Saturday, September 21, 2024
Homeຂ່າວພາຍໃນຖວທ ຫົງສາ ເຜີຍແຜ່ມະຕິເລກທີ 25/ກມສພ

ຖວທ ຫົງສາ ເຜີຍແຜ່ມະຕິເລກທີ 25/ກມສພ

ເມື່ອບໍ່ດົນມານີ້, ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ເມືອງຫົງສາ ແຂວງໄຊຍະບູລີ ໄດ້ລົງເຜີຍແຜ່ມະຕິ ເລກທີ 25/ກມສພ, ວ່າດ້ວຍການເພີ່ມທະວີການນຳພາຂອງພັກຕໍ່ວຽກງານວັດທະນະທຳໃນໄລຍະໃໝ່ຢູ່ບ້ານໂພນຈັນ ແລະ ບ້ານຈໍາປາ ເມືອງຫົງສາ, ໃຫ້ກຽດເຜີຍແຜ່ ຂອງທ່ານ ສີພູວົງ ວິໄລແກ້ວ ຫົວໜ້າຫ້ອງການ ຖວທ ເມືອງ, ມີນາຍບ້ານກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສີພູວົງ ວິໄລແກ້ວ ໄດ້ຍົກໃຫ້ເຫັນຄວາມໝາຍ-ຄວາມສໍາຄັນຂອງວຽກງານວັດທະນະທຳ,ວັດທະນະທຳ-ຮີດຄອງປະເພນີອັນດີງາມຂອງຊາດລາວ; ສະພາບວຽກງານວັດທະນະທຳໃນໄລຍະຜ່ານມາ;ທັດສະນະພື້ນຖານຂອງພັກ, ທິດທາງລວມ, ຄາດໝາຍສູ້ຊົນ ແລະ ໜ້າທີ່ຕົ້ນຕໍຂອງວຽກງານວັດທະນະທຳໃນຊຸມປີຕໍ່ໜ້າ. ໂອກາດນີ້, ທ່ານໄດ້ມີຄຳເຫັນໂອ້ລົມຫຼາຍບັນຫາ ຕໍ່ກັບການປົກປັກຮັກສາ ແລະ ເສີມຂະ ຫຍາຍວັດທະນະທຳ-ຮີດຄອງປະເພນີ ເພື່ອໃຫ້ມີຄວາມຍືນຍົງຄຽງຄູ່ຢູ່ກັບຊາດລາວ, ຄົນລາວຕະຫຼອດໄປ. ທັງນີ້ ເພື່ອໃຫ້ປະຊາຊົນບັນດາເຜົ່າມີຄວາມຮັບຮູ້ ແລະ ເຂົ້າໃຈບັນດາເນື້ອໃນຂອງມະຕິດັ່ງກ່າວ, ມີຄວາມເຂົ້າໃຈຕໍ່ວຽກງານວັດທະນະທຳໃນໄລຍະໃໝ່, ເພື່ອພ້ອມກັນຟື້ນຟູ, ອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ເສີມຂະຫຍາຍວັດທະນະທຳໃຫ້ມີຄວາມຍືນຍົງ.

ຂ່າວ-ພາບ: ບຸນປອນ ສຸກສົມບັດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments