Sunday, September 22, 2024
Homeຂ່າວກິລາແມນຢູ ຊະນະ ນິວຄາດເຊິນ 2-0 ຄວ້າແຊ໋ມ ຄາຣາບາວ ຄັບສະໄໝທີ 6 ມາຄອງໄດ້ສຳເລັດ

ແມນຢູ ຊະນະ ນິວຄາດເຊິນ 2-0 ຄວ້າແຊ໋ມ ຄາຣາບາວ ຄັບສະໄໝທີ 6 ມາຄອງໄດ້ສຳເລັດ

ທັບນັກເຕະ ສະໂມສອນ ແມນເຊັດເຕີ ຢູໄນເຕັດ ທີມອັນດັບທີ 3 ຈາກພຣີເມຍລີກ ອັງກິດ ຍັງສ້າງຜົນງານໄດ້ດີຕໍ່ເນື່ອງ ແລະ ຫຼ້າສຸດສາມາດເອົາຊະນະ ສະໂມສອນ ນິວຄາດເຊິນ ຢູໄນເຕັດ ທີມມະຫາເສດຖີຮ່ວມລີກ ໄປໄດ້ແບບສະບາຍ 2-0 ປະຕູ ໃນຮອບຊີງຊະນະເລີດ ຄວ້າແຊ໋ມການແຂ່ງຂັນເຕະບານ ຄາຣາບາວ ຄັບ ອັງກິດ ລະດູການ 2022-2023 ໄປຄອງໄດ້ສຳເລັດ ພ້ອມເປັນແຊ໋ມລາຍການນີ້ສະໄໝທີ 6 ແລະ ຍັງເປັນແຊ໋ມລາຍການທຳອິດຂອງສະໂມສອນໃນຮອບ 6 ປີ ອີກດ້ວຍ.

ການແຂ່ງຂັນເຕະບານ ຄາຣາບາວ ຄັບ ອັງກິດ ລະດູການ 2022-2023 ນັດຊີງຊະນະເລີດ ເມື່ອວັນທີ 26 ກຸມພາ ຜ່ານມາ ທີ່ສະໜາມ ເວມບລີ ນະຄອນຫຼວງລອນດອນ ປະເທດອັງກິດ ເປັນການໂຄຈອນມາພົບກັນເອງຂອງ ສອງທີມຈາກພຣີເມຍລີກຢ່າງ ສະໂມສອນ ແມນເຊັດເຕີ ຢູໄນເຕັດ ທີມອັນດັບທີ 3 ຂອງຕາຕະລາງ ພົບກັບ ສະໂມສອນ ນິວຄາດເຊິນ ຢູໄນເຕັດ ທີມອັນດັບທີ 5 ຂອງຕາຕະລາງ ໂດຍສະຖິຕິການພົບກັນຄູ່ນີ້ໃນທຸກລາຍການ 5 ນັດຫຼັງສຸດ ແມນຢູ ເອົາຊະນະ 3 ແລະ ສະເໝີ 2.

ທັງນີ້, ສຳລັບສະຖານະການ ນິວຄາດເຊິນ ຢູໄນເຕັດ ເກມນີ້ຖືວ່າມີບັນຫາໃນຕຳແໜ່ງຜູ້ຮັກສາປະຕູ ໂດຍ ນິກໂປບ ຜູ້ຮັກສາປະຕູມືໜຶ່ງ ຕິດໂທດຫ້າມລົງສະໜາມຫຼັງຖືກໃບແດງເກມຫຼ້າສຸດທີ່ເສຍ ລິເວີພູ 0-2 ສ່ວນຜູ້ຮັກສາປະຕູມືສອງ ມາຕິນ ດູບຣາບກາ ກໍບໍ່ສາມາດລົງສະໜາມໄດ້ ເນື່ອງໃນຕອນຕົ້ນລະດູການໄດ້ລົງທະບຽນໃນນາມເປັນນັກເຕະແມນຢູ ດ້ວຍສັນຍາຢືມຕົວ ຈຶ່ງເຮັດໃຫ້ ທ່ານ ເອັດດີ ຮາວ ຄູຝຶກໃຫຍ່ນິວຄາດເຊິນ ຈຳໃຈຕ້ອງໃຊ້ງານ ຄາຣິອຸດ ຜູ້ຮັກສາປະຕູມືສາມ ທີ່ບໍ່ເຄີຍລົງຫຼິ້ນໃຫ້ກັບທີມເລີຍຕັ້ງແຕ່ຍ້າຍມາຮ່ວມທີມລົງສະໜາມໃນເກມນີ້.

ສ່ວນ ທ່ານ ເອຣິກ ເທັນຮາກ ຄູຝຶກໃຫຍ່ ສະໂມສອນ ແມນເຊັດເຕີ ຢູໄນເຕັດ ມີນັກເຕະສົມບູນທຸກຕຳແໜ່ງ ໂດຍ 3 ປະສານແດນໜ້າ ໃຊ້ງານ ມາຄັດ ແຣດຟອດ ນັກເຕະຟອມແຮງ ລົງປະຈຳການປີກຊ້າຍ ແລະ ແອນໂທນີ ປີກຕົວເກັ່ງຊາວເບຣຊິນ ລົງປະຈຳການໃນຕຳແໜ່ງປີກຂວາ ໂດຍມີ ເວົ໊າ ເວກຮອດ ຢືນເປັນໜ້າເປົ້າໄລ່ລ່າປະຕູ.

ໃນເຄິ່ງເວລາທຳອິດ ທັງສອງທີມເປີດເກມບຸກເຂົ້າໃສ່ກັນຢ່າງສຸດມ່ວນ ຈົນມາເຖິງນາທີ 33 ແມນຢູ ມາໄດ້ປະຕູຂຶ້ນນຳກ່ອນ 1-0 ຈາກຈັງຫວະ ໄດ້ລູກຟຣີຄິກທາງເບື້ອງຊ້າຍ ລຸກຊໍ ເປີດບານມາບໍລິເວນໜ້າເຂດໂທດໃຫ້ ຄາເຊມິໂຣ ຂຶ້ນໂໝ່ງບານຜ່ານມື ດາຣິອຸດ ເຂົ້າປະຕູໄປຢ່າງສວຍງາມ. ຈາກນັ້ນ ນາທີ 39 ແມນຢູ ມາໄດ້ປະຕູນຳຫ່າງເປັນ 2-0 ຈາກຈັງຫວະ ເວົ໊າ ເວັກຮອດ ໄດ້ບານບໍລິເວນໜ້າເຂດໂທດ ແລ້ວສົ່ງໃຫ້ ມາຄັດ ແຣດຟອດ ເຂົ້າໄປຍິງບານເຕັມຂໍ້ ສະເວນ ບັອດມັນ ກອງຫຼັງ ນິວຄາດເຊິນ ພະຍາຍາມອອກມາສະກັດບານເຮັດໃຫ້ບານໄປສະແຫຼບເຂົ້າປະຕູໄປ ເຮັດໃຫ້ຈົບເກມການແຂ່ງຂັນໃນເຄິ່ງເວລາທຳອິດດ້ວຍສະກໍນີ້.

ກັບມາເຂົ້າສູ່ການແຂ່ງຂັນໃນເຄິ່ງເວລາທີສອງ ເປັນຝ່າຍຂອງ ນິວຄາດເຊິນ ທີ່ພະຍາຍາມເປີດເກມບຸກເຂົ້າໃສ່ ແລະ ມີໂອກາດຍິງຫຼາຍຄັ້ງແຕ່ບໍ່ຜ່ານມື ດາບິດ ເດເຄອາ ເຮັດໃຫ້ຈົບເກມການແຂ່ງຂັນ ແມນເຊັດເຕີ ຢູໄນເຕັດ ຊະນະ ນິວຄາດເຊິນ ຢູໄນເຕັດ 2-0 ປະຕູ ຄວ້າແຊ໋ມການແຂ່ງຂັນເຕະບານ ຄາຣາບາວ ຄັບ ອັງກິດ ລະດູການ 2022-2023 ໄປຄອງໄດ້ສຳເລັດ ພ້ອມເປັນແຊ໋ມລາຍການນີ້ສະໄໝທີ 6 ແລະ ຍັງເປັນແຊ໋ມລາຍການທຳອິດຂອງສະໂມສອນໃນຮອບ 6 ປີ ອີກດ້ວຍ ແລະ ກໍຖືເປັນແຊ໋ມລາຍການທຳອິດ ຈາກ 4 ແຊ໋ມທີ່ມີໂອກາດລຸ້ນໃນລະດູການນີ້ຂອງ ແມນຢູ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments