Saturday, September 21, 2024
Homeທ່ອງທ່ຽວນ້ຳ​ຕົກ​ຕາດ​ແຝກ

ນ້ຳ​ຕົກ​ຕາດ​ແຝກ

ນ້ຳ​ຕົກ​ຕາດ​ແຝກ ຕັ້ງ​ຢູ່​ບໍ​ລິ​ເວນ​ເຂດ​ບ້ານ​ດ່ານ ເມືອງ​ລະ​ມາມ ຊຶ່ງ​ເປັນ​ເມືອງ​ເອ​ກ​ຂອງ​ແຂວງ​ເຊກອງ, ຢູ່​ຫ່າງ​ຈາກ​ເທດ​ສະ​ບານ​ແຂວງ​ ​ປະ​ມານ 18 ກິ​ໂລ​ແມັດ ແລະ ຫ່າງ​ຈາກ​ເສັ້ນ​ທາງ​ເລກ​ທີ 16 ປະ​ມານ 2 ກິ​ໂລ​ແມັດ ແຕ່​ກ່ອນ​ຢູ່​ບໍ​ລິ​ເວນ​ເທິງ​ຫົວ​ຕາດ ແລະ ກ້ອງ​ຕາດ​ດັ່ງ​ກ່າວ​ມີ​ດອນ​ປົກ​ຄອມ​ຢູ່​ທີ່​ເຕັມ​ໄປ​ດ້ວຍ​ຫຍ້າ​ແຝກ ອັນ​ເປັນ​ທີ່​ມາ​ຂອງ​ຊື່​ຕາດ​ແຝກ, ແຕ່​ພໍ​ມາ​ຮອດ​ປີ 1968 ເກີດ​ມີ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່​ຢູ່​ເຂດນີ້ ຈຶ່ງ​ເຮັດ​ໃຫ້​ຫຍ້າ​ແຝກ​ດັ່ງ​ກ່າວ​ດັບ​ສູນ​ໄປ. ນ້ຳ​ຕົກ​ຕາດ​ແຝກ ສູງ​ປະ​ມານ 10-15 ແມັດ ແລະ ກວ້າງ 250 ແມັດ, ມີ​ຄວ​າມ​ງົດ​ງາມ ແລະ ອຸ​ດົມ​ສົມ​ບູນ​ໄປ​ດ້ວຍ​ປ່າ​ໄມ້​ຂຽວ​ອຸ່ມ​ທຸ່ມ, ມີ​ອາ​ກາດ​ປອດ​ໂປ່ງ​ແຈ່ມ​ໃສ ແລະ ມີ​ນ້ຳ​ໄຫຼ​ຜ່ານ​ຕະ​ຫຼອດ​ລະ​ດູ​ການ ນ້ຳ​ຕົກ​ຕາດ​ແຝກ ຖືກ​ຄົ້ນ​ພົບ​ໃນ​ປີ 1999 ແລະ ເລີ່ມ​ເປີດ​ໃຫ້​ເຂົ້າ​ທ່ຽວ​ຊົມ​ແຕ່​ປີ 2008 ເປັນ​ຕົ້ນ​ມາ.

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວກະຊວງ ຖວທ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments