Sunday, September 22, 2024
Homeຂ່າວການເມືອງລັດຖ​ະ​ບານ ສຸມໃສ່ປັບປຸງການບໍລິການຂົນສົ່ງໂດຍສານ ຜ່ານລົດໄຟ ລາວ-ຈີນ

ລັດຖ​ະ​ບານ ສຸມໃສ່ປັບປຸງການບໍລິການຂົນສົ່ງໂດຍສານ ຜ່ານລົດໄຟ ລາວ-ຈີນ

ລັດ​ຖະ​ບານ ສຸມໃສ່ປັບປຸງການບໍລິການຂົນສົ່ງໂດຍສານ ຜ່ານລົດໄຟ ລາວ-ຈີນ ໃຫ້ສະດວກ ແລະ ດີຂຶ້ນ ພ້ອ​ມ​ຄົ້ນຄວ້າໃຫ້ມີຈຸດປະຈໍາການ ສໍາລັບເຈົ້າໜ້າທີ່ ເພື່ອເຮັດໜ້າທີ່ແຈ້ງເຂົ້າ-ອອກເມືອງ. ອີງ​ຕາມ​ຜົນ​ສຳເລັດ​ຂອງ ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳ ເດືອນກຸມພາ 2023 ມີ​ບາງ​ຈຸດ​ລະ​ບຸ​ວ່າ: ສຸມໃສ່ປັບປຸງການບໍລິການຂົນ ສົ່ງໂດຍສານ ຜ່ານລົດໄຟ ລາວ-ຈີນ ໃຫ້ສະດວກ ແລະ ດີຂຶ້ນ ໂດຍສະເພາະ ປັບປຸງການບໍລິການຈຳໜ່າຍປີ້ລົດໄຟ ການປັບປຸງ ແລະ ຈັດສັນສະຖານ ທີ່ພາຍໃນສະຖານີລົດໄຟ ໂດຍໃຫ້ຜູ້ໄປໃຊ້ບໍລິການ ສາມາດເຂົ້າໄປລໍຖ້າໃນ ສະຖານີໄດ້ຄືກັບສະໜາມບິນສາກົນ ທັງຄົ້ນຄວ້າໃຫ້ມີຈຸດປະຈໍາການ ສໍາ ລັບເຈົ້າໜ້າທີ່ ເພື່ອເຮັດໜ້າທີ່ແຈ້ງເຂົ້າ-ອອກເມືອງ ກະກຽມການເປີດຂະ ບວນລົດໄຟໂດຍສານຂ້າມຊາຍແດນ ລາວ-ຈີນ ແລະ ອື່ນໆ ເພື່ອດຶງດູດ ແລະ ຮອງຮັບນັກທ່ອງທ່ຽວທີ່ເພີ່ມຂຶ້ນ ຢ່າງເປັນເຈົ້າການ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments