Wednesday, September 25, 2024
Homeສຶກສາສສກ-ທະນາຄານໂລກ ຫາລືປັບປຸງ ຕິດຕາມການປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ

ສສກ-ທະນາຄານໂລກ ຫາລືປັບປຸງ ຕິດຕາມການປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບທະນາຄານໂລກ ຈັດກອງປະຊຸມຄະນະຊີ້ນໍາໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະ III ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ເມື່ອວັນທີ 16 ກຸມພາ 2023 ທີ່ຫ້ອງປະຊຸມ ກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ), ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຄຣິດຕຽນ ເອໂດ ຫົວໜ້າຝ່າຍການສຶກສາປະຈໍາອາຊີຕາເວັນອອກ ແລະ ປາຊີຟິກຂອງທະນາຄານໂລກ, ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ, ສະຖາບັນ, ສູນ, ຄູ່ຮ່ວມພັດທະນາ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ.

ການຈັດກອງປະຊຸມຄັ້ງນີ້, ແມ່ນເພື່ອປຶກສາຫາລື ແລະ ປັບປຸງບາງກິດຈະກໍາ ພາຍໃຕ້ໂຄງການດັ່ງກ່າວ ໃຫ້ມີຄວາມສອດຄ່ອງໃນການຈັດຕັ້ງປະຕິບັດ, ຮັບປະກັນໃຫ້ສາມາດບັນລຸຕາມຈຸດປະສົງຄາດໝາຍຂອງໂຄງການທີ່ວາງໄວ້, ຊຶ່ງບັນດາໜ່ວຍງານຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການ ໄດ້ປຶກສາຫາລືຮ່ວມກັນ ກ່ຽວກັບຫຼາຍບັນຫາ ເປັນຕົ້ນແມ່ນ ການປັບປຸງດ້ານງົບປະມານຄືນໃໝ່ສໍາລັບວຽກງານກຸ່ມພັດທະນາເດັກໃນຊຸມຊົນ, ວຽກງານການກວດກາຄວາມບົກຜ່ອງຂອງເດັກ, ການປັບປຸງວຽກງານຄຸ້ມຄອງ ແລະ ຈັດຕັ້ງປະຕິບັດການບໍລິຫານ-ຄຸ້ມຄອງ ໂດຍເນັ້ນໂຮງຮຽນເປັນຫຼັກ (SBM), ການນໍາສະເໜີກ່ຽວກັບແຜນງານສົ່ງເສີມອາຫານທ່ຽງໃນໂຮງຮຽນ ເພື່ອປຶກສາຫາລືຄົ້ນຄວ້າ ແລະ ຈັດສັນຕົວເລກງົບປະມານທີ່ເປັນໄປໄດ້ ເພື່ອສະໜອງໃຫ້ແກ່ບັນດາໂຮງຮຽນເປົ້າໝາຍຂອງໂຄງການ ແລະ ໂຮງຮຽນເປົ້າໝາຍຂອງລັດຖະບານທີ່ເຄີຍສະໜອງຜ່ານມາ ເຂົ້າໃນການປັບປຸງກິດຈະກຳໂຄງການໃໝ່ຄັ້ງນີ້.

ນອກຈາກນີ້, ຍັງໄດ້ນໍາສະເໜີ ແລະ ສືບຕໍ່ປັບປຸງຄືນບັນດາກິດຈະກໍາອື່ນໆ ເປັນຕົ້ນແມ່ນ ວຽກງານການສອນຄວບອາຍຸ, ການພັດທະນາເນື້ອໃນກິດຈະກໍາການຫຼິ້ນສໍາລັບເດັກອາຍຸ 3-4 ປີ, ວຽກງານການກຽມຄວາມພ້ອມດ້ານການອ່ານຂອງເດັກອາຍຸ 5 ປີ, ວຽກງານການຈັດສັນສົ່ງເສີມນະໂຍບາຍສໍາລັບຄູ ແລະ ວຽກງານການຄຸ້ມຄອງດ້ານການເງິນໂຄງການ ແລະ ການຄຸ້ມຄອງບໍລິຫານໂຄງການ.

ໂດຍ ບົວລະພາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments