Saturday, September 21, 2024
Homeຂ່າວພາຍໃນພາສີຄຳມ່ວນ ຕີລາຄາວຽກງານວິຊາສະເພາະປະຈຳປີ 2022

ພາສີຄຳມ່ວນ ຕີລາຄາວຽກງານວິຊາສະເພາະປະຈຳປີ 2022

ໃນວັນທີ 24 ກຸມພາຜ່ານມາ,ທີ່ຫ້ອງປະຊຸມຣີສອດສາຍພູຫຼວງ ຈຸດສຸມລັງຄັງ ເມືອງບົວລະພາ ແຂວງຄຳມ່ວນ, ພາສີປະຈໍາແຂວງຄຳມ່ວນໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງວຽກງານວິຊາສະເພາະປະຈໍາປີ 2022 ແລະ ກໍານົດທິດທາງແຜນການ, ມາດຕະການປະຈໍາປີ 2023 ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳສິງ ໄຊສິດທິເດດ ຫົວໜ້າພະແນກການເງິນແຂວງ, ມີທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີ ກະຊວງການເງິນ, ມີບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ແຂກຖຶກເຊີນເຂົ້າຮ່ວມ.

ທ່ານ ພູເມືອງ ແກ້ວຈັນທະລາ ຫົວໜ້າພາສີປະຈຳແຂວງໄດ້ຜ່ານບົດສະຫຼຸບຕີລາຄາວຽກງານວິຊາສະເພາະປະຈຳປີ 2022 ແລະ ທິດທາງແຜນການ ມາດຕະການປະຈຳປີ 2023 ລວມເຖິງບັນຫາຂໍ້ສະດວກ ແລະ ຂໍ້ຄົງຄ້າງໃນການຈັດເກັບລາຍຮັບໃນໄລຍະຜ່ານມາ. ຄະນະພັກ, ຄະນະນໍາຂອງພາສີປະຈໍາແຂວງ ກໍຄືບັນດາດ່ານພາສີຊາຍແດນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານ-ລັດຖະກອນໃນຂັ້ນຂອງຕົນຢ່າງເປັນປົກກະຕິ ຖືເອົາວຽກງານດັ່ງກ່າວເປັນວຽກງານຈຸດສຸມ ແລະ ສຳຄັນ ທັງເປັນພື້ນຖານໃນການນໍາພາ-ຊີ້ນຳ ແລະ ຈັດຕັ້ງປະຕິບັດວຽກງານວິຊາສະເພາະຕິດພັນກັບການ ເຄື່ອນໄຫວວຽກງານອື່ນໆ. ພາສີປະຈໍາແຂວງຄໍາມ່ວນປະກອບມີ 1 ຂະແໜງ, 2 ດ່ານພາສີສາກົນ, 1 ດ່ານທ້ອງຖິ່ນ, 5 ດ່ານປະເພນີ, 1 ເຂດເສດຖະກິດ, ມີພະນັກງານ – ລັດຖະກອນທັງໝົດ 59 ຄົນ, ຍິງ 13 ຄົນ. ສະເພາະ​ປີ 2022 ພາສີປະຈຳແຂວງ ໄດ້ຮັບຕົວເລກມອບໝາຍຈັດເກັບລາຍຮັບທັງໝົດ 610 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດຕົວຈິງ​​ ສາມາດປະຕິບັດໄດ້ ​ 579 ຕື້ກີບ ​ເທົ່າ​ກັບ 94,93% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເທົ່າກັບ 152,47% ເພີ່ມ​ຂຶ້ນ 52,47%. ລາຍຮັບຈາກສິນຄ້າຕົ້ນຕໍ ທີ່ໄດ້ລື່ນແຜນປະກອບມີ: ປະ​ເພດນໍ້າມັນເຊື້ອໄຟປະຕິບັດໄດ້ 145,317 ຕື້ກີບ, ເທົ່າກັບ 186,30% ຂອງແຜນການປີ ທຽບໃສ່ໄລຍະດຽວ ເທົ່າກັບ 195,83%; ພາຫະນະປະຕິ ບັດໄດ້ 61,718 ຕື້ກີບ ເທົ່າກັບ 1.204,72% ຂອງແຜນ ການປີ, ທຽບໃສ່ໄລຍະດຽວ

ເທົ່າກັບ 457,31%; ສິນ ຄ້ານໍາເຂົ້າເພື່ອສົ່ງອອກຕໍ່ ປະຕິບັດໄດ້ 214,817 ຕື້ກີບ ເທົ່າກັບ 115,80% ຂອງແຜນການປີ, ທຽບໃສ່ໄລຍະດຽວ ເທົ່າກັບ 152,29%​; ປະເພດ ສິນຄ້າຕາມສັນຍາອາຊ່ຽນ 42 ປະຕິບັດໄດ້ 23,683 ຕື້ກີບ ​ເທົ່າ​ກັບ 143,40% ຂອງແຜນການປີ ທຽບໃສ່ໄລຍະດຽວ 16,579 ຕື້ກີບ ເທົ່າກັບ 142,85%; ນໍ້າມັນຫຼໍ່ລື່ນອື່ນໆປະຕິບັດໄດ້ 3,900 ຕື້ກີບ ເທົ່າກັບ 133,11% ຂອງແຜນການ, ຄ່າປັບໄໝ, ຂາຍເຄື່ອງຮິບ ປະຕິບັດໄດ້ 2,203 ຕື້ກີບ ເທົ່າກັບ 66,02% ຂອງແຜນການປີ, ທຽບໃສ່ໄລຍະດຽວ ເທົ່າກັບ 189,95%; ຄ່າທຳນຽມຕ່າງໆປະຕິບັດໄດ້ 71,039 ຕື້ກີບ ເທົ່າກັບ 47,86% ຂອງແຜນການປີ, ສົມທຽບໃສ່ໄລຍະດຽວກັນ ເທົ່າກັບ 104,22% ເພີ່ມຂຶ້ນ 4,22%; ພາສີຂາອອກປະຕິ ບັດໄດ້ 12,582 ຕື້ກີບ ເທົ່າກັບ 30,99% ຂອງແຜນ ການປີ, ທຽບໃສ່ໄລຍະດຽວກັນ ເທົ່າກັບ 464,66% ເພີ່ມຂຶ້ນ 364,66%, ສໍາລັບທິດທາງແຜນການ ແລະ ມາດຕະການໃນຕໍ່ໜ້າ ແມ່ນຈະສຸມໃສ່ວຽກງານຈຸດສຸມ, ເອົາໃຈໃສ່ການຊີ້ນຳ-ນຳພາດ້ານການເມືອງແນວຄິດ ໃຫ້ພະນັກງານລັດຖະກອນເຈົ້າໜ້າທີ່ພາສີ, ເຜີຍແຜ່, ເຊື່ອມຊຶມ, ຄໍາສັ່ງ ແລະ ລະບຽບການຕ່າງໆທີ່ພັກ-ລັດວາງອອກໃນແຕ່ລະໄລຍະ, ສູ້ຊົນເກັບລາຍຮັບໃນປີ 2023 ຕາມຕົວເລກແຜນການ 788 ຕື້ກີບ. ພ້ອມນີ້ບັນດາຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດ ຄໍາເຫັນ ແລກປ່ຽນ ໂດຍສະເພາະບັນຫາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກທີ່ໄດ້ພົບພໍ້ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້.

ກອງປະຊຸມຍັງໄດ້ເຜີຍແຜ່ບັນ ດານິຕິກຳສຳຄັນຕ່າງໆ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານພາສີ ແລະ ມອບໃບຍ້ອງຍໍຂັ້ນກົມພາສີຂອງແຂວງຄຳມ່ວນ ໃຫ້ແກ່ພະນັກງານທີ່ມີຜົນງານໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນປີ 2022 ແລະ ບັນດາບໍລິສັດ, ຜູ້ປະກອບການຫ້າງຮ້ານທີ່ມີຜົນງານໃນການປະກອບສ່ວນພັນທະໃຫ້ລັດໃນການນໍາເຂົ້າ-ສົ່ງອອກສິນຄ້າຜ່ານດ່ານພາສີສາກົນພາຍໃນແຂວງ ຄໍາມ່ວນ ແລະ ປະກອບສ່ວນວັດຖຸທຶນຮອນເຂົ້າໃນງານມະຫະກຳກິລາແຫ່ງຊາດຄັ້ງທີ 11 ທີ່ໄດ້ຈັດຂຶ້ນຢູ່ແຂວງຊຽງຂວາງ ອີກດ້ວຍ.

ຂ່າວ-ພາຍ : ມະນີວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments