Tuesday, September 24, 2024
Homeທຸລະກິດເມືອງໄຊບູລີ ຖືເອົາກະສິກຳເປັນແຫຼ່ງສະໜອງສະບຽງອາຫານທີ່ໃຫຍ່ອີກແຫ່ງຂອງປະເທດ

ເມືອງໄຊບູລີ ຖືເອົາກະສິກຳເປັນແຫຼ່ງສະໜອງສະບຽງອາຫານທີ່ໃຫຍ່ອີກແຫ່ງຂອງປະເທດ

ເມືອງໄຊບູລີເປັນເມືອງທົ່ງພຽງຂອງແຂວງສະຫວັນນະເຂດ, ຕັ້ງແຕ່ໃດມາເມືອງໄຊບູລີເປັນແຫຼ່ງສະໜອງພືດພັນທັນຍາຫານ ແລະແຫຼ່ງຜະລິດເຂົ້າທີ່ໃຫຍ່ແຫ່ງໜຶ່ງຂອງແຂວງສະຫວັນນະເຂດ ແລະແຂວງໃກ້ຄຽງ. ຍ້ອນສະພາບພູມີສາດ ແລະທີ່ຕັ້ງທີ່ເອື້ອອຳນວຍໃຫ້ແກ່ການພັດທະນາໃນດ້ານຕ່າງໆບວກກັບຄວາມດຸໝັ່ນທີ່ເປັນມູນເຊື້ອຂອງປະຊາຊົນໃນເຂດເມືອງດັ່ງກ່າວ, ດັ່ງນັ້ນໃນໄລຍະຜ່ານມາ ພັກ ແລະລັດຖະບານໄດ້ສຸມທຶນຮອນຢ່າງມະຫາສານເຂົ້າໃສ່ການກໍ່ສ້າງພືື້ນຖານໂຄງລ່າງທາງດ້ານການຜະລິດກະສິກຳພາຍໃນເມືອງໄຊບູລີ ເປັນຕົ້ນແມ່ນ: ໂຄງການຊົນລະປະທານຂະໜາດໃຫຍ່ເພື່ອສະໜອງນໍ້າເຂົ້າສູ່ການຜະລິດທັງໃນລະດູແລ້ງ ແລະລະດູຝົນ,ການຜະລິດແນວພັນເຂົ້າ, ການສະໜອງຄວາມຮູ້ດ້ານເຕັກນິກວິຊາການໃຫ້ຊາວກະສິກອນພາຍໃນເມືອງ ແລະດ້ານອື່ນໆ, ພ້ອມດຽວກັນນັ້ນທາງຄະນະນຳຂອງເມືອງຍັງໄດ້ເອົາໃຈໃສ່ເປັນພິເສດໃນການຊຸກຍູ້ໃຫ້ປະຊາຊົນເຮັດການຜະລິດກະສິກຳປູກພືດຫຼາຍຊະນິດແບບເປີດກວ້າງ ຊຶ່ງໃນແຕ່ລະປີປະຊາຊົນໄດ້ຜະລິດພືດຜັກຫຼາກຫຼາຍຊະນິດ ລວມທັງຜະລິດເຂົ້າຫຼາຍກວ່າແສນໂຕນສົ່ງຂາຍພາຍໃນ ແລະຕ່າງແຂວງ, ຈົນຖືໄດ້ວ່າເມືອງໄຊບູລີເປັນເມືອງແຫ່ງການຜະລິດສະບຽງອາຫານທີ່ອຸດົມສົມບູນຂອງແຂວງສະຫວັນນະເຂດ, ເປັນເມືອງທີ່ມີອະນາຄົດໃນການພັດທະນາເສດຖະກິດທີ່ຍືນຍົງ ແລະເຂັ້ມແຂງ.

ທ່ານ ອ່ອນລຳພັນ ບົວສີແກ້ວ ເຈົ້າເມືອງໄຊບູລີໃຫ້ຮູ້ວ່າ:ເມືອງໄຊບູລີໄດ້ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດແຕ່ທ້າຍປີ 2021 ເປັນຕົ້ນມາ ໂດຍສຸມໃສ່ການຜະລິດກະສິກໍາໃນຂົງເຂດທີ່ມີເງື່ອນໄຂອໍານວຍຄວາມສະດວກທາງດ້ານພື້ນຖານໂຄງລ່າງ ຊຶ່ງມີການລົງທຶນທັງພາກລັດ, ນັກທຸລະກິດ ແລະ ປະຊາຊົນຢ່າງຫຼວງຫຼາຍສົມຄວນ ຊຶ່ງສະແດງອອກໝາກຜົນຂອງການຜະລິດໄດ້ດັ່ງນີ້: ໄດ້ສ້າງຕັ້ງກຸ່ມເກັບຊື້ມັນຕົ້ນໄດ້ 7 ກຸ່ມ, ສ້າງຕັ້ງກຸ່ມປູກອ້ອຍໄດ້ 11 ກຸ່ມ, ສ້າງຕັ້ງກຸ່ມປູກພືດຜັກໄດ້ 2 ກຸ່ມ, ສ້າງຕັ້ງກຸ່ມລ້ຽງງົວໄດ້ 3 ກຸ່ມ, ສ້າງຕັ້ງກຸ່ມລ້ຽງໄກ່ລາດໄດ້ 3 ກຸ່ມ, ກຸ່ມປູກແນວພັນເຂົ້າຮຸ່ນ 3 ໄດ້ 4 ກຸ່ມ, ກຸ່ມປູກເຂົ້າເປັນສິນຄ້າໄດ້ 22 ກຸ່ມ, ສ້າງຕັ້ງກຸ່ມເກັບຊື້ເຂົ້າ 1 ກຸ່ມ, ກຸ່ມບໍລິການເຕັກນິກກະສິກໍາ 1 ກຸ່ມ.

ສ່ວນການຜະລິດທົດແທນການນໍາເຂົ້າ: ໄດ້ຊຸກຍູ້ປະຊາຊົນປູກເຂົ້ານາປີ 15.500 ເຮັກຕາ, ນາແຊງ7.894 ເຮັກຕາ(ຜົນຜະລິດທັງນາແຊງ ແລະນາປີ ທົ່ວເມືອງໄດ້ເຂົ້າເປືອກປະມານ 80.000 ໂຕນຕໍ່ປີ), ຊຸກຍູ້ປະຊາຊົນປູກພືດຜັກ 300 ເຮັກຕາ, ສະມັດຖະພາບ 5,5 ໂຕນຕໍ່ເຮັກຕາ, ຜົນຜະລິດ 1.650 ໂຕນ,ຊຸກຍູ້ປະຊາຊົນລ້ຽງງົວ ໃນ 17 ບ້ານ ໃຫ້ໄດ້ 2.550 ໂຕຕໍ່ປີ, ຊຸກຍູ້ປະຊາຊົນລ້ຽງໝູແບບເປັນຟາມໃນຈໍານວນ 2 ບ້ານ, ຄາດຄະເນຜົນຜະລິດ 153 ໂຕນຕໍ່ 6 ເດືອນ, ຊຸກຍູ້ປະຊາຊົນລ້ຽງໄກ່ແບບເປັນຟາມໃນຈໍານວນ 2 ບ້ານ, ຄາດຄະເນຜົນຜະລິດ 32,5 ໂຕນຕໍ່ 3 ເດືອນ, ປະຊາຊົນລ້ຽງປາ 1.392 ໜອງ, ຜົນຜະລິດ 41,7 ໂຕນຕໍ່ປີ.

ໃນຂະນະທີ່ການຜະລິດເພື່ອສົ່ງອອກ:ໄດ້ຊຸກຍູ້ປະຊາຊົນປູກເຂົ້ານາແຊງ 7.894 ເຮັກຕາ, ສະມັດຖະພາບ 4,88 ໂຕນຕໍ່ເຮັກຕາ,ຜົນຜະລິດ 38.522ໂຕນ ເປັນເງິນ 146 ຕື້ກວ່າກີບ, ຊຸກຍູ້ປະຊາຊົນປູກມັນຕົ້ນ 1.900 ເຮັກຕາ, ສະມັດຖະພາບມັນແຫ້ງ 15ໂຕນຕໍ່ເຮັກຕາ, ຜົນຜະລິດ 28.500 ໂຕນ ເປັນເງິນ 57 ຕື້ກີບ, ຊຸກຍູ້ປະຊາຊົນປູກອ້ອຍແບບ 2+3 ຈໍານວນ 3.500 ເຮັກຕາ, ສະມັດຖະພາບ 60 ໂຕນຕໍ່ປີ, ຜົນຜະລິດ 210.000 ໂຕນ ເປັນເງິນ 86,1ຕື້ກີບ, ຊຸກຍູ້ປະຊາຊົນປູກຢາງພາລາ 19 ບ້ານ 347 ຄອບຄົວ, ເນື້ອທີ່ 851 ເຮັກຕາ, ຜົນຜະລິດ 2.178 ໂຕນຕໍ່ປີ ເປັນເງິນເກືອບ 24ຕື້ກີບ, ລວມລາຍຮັບທັງໝົດຈາກການຂາຍຜົນຜະລິດກະສິກໍາ (ບໍ່ແມ່ນກໍາໄລ)ແມ່ນ 313 ຕື້ກວ່າກີບ.

ສຳລັບວຽກງານປູກຝັງ: ຕັ້ງໜ້າຍູ້ແຮງຂະບວນການຜະລິດກະສິກໍາຕິດພັນກັບການນໍາໃຊ້ເຕັກນິກວິທະຍາສາດ-ວິທະຍາການໃໝ່ເຊັ່ນ: ນໍາໃຊ້ກົນຈັກທັນສະໄໝ, ນໍາໃຊ້ຝຸ່ນວິທະຍາສາດ, ຝຸ່ນຊີວະພາບ, ແນວພັນປັບປຸງ, ປັບນາໄຮ່ນ້ອຍເປັນນາໄຮ່ໃຫຍ່ ເພື່ອຍົກສະມັດຖະພາບຜົນຜະລິດໃຫ້ສູງຂຶ້ນ,ຮອດປີ 2021 ການຜະລິດເຂົ້ານາປີໄດ້ 15.310 ເຮັກຕາ,ສະມັດຖະພາບ 3,06 ໂຕນຕໍ່ເຮັກຕາ, ຜົນຜະລິດ 46.848 ໂຕນ. ນາແຊງປະຕິບັດໄດ້ 8.570 ເຮັກຕາ, ສະມັດຖະພາບ5,10 ໂຕນຕໍ່ເຮັກຕາ,ຜົນຜະລິດ 43.707ໂຕນ; ລວມຜົນຜະລິດເຂົ້າເປືອກ 90.555 ໂຕນ (ແຜນປີ 2024 ໃຫ້ໄດ້ 103.105 ໂຕນຕໍ່ປີ) ສາເຫດທີ່ຫຼຸດຍ້ອນສະມັດຖະພາບເຂົ້ານາປີບໍ່ໄດ້ຄາດໝາຍ (ຄາດໝາຍ 3,8 ໂຕນຕໍ່ເຮັກຕາ).

ໂດຍ: ຂັນຄຳ ຈັນທວົງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments