Home ຂ່າວຕ່າງປະເທດ UN ຊີ້ບອກວ່າ ທຸກ 2 ນາທີ ມີແມ່ຍິງເສຍຊີວິດຈາກການຖືພາ-ເກີດລູກ

UN ຊີ້ບອກວ່າ ທຸກ 2 ນາທີ ມີແມ່ຍິງເສຍຊີວິດຈາກການຖືພາ-ເກີດລູກ

0
382

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ອົງການສະຫະປະຊາຊາດ (UN) ກ່າວວ່າ: ໃນທຸກໆ 2 ນາທີ ຈະມີແມ່ຍິງ 1 ຄົນເສຍຊີວິດ ເນື່ອງຈາກພາວະແຊກຊ້ອນໃນການຖືພາ ຫຼື ການໃຫ້ກຳເນີດລູກ ເຖິງແມ່ນວ່າອັດຕາການເສຍຊີວິດຂອງແມ່ຈະຫຼຸດລົງປະມານ 33% ໃນຮອບ 20 ປີກໍຕາມ.

ໂດຍອີງຕາມການລາຍງານຂອງອົງການອະນາໄມໂລກ (WHO) ແລະ ໜ່ວຍງານອື່ນໆຂອງ UN ລະບຸວ່າ ອັດຕາການເສຍຊີວິດຂອງແມ່ໂດຍລວມຫຼຸດລົງ 34,3% ໃນໄລຍະເວລາ 20 ປີ ເຖິງຢ່າງໃດກໍຕາມ, ການເສຍຊີວິດຈາກການຖືພາ ຫຼື ການເກີດລູກເກືອບ 800 ຄົນຕໍ່ວັນເມື່ອປີ 2020 ນັ້ນ ໝາຍຄວາມວ່າ ມີແມ່ຍິງເສຍຊີວິດປະມານ 1 ຄົນໃນທຸກໆ 2 ນາທີ. ທ່ານ ດຣ. ເທໂດສ ອາດຮານອມ ເກເບຣເຢຊຸສ ຜູ້ອຳນວຍການ WHO ກ່າວວ່າ: ຂະນະທີ່ການຖືພາຄວນເປັນໄລຍະເວລາແຫ່ງຄວາມຫວັງອັນຍິ່ງໃຫຍ່ ແລະ ເປັນປະສົບການທີ່ດີສຳລັບແມ່ຍິງທຸກຄົນ ແຕ່ມັນຍັງຄົງເປັນປະສົບການທີ່ໜ້າເສົ້າໃຈ ແລະ ອັນຕະລາຍຢ່າງໜັກ ຕໍ່ຜູ້ຄົນຫຼາຍລ້ານຄົນທົ່ວໂລກ ຊຶ່ງສະຖິຕິໃໝ່ເຫຼົ່ານີ້ໄດ້ເປີດເຜີຍໃຫ້ເຫັນເຖິງຄວາມຈຳເປັນແບບຮີບດ່ວນ ເພື່ອເຮັດໃຫ້ແນ່ໃຈວ່າ ແມ່ຍິງ ແລະ ເດັກນ້ອຍຍິງທຸກຄົນເຂົ້າເຖິງການບໍລິການດ້ານສຸຂະພາບທີ່ສຳຄັນ ແລະ ພວກເຂົາສາມາດໃຊ້ສິດທິໃນການຈະເລີນພັນໄດ້ຢ່າງເຕັມທີ່. ທ່ານນາງ ເຈນນີ ເຄຣສເວວ ຜູ້ຂຽນບົດລາຍງານລະບຸວ່າ: ການເສຍຊີວິດຂອງແມ່ຍັງເພີ່ມຫຼາຍຢູ່ໃນພາກພື້ນທີ່ທຸກຍາກທີ່ສຸດໃນໂລກ ແລະ ໃນປະເທດທີ່ໄດ້ຮັບຜົນກະທົບຈາກຂໍ້ຂັດແຍ່ງທີ່ມີອັດຕາການເສຍຊີວິດສູງກວ່າຄ່າສະເລ່ຍທົ່ວໂລກເຖິງ 2 ເທົ່າ.

ບົດລາຍງານລະບຸວ່າ ສາເຫດການເສຍຊີວິດອັນດັບທຳອິດແມ່ນເລືອດອອກຮຸນແຮງ, ການຕິດເຊື້ອ, ພາວະແຊກຊ້ອນຈາກການລຸລູກແບບບໍ່ປອດໄພ ແລະ ພະຍາດປະຈຳຕົວ ຊຶ່ງທັງໝົດນີ້ສາມາດປ້ອງກັນ ແລະ ປິ່ນປົ່ວໄດ້. ທັງນີ້, WHO ກ່າວວ່າ ມັນເປັນເລື່ອງສຳຄັນຫຼາຍທີ່ແມ່ຍິງຕ້ອງຄວບຄຸມອະນາໄມການຈະເລີນພັນ ໂດຍສະເພາະເລື່ອງການຈະມີລູກ ຫຼື ບໍ່ ແລະ ເວລາໃດ ເພື່ອທີ່ພວກເຂົາຈະສາມາດວາງແຜນ ແລະ ເວັ້ນໄລຍະຫ່າງການເກີດລູກເພື່ອຮັກສາສຸຂະພາບຕົວເອງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here