Sunday, September 22, 2024
Homeຂ່າວຕ່າງປະເທດລັດຖະສະພາຟີລິບປິນ ໃຫ້ສັດຕະຍາບັນຮັບຮອງຂໍ້ຕົກລົງການຄ້າ RCEP

ລັດຖະສະພາຟີລິບປິນ ໃຫ້ສັດຕະຍາບັນຮັບຮອງຂໍ້ຕົກລົງການຄ້າ RCEP

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 26 ກຸມພາ ຜ່ານມາ, ສະພາຄອງເກຣສຂອງຟີລິບປິນໄດ້ໃຫ້ສັດຕະຍາບັນຕໍ່ຂໍ້ຕົກລົງຫຸ້ນສ່ວນທາງດ້ານເສດຖະກິດລະດັບພາກພື້ນ (RCEP) ໂດຍກະຊວງເສດຖະກິດຂອງຟີລິບປິນໄດ້ຕັ້ງຄວາມຫວັງວ່າ ຈະຊ່ວຍເປັນການເພີ່ມຄວາມສະດວກໃນການນຳເຂົ້າສິນຄ້າການກະເສດ ເພື່ອບັນເທົາວິກິດເງິນເຟີ້ ຊຶ່ງສະຖານະການປັດຈຸບັນຍັງຄົງເປັນສະຖິຕິສູງທີ່ສຸດໃນຮອບ 14 ປີ.

ປັດຈຸບັນ, RCEP ມີສະມາຊິກ 15 ປະເທດປະກອບດ້ວຍສະມາຊິກອາຊຽນ 10 ປະເທດ ແລະ ຄູ່ເຈລະຈາອີກ 5 ປະເທດໄດ້ແກ່ ຈີນ, ຍີ່ປຸ່ນ, ສ ເກົາຫຼີ, ອົສຕຣາລີ ແລະ ນູແວນເຊລັງ. RCEP ຖືວ່າເປັນຂໍ້ຕົກລົງການຄ້າເສລີ (FTA) ຂະໜາດໃຫຍ່ທີ່ສຸດໃນໂລກ ເນື່ອງຈາກມູນຄ່າໂຕເລກລວມຍອດຜະລິດຕະພັນພາຍໃນ (GDP) ຂອງສະມາຊິກ RCEP ມີອັດຕາສ່ວນລວມກັນຄິດເປັນ 1 ໃນ 3 ຂອງໂລກ ດ້ວຍມູນຄ່າປະມານ 26,2 ລ້ານໆໂດລາ ຄວບຄຸມປະຊາກອນ 2.200 ລ້ານຄົນ ຫຼື 1 ໃນ 3 ຂອງປະຊາກອນໂລກ ແລະ ຍັງເປັນ FTA ສະບັບທຳອິດໃນປະຫວັດສາດທີ່ຈີນ, ຍີ່ປຸ່ນ ແລະ ສ ເກົາຫຼີ ຮ່ວມກັນລົງນາມພ້ອມກັນຕັ້ງແຕ່ເລີ່ມຕົ້ນ.

ທັງນີ້, RCEP ມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 1 ມັງກອນ 2022 ຫຼັງຈາກສະມາຊິກອາຊຽນຢ່າງນ້ອຍ 6 ປະເທດ ແລະ ຄູ່ເຈລະຈາອີກຢ່າງນ້ອຍ 3 ປະເທດໃຫ້ສັດຕະຍາບັນຄົບຕາມເງື່ອນໄຂຂອງການບັງຄັບໃຊ້ຂໍ້ຕົກລົງຄື ພາຍໃນຕົ້ນເດືອນພະຈິກ 2021. ຫຼັງຈາກນັ້ນ, ໃນສ່ວນຂອງສະມາຊິກອາຊຽນມີການເລີ່ມໃຫ້ສັດຕະຍາບັນຢ່າງຕໍ່ເນື່ອງ ແລະ ການລົງມະຕິຂອງຟີລິບປິນໝາຍຄວາມວ່າ ເຫຼືອພຽງມຽນມາປະເທດດຽວເທົ່ານັ້ນທີ່ເປັນສະມາຊິກອາຊຽນ ຊຶ່ງຍັງບໍ່ໄດ້ໃຫ້ສັດຕະຍາບັນຕໍ່ RCEP.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments