Home ຂ່າວຕ່າງປະເທດ ຟີລິບປິນ ຮັບຮອງຂໍ້ຕົກລົງການຄ້າອາເຊັບ

ຟີລິບປິນ ຮັບຮອງຂໍ້ຕົກລົງການຄ້າອາເຊັບ

0

ຕາມ​ຂ່າວ​ຈາກນະຄອນຫລວງມະນິລາ, ສະພາ​ແຫ່ງ​ຊາດ​ຟີ​ລິບ​ປິນ ​ໄດ້​ໃຫ້​ສັດຕະຍາບັນຕໍ່​ສັນຍາຄູ່​ຮ່ວມ​ມື​ເສດຖະກິດພາກ​ພື້ນ (RCEP) ​ເມື່ອ​ດົນ​ມາ​ນີ້ ຫລັງ​ຈາກກະຊວງ​ເສດຖະກິດ​ຟີ​ລິບ​ປິນ ຕັ້ງຄວາມຫວັງ​ວ່າ: ຈະ​ຊ່ວຍ​ເພີ່ມ​ຄວາມ​ສະ​ດວກໃນ​ການ​ນຳ​ເຂົ້າສິນຄ້າກະ​ສິ​ກຳ​ເພື່ອ​ຫລຸດຜ່ອນວິ​ກິດ​ການ​ເງິນ​ເຟີ້ ເຊິ່ງສະຖານະການປະຈຸບັນຍັງຄົງເປັນສະຖິຕິສູງ​ສຸດ​ໃນ​ຮອບ 14 ປີ. ປັດຈຸບັນອາ​ເຊັບ (RCEP) ມີ​ສະມາຊິກ 15 ປະ​ເທດ ປະກອບ​ດ້ວຍສະມາຊິກສະມາຄົມ​ປະຊາ​ຊາດ​ແຫ່ງ​ອາຊີຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) 10 ປະ​ເທດ ​ແລະ ຄູ່​ເຈລະຈາ​ອີກ 5 ປະ​ເທດ ​ໄດ້​ແກ່ ສປ ຈີນ, ຍີ່ປຸ່ນ, ສ.​ເກົາຫລີ, ອົດ​ສະຕຣາລີ ​ແລະ ນູ​ແວນ​ເຊ​ລັງ. ອາ​ເຊັບ (RCEP) ຖື​ເປັນຂໍ້​ຕົກລົງການ​ຄ້າ​ເສລີ (FTA) ຂະໜາດໃຫຍ່ທີ່ສຸດໃນໂລກເນື່ອງຈາກມູນ​ຄ່າ GDP ຂອງສະມາຊິກອາ​ເຊັບ​ ລວມກັນກວມເອົາ 1 ​ໃນ 3 ຂອງໂລກດ້ວຍມູນຄ່າປະມານ 26,2 ພັນຕື້ໂດລາສະຫະລັດ ກວມເອົາ ປະຊາກອນ 2.200 ລ້ານຄົນ ຫລື 1​ ໃນ 3 ຂອງປະຊາກອນໂລກ ​ແລະ ຍັງ​ເປັນ FTA ສະບັບທໍາ​ອິດ​ໃນ​ປະ​ຫວັດ​ສາດ ທີ່​ໄດ້​ຮັບການ​ລົງ​ນາມ​ ໂດຍ​ ສປ ຈີນ, ຍີ່​ປຸ່ນ​ ແລະ ​ສ.​ເກົາຫລີ ຮ່ວມ​ລົງ​ນາມ​ພ້ອມ​ກັນ​ຕັ້ງ​ແຕ່​ຕົ້ນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version