Wednesday, September 25, 2024
Homeຂ່າວການເມືອງລາວ-ມົງໂກລີ ຮັດແໜ້ນການພົວພັນຮ່ວມມື

ລາວ-ມົງໂກລີ ຮັດແໜ້ນການພົວພັນຮ່ວມມື

ທ່ານນາງ ສູນທອນ ໄຊຍະຈັກຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ນາງ ເອີນຊີໄຊຄັງ ລົບຊັງດໍຣຈ ເລຂາທິການໃຫຍ່ສະພາຄູຣານໃຫຍ່ ແຫ່ງ ມົງໂກລີ ໃນວັນທີ 24 ກຸມພານີ້ ທີ່ສະພາແຫ່ງຊາດ ໃນໂອກາດດັ່ງກ່າວ, ທ່ານ ນາງ ສູນທອນ ໄຊຍະຈັກ ສະແດງຄວາມຍິນດີຕ້ອນຮັບ ທ່ານ ນາງ ເອີນຊີໄຊຄັງ ລົບຊັງດໍຣຈ ພ້ອມດ້ວຍຄະນະ ໃນໂອກາດ ທີ່ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນນາມຄະນະຜູ້ແທນເລຂາທິການສະພາຄູຣານໃຫຍ່. ພ້ອມທັງໄດ້ຕີລາຄາສູງຕໍ່ການຢ້ຽມຢາມແລະເຮັດວຽກຢູ່ ສປປ ລາວໃນຄັ້ງນີ້ຊຶ່ງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ປະຊາຊົນສອງຊາດ ລາວ-ມົງໂກລີ ກໍຄື ສອງອົງການນິຕິບັນຍັດ ສປປ ລາວ ແລະ ມົງໂກລີ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ຄະນະເລຂາທິການສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາຄູຣານໃຫຍ່ມົງໂກລີ.ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍ ຕໍ່ຜົນການພົບປະເຮັດວຽກລະຫວ່າງເລຂາທິການສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາຄູຣານໃຫຍ່ມົງໂກລີ ຊຶ່ງສອງຝ່າຍໄດ້ ທົບທວນຕີລາຄາຄືນການພົວພັນຮ່ວມມື ໃນໄລຍະຜ່ານມາ ແລະ ກໍານົດທິດທາງແຜນການຮ່ວມມືໃນຕໍ່ໜ້າ ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ເປັນເອກະພາບກັນທາງດ້ານເນື້ອໃນ ແລະ ລົງນາມຮ່ວມກັນໃນບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມື ລະຫວ່າງ ຄະນະເລຂາທິການສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາຄູຣານໃຫຍ່ມົງໂກລີ ຊຶ່ງເປັນເອກະສານທາງດ້ານນິຕິກໍາ ເພື່ອຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ 2 ຫ້ອງວ່າການ ກໍຄື 2 ອົງການນິຕິບັນຍັດ ຂອງ 2 ປະເທດ ສປປ ລາວ ແລະ ມົງໂກລີແລະ ຕີລາຄາສູງ ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດຂອງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ມົງໂກລີ ຄົບຮອບ 60 ໃນປີ 2022,ສະເໜີໃຫ້ສອງຝ່າຍ ສືບຕໍ່ຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມື ລະຫວ່າງ 2 ຫ້ອງວ່າການ ທີ່ໄດ້ເຊັນຮ່ວມກັນ ໃຫ້ມີປະສິທິຜົນ ເປັນຕົ້ນແມ່ນການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດພາລະບົດບາດຂອງອົງການນິຕິບັນຍັດ, ຂໍ້ມູນຂ່າວສານ, ສະໜັບສະໜູນ ແລະ ຊ່ວຍເຫຼືອກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອຂອງມົງໂກລີ ໃນໄລຍະຜ່ານມາ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ໃນວັນດຽວກັນ, ທີ່ສະພາແຫ່ງຊາດ ໄດ້ມີກອງປະຊຸມ ພົບປະສອງຝ່າຍ, ຝ່າຍລາວ ນໍາໂດຍທ່ານ ນາງ ປິ່ງຄຳ ລາຊະສິມມາເລຂາທິການສະພາແຫ່ງຊາດ ພ້ອມດ້ວຍຄະນະ,ທ່ານ ນາງ ເອີນຊີໄຊຄັງ ລົບຊັງດໍຣຈ ເລຂາທິການໃຫຍ່ສະພາຄູຣານໃຫຍ່ ແຫ່ງ ມົງໂກລີ ພ້ອມດ້ວຍຄະນະຊຶ່ງທັງສອງຝ່າຍຕ່າງກໍໄດ້ຜັດປ່ຽນກັນລາຍງານສະພາບການເຄື່ອນໄຫວວຽກງານໃນໄລຍະທີ່ຜ່ານມາໂດຍຫຍໍ້ໃຫ້ກັນແລະກັນຊາບ.ເພື່ອສືບຕໍ່ເສີມຂະຫຍາຍ ການພົວພັນຮ່ວມມື ລະຫວ່າງສອງອົງການນິຕິບັນຍັດ ກໍຄືສອງຄະນະເລຂາທິການສະພາລາວ-ມົງໂກລີ, ມົງໂກລີ-ລາວ ໃຫ້ນັບມື້ນັບດີຂຶ້ນ,ທ່ານ ນາງ ປິ່ງຄໍາ ລາຊະສິມມາ ສະເໜີບາງຄຳເຫັນ ຄື:ພາຍຫຼັງ ທີ່ໄດ້ລົງນາມໃສ່ບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມື ນຳກັນ, ສອງຝ່າຍຈະພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດ ບົດບັນທຶກດັ່ງກ່າວ ໃຫ້ມີປະສິດທິຜົນ ເປັນຕົ້ນແມ່ນ: ສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ, ແລກປ່ຽນຂໍ້ມູນ-ຂ່າວສານ ກ່ຽວກັບການຈັດຕັ້ງພາລະບົດບາດດ້ານນິຕິບັນຍັດ, ການຮ່ວມມື ແລະ ສະໜັບສະໜູນ ຊຶ່ງກັນ ແລະກັນ ໃນເວທີລັດຖະສະພາພາກພື້ນ ແລະສາກົນ. ໃນປີ 2024, ສະພາແຫ່ງຊາດລາວ ຈະເປັນເຈົ້າພາບຈັດກອງປະຊຸມໃຫຍ່ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA)ຄັ້ງທີ 45 ແລະ ຫວັງຢ່າງຍິ່ງວ່າ ສະພາຄູຣານໃຫຍ່ມົງໂກລີ ຈະໃຫ້ການສະໜັບສະໜູນ ໃນການປະຕິບັດພັນທະສາກົນ ຄັ້ງນີ້, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈ ຕໍ່ຈົດໝາຍເຊື້ອເຊີນ ຂອງທ່ານປະທານສະພາຄູຣານໃຫຍ່ມົງໂກລີ ເພື່ອເຊີນ ທ່ານ ໄຊສົມພອນ ພົມວິຫານປະທານສະພາແຫ່ງຊາດລາວ ພ້ອມດ້ວຍພັນລະຍາ ແລະ ຄະນະໄປຢ້ຽມຢາມມົງໂກລີ ຢ່າງເປັນທາງການ. ສະນັ້ນ, ສອງຄະນະເລຂາທິການ ຈະສຶບຕໍ່ພົວພັນປະສານງານ ແລະ ກະກຽມຮອບດ້ານ ໃຫ້ແກ່ການຢ້ຽມຢາມດັ່ງກ່າວ ຄາດວ່າຈະມີຂຶ້ນ ໃນທ້າຍເດືອນ 4 ຫຼື ຕົ້ນເດືອນ 5 ຂອງ ປີ 2023 ແລະ ວຽກງານອື່ນໆ.

ຂ່າວ-ພາບ:ແສງຈັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments