Sunday, September 22, 2024
Homeຂ່າວໜ້າໜຶ່ງທູດລາວ ປະຈໍາ ສສ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ມະຫາວິທະຍາໄລກິ່ວລອງ

ທູດລາວ ປະຈໍາ ສສ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ມະຫາວິທະຍາໄລກິ່ວລອງ

ໃນລະຫວ່າງວັນທີ 25-26 ກຸມພາ 2023 ທີ່ຜ່ານມາ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມ ຄະ ນະໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ມະຫາວິທະຍາໄລກິ່ວລອງ ແຂວງວິ່ງລອງ ສສ ຫວຽດ ນາມ ໂດຍການຕ້ອນຮັບຈາກ ທ່ານ ຮສດຈ. ດຣ ເລືອງ ມິງ ກື ຜູ້ອຳນວຍການມະຫາວິທະຍາໄລກິ່ວລອງ ພ້ອມດ້ວຍຄະນະອຳນວຍການ, ຄູ-ອາຈານ ແລະ ນັກສຶກສາລາວ ທີ່ກຳລັງສຶກສາ-ຮໍ່າຮຽນຢູ່ມະຫາວິທະຍາໄລດັ່ງກ່າວ.

ໂອກາດນີ້ ທ່ານ ຮສດຈ. ດຣ ເລືອງ ມິງ ກື ໄດ້ສະແດງຄວາມຍິນຕ້ອນຮັບ, ພ້ອມທັງລາຍງານສະພາບສັງລວມໂດຍຫຍໍ້ກ່ຽວກັບມະຫາວິທະຍາໄລ ວ່າ: ມະຫາວິທະຍາໄລດັ່ງກ່າວ ເປັນໂຮງຮຽນເອ ກະຊົນ 100 % ຊຶ່ງນັບແຕ່ສ້າງຕັ້ງ ແລະ ພັດທະນາ 20 ປີທີ່ຜ່ານມາ, ໂຮງຮຽນສາມາດຍາດມາໄດ້ຜົນງານຫລາຍດ້ານທີ່ພົ້ນເດັ່ນໃນຂົງເຂດການກໍ່ສ້າງຊັບພະຍາກອນມະນຸດ, ການຄົ້ນຄວ້າວິທະຍາສາດ. ປັດຈຸບັນ, ມີນັກສຶກສາທີ່ກຳລັງສຶກສາ-ຮໍ່າຮຽນ, ຄົ້ນຄວ້າຫລາຍກວ່າ 11.000 ຄົນ ໃນຫລາຍສາຂາວິຊາ ໂດຍສະເພາະຂະແໜງການແພດ, ກະສິກໍາ, ເຄື່ອງຈັກ, ກົດໝາຍ, ບໍລິຫານທຸລະກິດ, ການເງິນ-ການທະນາຄານ ແລະ ມີຄູ-ອາຈານຫລາຍກວ່າ 600 ຄົນທີ່ສິດສອນ. ພິເສດ, ມະຫາວິທະຍາໄລກິ່ວ ລອງ ໄດ້ຊ່ວຍກໍ່ສ້າງຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ ນັບແຕ່ມີ 2015 ເປັນຕົ້ນມາ ດ້ວຍຮູບແບບທຶນການສຶກສາທີ່ແຕກຕ່າງກັນ (ສ່ວນຫລາຍແມ່ນທຶນສ່ວນຕົວ), ປັດຈຸບັນມີນັກສຶກສາລາວ ກຳລັງຮຽນ ຢູ່ ໂຮງຮຽນດັ່ງກ່າວ ຈຳນວນ 114 ຄົນ.

ທ່ານ ແສງເພັດ ຮຸ່ງບຸນຍວງ ກໍສະແດງຄວາມຂອບໃຈມາຍັງ ມະຫາວິທະຍາໄລກິ່ວລອງ ທີ່ໄດ້ໃຫ້ການຕ້ອນຮັບ ແລະ ອຳນວຍຄວາມສະດວກຕ່າງໆໃຫ້ຄະນະຄັ້ງນີ້. ພ້ອມທັງໄດ້ກ່າວວ່າ: ການພົວພັນຮ່ວມມືຂະແໜງການສຶກສາ ແມ່ນບຸລິມະສິດຕົ້ນຕໍ ຂອງການຮ່ວມມືລະຫວ່າງສອງປະເທດລາວ-ຫວຽດນາມ ໂດຍທ່ານໄດ້ຕີລາຄາສູງຕໍ່ການຊ່ວຍກໍ່ສ້າງຊັບພະຍາມະນຸດຂອງພັກ, ລັດຖະບານ ກໍຄື ບັນດາສະຖາບັນການສຶກສາຂອງຫວຽດນາມ ໃຫ້ແກ່ ສປປ ລາວ, ໃນນີ້ກໍມີການປະສ່ວນສໍາຄັນຂອງມະຫາວິທະຍາໄລກິ່ວລອງ, ສະແດງຄວາມຂອບໃຈທີ່ໄດ້ເອົາໃຈໃສ່ຄຸ້ມຄອງ ແລະ ເບິ່ງແຍງນັກສຶກສາລາວ ໂດຍສະເພາະໃນໄລຍະທີ່ມີການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ຊຶ່ງຈາກການເອົາໃຈໃສ່ດັ່ງກ່າວ ເຮັດໃຫ້ນັກສຶກສາມີຄວາມປອດໄພ ແລະ ສຳເລັດໜ້າທີ່ການສຶກສາຂອງຕົນ. ແຕ່ເຖິງຢ່າງໃດກໍຕາມ, ຄ່ຽງຄູ່ກັບບັນດາໝາກຜົນທີ່ຍາດມາໄດ້ໃນໄລຍະຜ່ານມານັ້ນ, ທ່ານທູດ ກໍໄດ້ນຳເອົາເນື້ອໃນຈິດ ໃຈການຊີ້ນຳຂອງການນໍາຂັ້ນສູງພັກ, ລັດສອງປະເທດ ທີ່ຍາມໃດກໍເນັ້ນໜັກເຖິງຄຸນນະພາບການສຶກສາຂອງນັກສຶກສາລາວ ຢູ່ ສສ ຫວຽດນາມ. ສະນັ້ນ, ທ່ານທູດ ຈຶ່ງສະເໜີໃຫ້ມະຫາວິທະຍາໄລກິ່ວລອງ ສືບຕໍ່ຊ່ວຍກໍ່ສ້າງຊັບພະຍາກອນມະນຸດ ສປປ ລາວ ດ້ວຍຄວາມຮັບຜິດຊອບສູງ, ຫລີກລ້ຽງການນະໂຍບາຍແບບບໍ່ສົມເຫດສົມຜົນ ຫລື ການໃຫ້ຄະແນນແບບທັງໆທີ່ນັກສຶກສາຜູ້ນັ້ນບໍ່ໄດ້ມາດຖານ ທັງນີ້, ກໍເພື່ອຮັບປະກັນຄຸນນະພາບຂອງນັກສຶກສາ ແລະ ຮັບປະກັນຊື່ສຽງຂອງມະຫາວິທະຍາໄລ. ໃນໂອກາດດຽວກັນນີ້, ທ່ານທູດ ກໍໄດ້ຂຶ້ນມອບໃບຍ້ອງຍໍ ໃຫ້ແກ່ນັກສຶກສາລາວ ທີ່ມີຜົນງານດີໃນການຮໍ່າຮຽນ ກໍຄື ໃນການຝຶກຝົນຫລໍ່ຫລອມຕົວເອງ ແລະ ຕອນທ້າຍໄດ້ໃຫ້ການໂອ້ລົມນັກສຶກສາລາວ ຕື່ມອີກ.

ຂ່າວ-ພາບ: ສະຖານທູດລາວປະຈຳ ສສ ຫວຽດນາມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments