Sunday, September 22, 2024
Homeຂ່າວຕ່າງປະເທດອາຊຽນ-ອີຢູ ໃຫ້ຄຳໝັ້ນສັນຍາ ເພີ່ມທະວີການຮ່ວມມື

ອາຊຽນ-ອີຢູ ໃຫ້ຄຳໝັ້ນສັນຍາ ເພີ່ມທະວີການຮ່ວມມື

ຕາມຂ່າວຈາກວິທະຍຸສາກົນຫວຽດນາມ ວັນທີ 26 ກຸມພານີ້ ກອງປະຊຸມຄັ້ງທີ 30 ຂອງຄະນະກຳມະການຮ່ວມມືສອງຝ່າຍ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ​ແລະ ສະຫະພາບເອີຣົບ (ອີຢູ) ຈັດຂຶ້ນຢູ່ນະຄອນຫລວງຈາກາຕາ ຂອງອິນໂດເນເຊຍ ໄດ້ອັດລົງດ້ວຍ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ​ໂດຍ​ທັງສອງຝ່າຍໄດ້ອອກຖະແຫລງການຮ່ວມຢັ້ງຢືນຄຳໝັ້ນ ສັນຍາເພີ່ມທະວີການຮ່ວມມືລະຫວ່າງອາຊຽນ-ອີຢູຄືນໃໝ່ ແລະ ຮັກສາບົດບາດໃຈກາງຂອງອາຊຽນ ໂດຍອີງໃສ່ບັນດາ ຫລັກການພື້ນຖານທີ່ຄ້າຍຄືກັນໃນການສຳຜັດມະຫາສະໝຸດອິນເດຍ-ປາຊີຟິກ ຂອງແຕ່ລະຝ່າຍ. ນອກ​ນີ້ຍັງ​ຕົກລົງເຫັນດີ ເປັນເອກະພາບຊອກຮູ້ຄວາມສາມາດບົ່ມຊ້ອນ ໃນການຮ່ວມມື ໃນ 4 ຂົງເຂດບຸລິມະສິດຂອງວິໄສທັດອາຊຽນ ກ່ຽວກັບ ມະຫາສະໝຸດອິນ ເດຍ-ປາຊີຟິກ, ເໝາະສົມກັບບັນດາຫລັກການສົນທິສັນຍາໄມຕີຈິດມິດຕະພາບ ແລະ ການຮ່ວມມືຢູ່ ອາຊີຕາເວັນອອກສ່ຽງໃຕ້ (TAC) ກົດບັດອາຊຽນ ແລະ AOIP​ ແລະ ເລີ່ມປະຕິບັດຂໍ້ລິເລີ່ມຂອງກຸ່ມເອີຣົບ ກ່ຽວກັບການ ເຊື່ອມຕໍ່ແບບຍືນຍົງ ແລະ ຜັນຂະຫຍາຍຂໍ້ລິ້ເລີ່ມສີຂຽວຂອງກຸ່ມເອີຣົບ ເພື່ອແນໃສ່ເພີ່ມທະວີການຮ່ວມມືອາຊຽນ ​ແລະ ອີຢູ ດ້ວຍບັນດາໂຄງການລະອຽດ ລະດັບພາກພື້ນ ແລະ ລະດັບຊາດ, ພ້ອມທັງຊົມເຊີຍບ້ວງເງິນປະກອບສ່ວນປະມານ 10 ຕື້ເອີໂຣ ຂອງອີຢູ ໃຫ້ແກ່ການຜັນຂະຫຍາຍຂໍ້ລິເລີ່ມ “ປະຕູຂອງທົ່ວໂລກ” ຂອງອີຢູໃນພາກພື້ນອາຊຽນ. ​ໂດຍສອງຝ່າຍກໍ່ຢັ້ງຢືນ ຄວາມສຳຄັນ ແລະ ຄຳໝັ້ນສັນຍາ ສຳລັບໂຄງການດຳເນີນງານ 2030 ແລະ ພັດທະນາແບບຍືນຍົງ, ສົນທິສັນຍາແມ່ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCCC), ຂໍ້ຕົກລົງປາຣີ (COP21), ສົນທິສັນຍາ ກ່ຽວກັບຊີວະນາໆ ພັນ (CBD) ແລະ ຂອບຊີວະນາໆ ພັນທົ່ວ ໂລກ ໂກນມິນ-Montreal.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments