Wednesday, September 25, 2024
Homeຂ່າວຕ່າງປະເທດອິນເດຍ ຈະກາຍເປັນພື້ນຖານເສດຖະກິດໃຫຍ່ອັນລະດັບ 4 ຂອງໂລກ

ອິນເດຍ ຈະກາຍເປັນພື້ນຖານເສດຖະກິດໃຫຍ່ອັນລະດັບ 4 ຂອງໂລກ

ຂ່າວສານຫວຽດນາມລາຍງານວ່າ: ທ່ານ ດີພາກ ແບກລາ ຜູ້ອຳນວຍການສະຖາບັນຄຸ້ມຄອງ, ບໍລິຫານສົ່ງເສີມ ແລະ ສ້າງຄວາມສະດວກໃນການລົງທຶນແຫ່ງຊາດ ຂອງ ອິນເດຍ ຄາດຄະເນວ່າ: ອິນເດຍ ພ້ອມແລ້ວທີ່ຈະລື່ນກາຍ ເຢຍລະມັນ ເພື່ອເປັນພື້ນຖານເສດຖະກິດໃຫຍ່ອັນດັບ 4 ໃນທ້າຍປີນີ້ ຫຼື ຕົ້ນປີໜ້າ. ຂ່າວລະບຸວ່າ: ນັບແຕ່ປີ 2015, ອິນເດຍ ໄດ້ນໍາໜ້າປະເທດ ເບຣຊິນ, ອັງກິດ, ຣັດເຊຍ, ອີຕາລີ ແລະ ຝຣັ່ງ ໃນດ້ານຜະລິດຕະພັນລວມພາຍໃນ (GDP). ອິນເດຍ ເປັນປະເທດທີ່ມີພື້ນຖານເສດຖະກິດໃຫຍ່ອັນດັບ 5 ຕາມ GDP. ທ່ານ ດີພາກ ແບກລາ ກ່າວວ່າ: ປັດຈຸບັນ GDP ຂອງ ອິນເດຍ ແມ່ນບັນລຸ 3,5 ພັນຕື້ໂດລາ. ອິນເດຍ ໄດ້ໃຊ້ເວລາເຖິງ 67 ປີ ເພື່ອບັນລຸໄດ້ພັນຕື້ໂດລາ ໃນຄັ້ງທຳອິດ ແລະ 8 ປີ ບັນລຸໄດ້ ພັນຕື້ໂດລາ ເປັນຄັ້ງທີ 2 ແລະ ພັນຕື້ໂດລາ ໃນຄັ້ງທີ 3 ໃຊ້ເວລາພຽງ 5 ປີ. 2/3 ຂອງ GDP ແມ່ນຂັບເຄື່ອນໂດຍຄວາມຕ້ອງການພາຍໃນປະເທດ ແລະ ໃນປັດຈຸບັນຄວາມຕ້ອງການແມ່ນຫຼາຍກວ່າການສະໜອງ.

ອິນເດຍ ພວມມີການຫັນປ່ຽນທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດໃນລະດັບທົດລອງ ແລະ ຄວາມໄວໃນທຸກຂົງເຂດສັງຄົມ, ເສດຖະກິດ ແລະ ການເມືອງ. ໃນຂະນະທີ່ຍັງຄົງເປັນພື້ນຖານເສດຖະກິດເຕີບໂຕໄວທັງກ່ອນ ແລະ ຫຼັງພະຍາດລະບາດໂຄວິດ-19. ທ່ານກ່າວວ່າ, ອິນເດຍ ໄດ້ຮັບການລົງທຶນໂດຍກົງຈາກຕ່າງປະເທດ (FDI) 950 ຕື້ໂດລາ ນັບແຕ່ປີ 1947, ໃນນັ້ນມີ 532 ຕື້ໂດລາ ໃນ 90 ເດືອນຜ່ານມາຈາກ 162 ປະເທດ, ເປັນສະຖິຕິໂລກ. ໃນ 8 ປີລຽນຕິດອິນເດຍໄດ້ສ້າງສະຖິຕິໃໝ່ຂອງ FDI ໃນແຕ່ລະປີ. ຍອດຈຳນວນເງິນ FDI ທີ່ໄດ້ຮັບນັ້ນກວມເອົາ 61 ຂະແໜງການໃນ 31 ລັດ ແລະ ເຂດແຄ້ວນຂອງລັດຖະບານກາງ ຊຶ່ງນີ້ກໍຖືວ່າເປັນສະຖິຕິໂລກ. ສະແດງໃຫ້ເຫັນວ່າການເຕີບໂຕໃໝ່ຂອງ ອິນເດຍແມ່ນມີການເຕີບໂຕຢ່າງຮອບດ້ານ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments