Sunday, September 22, 2024
Homeຂ່າວການເມືອງສະຖານທູດລາວປະຈໍາຫວຽດນາມ ສະຫລຸບວຽກຄຸ້ມຄອງນັກສຶກສາລາວ

ສະຖານທູດລາວປະຈໍາຫວຽດນາມ ສະຫລຸບວຽກຄຸ້ມຄອງນັກສຶກສາລາວ

ສະຖານເອກອັກຄະລັດຖະທູດ ທູດແຫ່ງ ສປປລາວ ປະຈໍາ ສສ ຫວຽດນາມ ຈັດກອງປະຊຸມສະຫລຸບວຽກງານ ການຄຸ້ມຄອງ ນັກສຶກສາລາວ ສົກຮຽນ 2020-2021, 2021-2022 ແລະ ທິດທາງແຜນການ ສົກຮຽນ 2022-2023 ທີ່ມະຫາວິທະຍາໄລວິງ ແຂວງ ເຫງະອານ, ໂດຍການເປັນປະທານຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ມີທ່ານ ຄຳພັນ ຄຳອ່ອນ ທີ່ປຶກສາຝ່າຍ ສຶກສາ-ວັດທະນະທຳ, ມີຜູ້ຮັບ ຜິດຊອບ ວຽກງານສຶກສາຈາກສະຖານກົງສູນໃຫຍ່ນະຄອນດານັງ ແລະ ນະຄອນໂຮ່ຈີ່ມິງ ພ້ອມດ້ວຍພະນັກງານສະຖານທູດ, ມີບັນດາພະນັກງານຄູ-ອາຈານ, ນັກສຶກສາລາວ ທີ່ມະຫາວິທະຍາໄລວິງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຄຳພັນ ຄຳອ່ອນ ທີ່ປຶກສາຝ່າຍ ສຶກສາ-ວັດທະນະທຳ ໄດ້ລາຍງານຫຍໍ້ ກ່ຽວກັບການ ຄຸ້ມຄອງນັກສຶກສາລາວ ສົກຮຽນ 2020-2021, 2021-2022 ແລະ ທິດທາງແຜນການ ສົກຮຽນ 2022-2023 ວ່າ: ສົກຮຽນ 2021-2022 ມີນັກສຶກສາລາວ ລວມທັງໝົດ 14.050 ຄົນ, ຍິງ 4.344 ຄົນ. ໃນນັ້ນ, ສາຍປົກຄອງ 11.884 ຄົນ, ຍິງ 4.023 ຄົນ, ສາຍ ປກສ ແລະ ປກຊ 2.166 ຄົນ, ຍິງ 321 ຄົນ, ມີທຶນລັດຖະບານ 4.838 ຄົນ, ທຶນຮ່ວມມືລະຫວ່າງແຂວງ 5.480 ຄົນ, ທຶນບໍລິສັດ 12 ຄົນ, ທຶນສ່ວນຕົວ 3.720 ຄົນ; ນັກສຶກສາ ທີ່ຮຽນຈົບກັບຄືນປະເທດ ລວມທັງໝົດ 2.151 ຄົນ. ສ່ວນດ້ານວຽກງານການຈັດຕັ້ງຄຸ້ມຄອງ, ບັນດາສະຖານສຶກສາ ລ້ວນແຕ່ມີພະນັກງານຄຸ້ມຄອງ ຮັບຜິດຊອບນັກສຶກສາລາວ ໄດ້ປະສານສົມທົບກັບສະຖານທູດລາວຢ່າງຕໍ່ເນື່ອງ. ນອກຈາກນັ້ນ,ຍັງໄດ້ຈັດຕັ້ງຄະນະນັກສຶກສາລາວ, ຄະນະໜ່ວຍພັກ ແລະ ຄະນະຂອງສາມອົງການຈັດຕັ້ງມະຫາຊົນ, ຈັດຕັ້ງຄະນະນັກສຶກສາລາວທົ່ວຮ່າໂນ້ຍ ເພື່ອເປັນເສນາທິການ ໃນການພົວພັນວຽກງານນໍາໂຮງຮຽນ ແລະ ສະຖານທູດລາວ, ພ້ອມທັງໄດ້ສະຫລຸບສ່ອງແສງລາຍງານ ສະພາບການເຄື່ອນໄຫວຂອງນັກສຶກສາ ໃຫ້ແກ່ໂຮງຮຽນ ແລະ ສະຖານທູດລາວ.

ໃນສອງສົກຮຽນທີ່ຜ່ານມາ, ນັກສຶກສາລາວ ໄດ້ຮັບໃບຍ້ອງຍໍ ດີເດັ່ນດ້ານການຮຽນ ປະເພດ 1 ຈໍານວນ 143 ຄົນ, ຍິງ 70 ຄົນ, ເດັ່ນການຮຽນປະເພດ 2 ຈໍານວນ 224 ຄົນ, ຍິງ 75 ຄົນ ຈາກ ທ່ານເອກອັກຄະລັດຖະທູດລາວ. ນອກນັ້ນ, ມີນັກສຶກສາລາວ ເພດຍິງ 1 ຄົນ ໄດ້ຮັບໃບຍ້ອງຍໍຈາກສະ ພາຟີຊິກຫວຽດນາມ ເພາະຜູ້ກ່ຽວໄດ້ລາງວັນທີ 1 ໃນການ ແຂ່ງຂັນວິຊາຟີຊິກ ທົ່ວປະເທດຫວຽດນາມ ຄັ້ງທີ 14.

ໃນກອງປະຊຸມ, ຄະນະຜູ້ແທນຮ່ວມ ຍັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນຈາກກະຊວງສຶກສາ, ຜູ້ຕ່າງໜ້າບັນດາມະຫາວິທະຍາໄລ ແລະ ສະຖາບັນຕ່າງໆ, ພ້ອມກັນປຶກສາຫາລື ແລກປ່ຽນບົດ ຮຽນກ່ຽວກັບການຄຸ້ມຄອງນັກສຶກສາລາວ ໂດຍຍົກໃຫ້ເຫັນດ້ານດີ ແລະ ຂໍ້ຄົງຄ້າງຂອງ ນັກສຶກສາລາວ ເພື່ອພ້ອມກັນຄົ້ນຄວ້າຊອກຫາຊ່ອງທາງ ແລະ ວິທີໄກ້ໄຂໃນການສ້າງບຸກຄະລາກອນຂອງລາວ ໃຫ້ມີຄຸນນະພາບດີຂຶ້ນ.

ໂອກາດນີ້, ທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ຕີລາຄາສູງຕໍ່ກອງປະຊຸມຄັ້ງນີ້ວ່າ: ກອງປະຊຸມຄັ້ງນີ້ໄຂຂຶ້ນ ໃນທ່າມກາງບັນຍາ ກາດທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຫາກໍສໍາເລັດການຈັດກິດຈະກໍາສະເຫລີມສະຫລອງ ປີສາມັກຄີມິດຕະພາບລາວ-ຫວຽດນາມ ໃນໂອກາດລະນຶກ 60 ປີ ແຫ່ງວັນສ້າງຕັ້ງສາຍພົວພັນການທູດ (05/09/1962-05/09/2022) ແລະ 45 ປີ ແຫ່ງວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມືລາວ- ຫວຽດ ນາມ (18/07/1977-18/07/2022). ພ້ອມກັນນັ້ນ, ທ່ານເອກອັກຄະລັດຖະທູດຍັງໄດ້ຕີລາຄາສູງ ຕໍ່ໝາກຜົນແຫ່ງການຮ່ວມມື ໃນການພັດທະນາຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ ຂອງພັກ, ລັດຖະບານ ສສ ຫວຽດນາມ ກໍຄື ກະຊວງສຶກສາ ແລະ ກໍ່ສ້າງ, ບັນດາສະຖານສຶກສາ ຫວຽດນາມ ຍາມໃດກໍໄດ້ຍົກສູງຄວາມເປັນເຈົ້າການໃນການ ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງ ອັນມີກຽດຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ຊຶ່ງ 2 ສົກຮຽນຜ່ານມານີ້, ໄດ້ມີນັກສຶກສາລາວຈໍານວນຫລາຍພໍສົມຄວນ ທີ່ຮຽນຈົບກັບຄືນປະເທດ ສາມາດນໍາໃຊ້ຄວາມຮູ້, ຄວາມສາມາດຂອງຕົນປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະ ໃນຫລາຍຂະແໜງການ ຢ່າງມີປະສິດທິພາບ.

ໃນສົກຮຽນ 2022-2023 ນີ້, ທ່ານເອກອັກຄະລັດຖະທູດ ໄດ້ຮຽກຮ້ອງມາຍັງບັນດາທ່ານຜູ້ຮັບຜິດຊອບກໍ່ສ້າງ-ຄຸ້ມຄອງນັກສຶກສາລາວ ແລະ ຜູ້ແທນ ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນຊອກຫາວິທີການໄກ້ໄຂບັນຫາຂໍ້ຄົງຄ້າງ ເພື່ອສຶກສາອົບຮົມ ແລະ ກໍ່ສ້າງຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ ນັບມື້ມີຄຸນນະພາບສູງຂຶ້ນ.

ພ້ອມນີ້, ກອງປະຊຸມ ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ນັກສຶກສາລາວ ຜູ້ທີ່ມີຜົນງານຮຽນດີ, ຮຽນເກັ່ງ ໃນສອງ ສົກຮຽນຜ່ານມາ ຕື່ມອີກ.

ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ, ສສ ຫວຽດນາມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments