Thursday, September 26, 2024
Homeຂ່າວຕ່າງປະເທດຈີນ ຈະຖືອາຊຽນເປັນບຸລິມະສິດດ້ານການທູດ

ຈີນ ຈະຖືອາຊຽນເປັນບຸລິມະສິດດ້ານການທູດ

ຂ່າວສານຊີອາໄອລາຍງານ ເມື່ອບໍ່ດົນມານີ້, ທ່ານ ວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານຈັດກອງປະຊຸມຖະແຫຼງຂ່າວ ໃນໄລຍະຢ້ຽມຢາມປະເທດອິນໂດເນເຊຍ, ທ່ານ ຊິນກ່າງ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ບັນຍາຍຈຸດຢືນທີ່ພັດທະນາສາຍພົວພັນຈີນ-ອາຊຽນ. ທ່ານ ວ່າງເວີນປິ່ນ ກ່າວວ່າ: ອິນໂດເນເຊຍແມ່ນປະເທດປະທານໝູນວຽນອາຊຽນໃນປີນີ້. ໃນໄລຍະຢ້ຽມຢາມ, ທ່ານ ຊິນກ່າງ ໄດ້ກ່າວເນັ້ນໜັກວ່າ: ຈີນຈະຖືອາຊຽນເປັນບຸລິມະສິດດ້ານການທູດອ້ອມຂ້າງຢ່າງສະເໝີຕົ້ນສະເໝີປາຍ, ສະໜັບສະໜູນອິນໂດເນເຊຍຢ່າງເຕັມທີ່ໃນການເສີມຂະຫຍາຍບົດບາດປະເທດປະທານໝູນວຽນ. ສົງຄາມເຢັນແບບໃໝ່ ແລະ ການແຂ່ງຂັນກັນລະຫວ່າງປະເທດໃຫຍ່ບໍ່ຄວນເກີດຂຶ້ນຢູ່ພາກພື້ນອາຊີ-ປາຊີຟິກ, ປະເທດໃນພາກພື້ນບໍ່ຄວນຖືກບັງຄັບໃຫ້ເລືອກຝ່າຍ ແລະ ເຊື່ອໝັ້ນວ່າປະເທດສະມາຊິກອາຊຽນລວມທັງອິນໂດເນເຊຍຈະພິຈາລະນາເຖິງຜົນປະໂຫຍດກົກຮາກດ້ານສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງພາກພື້ນ ເຮັດການຕັດສິນໃຈ ແລະ ຄັດເລືອກຢ່າງມີເອກະລາດ ແລະ ເປັນເຈົ້າຕົນເອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments