Wednesday, September 25, 2024
Homeສຶກສາອົງຄະນະພັກ ສສກ ຜັນຂະຫຍາຍວຽກງານກວດກາ ປະຈໍາປີ 2021-2022 ແລະ ແຜນການ 2023

ອົງຄະນະພັກ ສສກ ຜັນຂະຫຍາຍວຽກງານກວດກາ ປະຈໍາປີ 2021-2022 ແລະ ແຜນການ 2023

ອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ໄດ້ຈັດກອງປະຊຸມຜັນຂະຫຍາຍເນື້ອໃນຈິດໃຈວຽກງານກວດກາ ຂະແໜງການສຶກສາ ແລະ ກິລາ ທົ່ວປະເທດ ປະຈຳສົກປີ 2021-2022 ແລະ ທິດທາງແຜນການ ປະຈໍາປີ 2023 ເມື່ອວັນທີ 21 ກຸມພາ ຜ່ານມາ ທີີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ພາຍໃຕການເປັນປະທານຮ່ວມຂອງສະຫາຍ ຮສ.ປອ ພຸດ ສິມມາລາວົງ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ສສກ, ມີສະຫາຍ ປອ ດາວບົວລະພາ ບາວົງເພັດ ຄະນະປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງປະທານອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ແລະ ສະຫາຍ ປອ ສໍາລານ ພັນຄະວົງ ຄະນະປະຈໍາພັກ, ປະທານກວດກາຄະນະພັກ ສສກ, ມີຄະນະປະຈໍາພັກ, ຄະນະພັກ, ຮອງປະທານຄະນະກວດກາພັກ, ຮອງຫົວໜ້າກົມກວດກາພັກ, ຮອງຫົວໜ້າກົມກວດກາລັດ ຄະນະກວດກາສູນກາງ, ເລຂາ, ຄະນະປະຈໍາ, ປະທານ-ຮອງປະທານ, ຫົວໜ້າ-ຮອງຫົວໜ້າຫ້ອງການກວດກາ ມຊ, ເລຂາ-ຮອງເລຂາ, ຄະນະພັກຮາກຖານ, ເລຂາ-ຮອງເລຂາ, ຄະນະໜ່ວຍພັກ, ປະທານ-ຮອງປະທານກວດກາຄະນະພັກຮາກຖານ, ຜູ້ກວດກາໜ່ວຍພັກ ແລະ ພະນັກງານກົມກວດກາ ເຂົ້າຮ່ວມ 100 ກວ່າທ່ານ.

ໃນກອງປະຊຸມ, ໄດ້ຮັບຟັງການໂອ້ລົມ ແລະ ກ່າວເປີດກອງປະຊຸມຈາກສະຫາຍ ຮສ.ປອ ພຸດ ສິມມາລາວົງ ພ້ອມທັງຮັບຟັງການລາຍງານບັນດາເອກະສານຕ່າງໆ ໂດຍສະເພາະຮ່າງບົດສະຫຼຸບຕີລາຄາວຽກງານກວດກາ ປະຈໍາປີ 2021, 2022 ແລະ ທິດທາງວຽກງານກວດກາປີ 2023 ຂອງຄະນະກວດກາພັກ ສສກ; ເຜີຍແຜ່ຄໍາສັ່ງແນະນໍາຄະນະເລຂາທິການສູນກາງພັກ, ສະບັບເລກທີ 169/ຄລສພ, ລົງວັນທີ 15 ສິງຫາ 2022 ເພີ່ມທະວີການນໍາພາ-ຊີ້ນໍາຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນການກວດກາ; ເຜີຍແຜ່ບົດແນະນໍາ ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ XI ກ່ຽວກັບວຽກງານຕິດຕາມ, ກວດກາຂອງພັກ, ຄະນະກວດກາພັກ ແລະ ຄະນະວິໄນພັກແຕ່ລະຂັ້ນ, ສະບັບເລກທີ 194/ຄກສພ, ລົງວັນທີ 8 ກໍລະກົດ 2021; ເຜີຍແຜ່ມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກວດກາສູນກາງພັກ, ສະບັບເລກທີ 03/ກມສພ, ລົງວັນທີ 19 ມັງກອນ 2022 ແລະ ເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ, ສະບັບເລກທີ 29/ອກຫລ, ລົງວັນທີ 24 ກຸມພາ 2022.

ນອກຈາກນັ້ນ, ຍັງມີການແຈ້ງການຄະນະກວດກາສູນກາງພັກ, ສະບັບເລກທີ 227/ຄກສພ, ລົງວັນທີ 21 ກໍລະກົດ 2022 ການປັບປຸງກົງຈັກການຈັດຕັ້ງ ແລະ ພາລະບົດບາດຂອງຄະນະກວດກາພັກ, ອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງແຕ່ລະຂັ້ນ; ຮັບຟັງການນໍາສະເໜີບົດຮຽນໃນການຊີ້ນໍານໍາພາຂອງການຈັດຕັ້ງພັກ ຈໍານວນ 4 ພາກສ່ວນ ຄື: ຄະນະພັກ ມຊ ພາຍໃຕ້ຫົວຂໍ້: “ບົດຮຽນໃນການແກ້ໄຂຄໍາຮ້ອງ-ຄໍາສະເໜີ”, ຄະນະພັກຮາກຖານກົມກິລາລະດັບສູງ ຫົວຂໍ້: “ການນໍາພາຂອງພັກຕໍ່ວຽກງານຕິດຕາມ ກວດກາວຽກງານກິລາລະດັບສູງ”, ເລຂາໜ່ວຍພັກຮາກຖານ ກົມຈັດຕັ້ງ ແລະ ພະນັກງານ ຫົວຂໍ້: “ການຊີ້ນໍາຂອງພັກຕໍ່ການລົງວິໄນພະນັກງານ-ລັດຖະກອນ ແລະ ສະມາຊິກພັກ” ແລະ ເລຂາຄະນະບໍລິຫານງານຊາວໜຸ່ມ ສສກ ຫົວຂໍ້: “ການຊີ້ນໍາຂອງພັກຕໍ່ວຽກງານກວດກາຂອງຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງສຶກາທິການ ແລະ ກິລາ”.

ຂະນະດຽວກັນນີ້, ໃນກອງປະຊຸມຍັງໄດ້ຕົກລົງບາງບັນຫາທີ່ສໍາຄັນ ເປັນຕົ້ນແມ່ນ ພ້ອມກັນສືບຕໍ່ຄົ້ນຄວ້າເຊື່ອມຊຶມ, ກໍາແໜ້ນ ແລະ ຈັດຕັ້ງປະຕິບັດບັນດາເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2021, 2022 ໂດຍສະເພາະແມ່ນມະຕິຄໍາສັ່ງ ແລະ ນິຕິກໍາກ່ຽວກັບວຽກງານຕິດຕາມກວດກາພັກ, ກວດກາລັດ ແລະ ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ຮີບຮ້ອນຈັດຕັ້ງເຊື່ອມຊຶມ ຜັນຂະຫຍາຍກອງປະຊຸມເທື່ອນີ້ໃຫ້ເກີດຜົນເປັນຈິງ ແລະ ໃຫ້ສໍາເລັດພາຍໃນເດືອນເມສາ 2023; ເອົາໃຈໃສ່ຊີ້ນໍາ ແລະ ສຸມໃສ່ຕິດຕາມ-ກວດກາການປະຕິບັດພາລະບົດບາດ, ໜ້າທີ່, ຂອບເຂດສິດຂອງຄະນະກວດກາແຕ່ລະຂັ້ນ, ແບບແຜນວິທີເຮັດວຽກຂອງຜູ້ກວດກາຮາກຖານພັກ; ການປະຕິບັດລະບຽບກົດໝາຍ, ບັນດານິຕິກຳລຸ່ມກົດໝາຍ, ຄຳສັ່ງ ແລະ ລະບຽບການຕ່າງໆ, ການປະຕິບັດແຜນງົບປະມານ, ກວດກາໂຄງການການລົງທຶນຂອງລັດແຕ່ຫົວທີ, ການປະຕິບັດວິໄນແຜນການ-ການເງິນ, ການປະຢັດ, ຕ້ານການຟຸມເຟືອຍ ແລະ ກວດກາການຄຸ້ມຄອງ-ການນຳໃຊ້ຊັບສົມບັດຂອງລັດສ່ວນລວມ ແລະ ອຶ່ນໆ; ຕ້ອງເປັນເຈົ້າການສ້າງ ແລະ ປັບປຸງກົນໄກລະບອບ-ລະບຽບການຕ່າງໆ ໃນການຄຸ້ມຄອງ-ບໍລິຫານໃຫ້ລະອຽດຈະແຈ້ງຮັດກຸມ; ຄົ້ນຄວ້າກຳແໜ້ນ ແລະ ຜັນະຫຍາຍຍຸດທະສາດຕ້ານການສໍ້ລາດບັງຫຼວງ ເປັນຂໍ້ກຳນົດລະບຽບການລະອຽດ ເພື່ອອັດຊ່ອງຫວ່າງທີ່ພາໃຫ້ເກີດການສວຍໃຊ້ໜ້າທີ່, ທຸກການຈັດຕັ້ງຕະຫຼອດຮອດສະມາຊິກພັກ-ພະນັກງານ, ຕ້ອງເຊື່ອມຊຶມ, ເຂົ້າຮ່ວມການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຢ່າງຕັ້ງໜ້າ, ຄະນະພັກຄະນະນຳ ແລະ ຄະນະກວດກາແຕ່ລະຂັ້ນ ຕ້ອງເພີ່ມທະວີການຕິດຕາມ-ກວດກາຢ່າງເຂັ້ມງວດຕໍ່ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງ, ຖັນແຖວພະນັກງານ ແລະ ສະມາຊິກພັກ.

ຄະນະກວດກາແຕ່ລະຂັ້ນ ສືບຕໍ່ຄົ້ນຄວ້າປັບປຸງ ແລະ ສ້າງນິຕິກຳລຸ່ມກົດໝາຍຕ່າງໆທີ່ຈຳເປັນສຳລັບວຽກງານກວດກາ, ສະກັດກັ້ນຕ້ານປະກົດການຫຍໍ້ທໍ້ຕ່າງໆ ເພື່ອເປັນບ່ອນອີງໃຫ້ແກ່ການດຳເນີນວຽກງານຕິດຕາມ-ກວດກາ ພ້ອມທັງຈັດຕັ້ງຄົ້ນຄວ້າ ເຊຶ່ອມຊຶມ ເຜີຍແຜ່ໃຫ້ເລິກເຊິ່ງກວ້າງຂວາງ ແລະ ທົ່ວເຖິງ ປະຕິບັດໃຫ້ເກີດຜົນຕົວຈິງ; ສືບຕໍ່ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ແລະ ບຳລຸງ-ກໍ່ສ້າງພະນັກງານກວດກາຢູ່ແຕ່ລະຂັ້ນໃຫ້ໜັກແໜ້ນ, ເຂັ້ມແຂງ, ມີຄວາມສັດຊື່, ໂປ່ງໃສ, ເລືອກເຟັ້ນພະນັກງານຜູ້ທີ່ມີເງື່ອນໄຂມາດຖານສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງວຽກງານກວດກາໃນເງື່ອນໄຂໃໝ່ ພ້ອມທັງບຳລຸງຍົກລະດັບຄວາມຮູ້ ຄວາມສາມາດດ້ານຕ່າງໆ ເປັນຕົ້ນແມ່ນ ການບຳລຸງຍົກລະດັບວິຊາສະເພາະດ້ານວຽກງານກວດກາດ້ວຍຫຼາຍວິທີ ເພື່ອຮັບປະກັນເຮັດສຳເລັດໜ້າທີ່ເປັນເສນາທິການທີ່ເຂັ້ມແຂງໃຫ້ຄະນະພັກ ແລະ ອົງການປົກຄອງທຸກຂັ້ນ; ສືບຕໍ່ເພີ່ມທະວີການຊີ້ນຳນຳພາຂອງຄະນະພັກ, ອົງການປົກຄອງທຸກຂັ້ນ ຕໍ່ວຽກງານຕິດຕາມກວດກາ, ການສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ດ້ວຍຫຼາຍວິທີ ມີການຕິດຕາມ, ແນະນຳ, ຊຸກຍູ້ ແລະ ສ້າງເງື່ອນໄຂ, ໃຫ້ຄະນະກວດກາຂັ້ນຕົນ ແລະ ຂັ້ນລຸ່ມປະຕິບັດພາລະບົດບາດ, ສິດໜ້າທີ່ຂອງຕົນຢ່າງມີປະສິດທິຜົນ ໂດຍຖືເອົາການຕິດຕາມກວດກາເປັນປົກກະຕິແຕ່ຫົວທີເປັນຕົ້ນຕໍ, ກວດກາຕາມຄຳສັ່ງ, ຕາມຄຳຮ້ອງ-ຄຳສະເໜີ ແລະ ຕາມຜົນການກວດກາ ແລະ ຜົນການກວດສອບເປັນມາດຕະການທີ່ຕ້ອງປະຕິບັດ, ບັນຫາເກີດຂຶ້ນຢູ່ບ່ອນໃດແມ່ນຄະນະພັກ, ຄະນະນຳຢູ່ບ່ອນນັ້ນເປັນຜູ້ຮັບຜິດຊອບ ເມື່ອກວດກາແລ້ວຕ້ອງແກ້ໄຂຜົນຂອງການກວດກາຢ່າງເດັດຂາດ-ເຂັ້ມງວດ ແລະ ທັນເວລາ ແລະ ເພີ່ມທະວີຄວາມຮັບຜິດຊອບຊີ້ນໍາຂອງຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາແຕ່ລະຂັ້ນ ກ່ຽວກັບວຽກງານຄົ້ນຄວ້າຄໍາແກ້ໄຂຄໍາຮ້ອງ-ຄໍາສະເໜີຂອງພະນັກງານສະມາຊິກພັກ ແລະ ພົນລະເມືອງ, ອັນສໍາຄັນແມ່ນຕ້ອງສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ສະມາຊິກພັກ, ພະນັກງານ ແລະ ພົນລະເມືອງໄດ້ສົ່ງຄໍາຮ້ອງ-ຄໍາສະເໜີຂອງຕົນຕາມລະບຽບກົດໝາຍທີ່ກໍານົດໄວ້.

ໂດຍ ສົງການ ພັນແພງດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments