Sunday, September 22, 2024
Homeຂ່າວໜ້າໜຶ່ງສຳມະ​ນາວິທະຍາສາດ​ໃນ​ຫົວ​ຂໍ້: “ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນຖັນແຖວພະນັກງານ ແລະ ກຳລັງປະກອບອາວຸດປະຊາຊົນ​”

ສຳມະ​ນາວິທະຍາສາດ​ໃນ​ຫົວ​ຂໍ້: “ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນຖັນແຖວພະນັກງານ ແລະ ກຳລັງປະກອບອາວຸດປະຊາຊົນ​”

ໃນວັນທີ 24 ກຸມພາ ຜ່ານມາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດກອງປະຊຸມສຳມະນາວິທະຍາສາດ ໃນຫົວ​ຂໍ້: “ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນຖັນແຖວພະນັກງານ ແລະ ກຳລັງປະກອບອາວຸດປະຊາຊົນ​” ເປັນປະທານຮ່ວມໂດຍ: ທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າ ສມປຊ, ທ່ານ ພົຕ ຄຳ​ຫຼ້າພັນ ​ໄຊ​ຍະ​ສຸກ ຫົວໜ້າ​ການ​ເມືອງວິທະຍາຄານປ້ອງ​ກັນຊາດ​ ໄກສອນພົມວິຫານ, ທ່ານ ພົຈວ ວັນສົມ ສີສົມບັດ ຫົວໜ້າວິທະຍາຄານ​ສັນຕິບານປະຊາຊົນ, ທ່ານ ພົຈວ ວົງເຊໂດນ ພັນທະແກ້ວ ຫົວໜ້າວິທະຍາຄານຕຳຫຼວດປະຊາຊົນ ແລະ ມີພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ກອງປະຊຸມສຳມະນາວິທະຍາສາດດັ່ງກ່າວ ເປັນຂີດໝາຍອັນສຳຄັນໜຶ່ງໃຫ້ແກ່ ສະພາບທີ່ພົ້ນເດັ່ນກໍແມ່ນພວມຈັດຕັ້ງດຳເນີນວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ. ກອງ​ປະຊຸມສໍາມະ​ນາ​ວິທະຍາສາດແມ່ນ​ໄດ້​ຄົ້ນ​ຄວ້າ​ລົງ​ເລິກ​, ​ສ້າງ​ຄວາມ​ກະຈ່າງ​ແຈ້ງ​ທາງ​ດ້ານ​ແນວ​ຄິດ, ທິດ​ສະ​ດີ​ວິທະຍາສາດ ແລະ ພຶດຕິ​ກຳເພື່ອຮັບປະກັນໃນການສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານໃຫ້ແກ່ຖັນແຖວພະນັກງານ ແລະ ກຳລັງປະກອບອາວຸດປະຊາຊົນ ແລະ ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານໃຫ້ແກ່ຖັນແຖວພະນັກງານ ແລະກຳລັງປະກອບອາວຸດປະຊາຊົນ ແມ່ນບັນຫາໜຶ່ງທີ່ສໍາຄັນ, ພົວພັນເຖິງການກໍາອໍານາດ ແລະ ການຄົງຕົວຂອງພັກ ກໍຄືຜົນສໍາເລັດ ຂອງພາລະກິດປ່ຽນແປງໃໝ່ຮອບດ້ານ, ມີຫຼັກການຂອງພັກ, ທັງແມ່ນບັນຫາອັນຮີບດ່ວນສະເພາະໜ້າ ແລະ ເປັນບັນຫາຍຸດທະສາດພື້ນຖານຍາວນານ ເພື່ອສ້າງໃຫ້ມີຖັນແຖວພະນັກງານນໍາພາ-ຊີ້ນໍາ ແລະ ວິຊາການ ໃຫ້ໂລ່ງລ່ຽນ, ໂປ່ງໃສ, ຍຸຕິທໍາ ແລະ ເປັນມືອາຊີບເຂົ້າໃນການປະຕິບັດໜ້າທີ່ວຽກງານຢ່າງມີປະສິດທິຜົນ.

ໃນ​ຫົວ​ຂໍ້ດັ່ງກ່າວ ມີ 12 ຫົວຂໍ້ຍ່ອຍ, ກວມລວມເອົາຫຼາຍບັນຫາເລີ່ມແຕ່ຫົວຂໍ້ທີ່ມີລັກສະນະເປັນທິດສະດີ, ພົວພັນເຖິງວຽກງານການເມືອງແນວຄິດຂອງພັກ, ການປ່ຽນແປງໃໝ່ທາງດ້ານຈິນຕະນາການ, ປ່ຽນແປງໃໝ່ແບບແຜນວິທີເຮັດວຽກຕະຫຼອດຮອດຫົວຂໍ້ທີ່ມີລັກສະນະລົງເລິກວິຊາການ ກ່ຽວກັບການກໍ່ສ້າງພະນັກງານ, ກໍ່ສ້າງກຳລັງປະກອບອາວຸດປະຊາຊົນໃນແງ່ມູມຕ່າງໆ ເຫັນວ່າມີເນື້ອໃນອຸດົມສົມບູນ ແລະ ມີວິທີການຄົ້ນຄວ້າທີ່ເປັນເອກະລັກຂອງແຕ່ລະພາກສ່ວນ. ດ້ວຍເຫດນັ້ນ, ນັກວິທະຍາສາດຈຶ່ງໄດ້ສຸມສະຕິປັນຍາ, ກຳລັງວັງຊາ, ຊີ້ແຈງ, ອະທິບາຍ, ສ້າງຄວາມກະຈ່າງແຈ້ງທາງດ້ານທິດສະດີວິທະຍາສາດ ແລະພຶດຕິກຳໃຫ້ມີຄວາມອຸດົມສົມບູນ. ພ້ອມດຽວກັນນີ້ ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດເຫັນຢ່າງກົງໄປກົງມາ ເພື່ອໃຫ້ກອງປະຊຸມສຳມະນາເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະ ບັນລຸໄດ້ຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

ໃນຕອນທ້າຍ ທ່ານ ພົຕ ຄຳ​ຫຼ້າພັນ ​ໄຊ​ຍະ​ສຸກ ໄດ້ສະຫຼຸບ ແລະ ກ່າວປິດກອງປະຊຸມ ພ້ອມທັງໄດ້ໂອ້ລົມ ແລະ ມີຄຳເຫັນວ່າ: ບັນດາສະຫາຍນັກສໍາມະນາກອນກໍໄດ້ຕິດຕາມຢ່າງຈົດຈໍ່ໃສ່ການນໍາສະເໜີບົດຫຍໍ້ ແລະ ການປະກອບຄໍາເຫັນແລກປ່ຽນບົດຮຽນໃສ່ແຕ່ລະບົດ ຊຶ່ງເປັນການປະກອບສ່ວນທີ່ສໍາຄັນເຮັດໃຫ້ກອງປະຊຸມສໍາມະນາວິທະຍາສາດຄັ້ງນີ້ມີຜົນສໍາເລັດຢ່າງຈົບງາມ ແຕ່ພວກເຮົາຕ້ອງໄດ້ສຸມໃສ່ທາງດ້ານການສ້າງຂີດຄວາມສາມາດໃນການຄົ້ນຄວ້າທິດສະດີ-ສັງລວມພຶດຕິກໍາຮັບໃຊ້ການນໍາພາຂອງພັກ; ບຸກທະລຸທາງດ້ານແນວຄິດການເມືອງໃຫ້ແກ່ຖັນແຖວກໍາລັງປ້ອງກັນຄວາມສະຫງົບ, ສ້າງການຫັນປ່ຽນໃນການຜັນຂະຫຍາຍແນວທາງປ້ອງກັນຄວາມສະຫງົບ, ສ້າງການຫັນປ່ຽນໃນການກໍ່ສ້າງ-ບໍາລຸງພະນັກງານດ້ານທິດສະດີການເມືອງ, ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການບໍລິຫານລັດ ຢູ່ ສປປ ລາວ, ສ້າງການຫັນປ່ຽນໃນວຽກງານກໍ່ສ້າງກໍາລັງຂອງກອງທັບປະຊາຊົນລາວ, ເສີມຂະຫຍາຍຈິນຕະນາການກ່ຽວກັບຍຸດທະສາດປ້ອງກັນຊາດ, ເສີມຂະຫຍາຍກໍາລັງແຮງດ້ານປ້ອງກັນຊາດຮັບໃຊ້ການພັດທະນາປະເທດຊາດ; ສ້າງການຫັນປ່ຽນດ້ານແບບແຜນວິທີເຮັດວຽກໃນກໍາລັງປ້ອງກັນຄວາມສະຫງົບ, ຍົກສູງດ້ານຈັນຍາບັນ-ຈັນຍາທໍາວິຊາຊີບເຫຼົ່າຮົບວິຊາສະເພາະຂອງຕໍາຫຼວດຄຸມຂັງ – ດັດສ້າງ, ສ້າງກໍາລັງຕໍາຫຼວດເສດຖະກິດໃຫ້ເຂັ້ມແຂງ ແລະ ການພັດທະນາກໍາລັງຕໍາຫຼວດນິຕິວິທະຍາໃນເງື່ອນໄຂໃໝ່. ເວົ້າລວມກໍແມ່ນສຸມໃສ່ຄົ້ນຄວ້າ ແລະ ນໍາສະເໜີທາງດ້ານທິດສະດີການເມືອງເພື່ອຮັບໃຊ້ໃຫ້ແກ່ການນໍາພາຂອງພັກ, ການສ້າງຄວາມເຂັ້ມແຂງໃຫ້ແກ່ອົງການບໍລິຫານຂອງລັດ, ໃຫ້ແກ່ການກໍ່ສ້າງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ທັນສະໄໝ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments