບນີ້ແລ້ວ ໃຫ້ສະຫະພັນແມ່ຍິງແຕ່ລະຂັ້ນຄົ້ນຄວ້າປຶກສາຫາລື, ຂໍທິດຊີ້ນຳຈາກຄະນະພັກ, ອົງການປົກຄອງ ແລະ ປະສານສົບທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ. ພ້ອມກັນນີ້, ຄະນະສະຫະພັນແມ່ຍິງແຕ່ລະຂັ້ນ ເປັນເຈົ້າການໃນການຈັດຕັ້ງພິທີສະເຫລີມສະຫລອງ ວັນດັ່ງກ່າວ ໃຫ້ຮັບປະກັນດ້ານເນື້ອໃນ, ມີບັນຍາກາດດີ, ປະຢັດມັດທະຍັດ ແລະ ສອດຄ່ອງກັບສະພາບຄວາມເປັນຈິງຂອງຂະແໜງການ ແລະ ທ້ອງຖິ່ນ; ການຈັດຕັ້ງປະຕິບັດ ບັນດາກິດຈະກໍາຕ່າງໆທີ່ປິ່ນອ້ອມ ແມ່ນໃຫ້ເອົາໃຈໃສ່ການປະຕິ ບັດຕາມມາດຕະການປ້ອງກັນ ການ ແຜ່ລະບາດຂອງພະຍາດໂຄວິດ-19 ຕາມແຈ້ງການ ຂອງ ຄະນະສະເພາະກິດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments