Tuesday, September 24, 2024
Homeຂ່າວພາຍໃນເຊັນບົດບັນທຶກ ຮ່ວມມືຂົນສົ່ງສິນຄ້າຜ່ານທາງລົດໄຟ ຈາກໄທມາລາວ ໄປຈີນ

ເຊັນບົດບັນທຶກ ຮ່ວມມືຂົນສົ່ງສິນຄ້າຜ່ານທາງລົດໄຟ ຈາກໄທມາລາວ ໄປຈີນ

ລັດວິສາຫະກິດລົດໄຟແຫ່ງຊາດລາວ ໄດ້ຕົກລົງເຫັນດີເປັນເອກະພາບໃຫ້ ບໍລິສັດເກົ້າຈະເລີນ ເທຣນທຣານສປອດ ຈຳກັດ ເປັນຕົວແທນ ເພື່ອຮ່ວມມືຂົນສົ່ງສິນຄ້າຜ່ານທາງລົດໄຟ (ຈອງຂະບວນລົດໄຟຂົນສົ່ງ ສິນຄ້າ) ກັບການລົດໄຟ ແຫ່ງປະເທດໄທ ໂດຍຜ່ານການປະສານງານຂອງລັດວິສາກິດລົດໄຟແຫ່ງຊາດລາວ, ໃນນາມ ເປັນຄູ່ສັນຍາການແລ່ນລົດໄຟລະຫວ່າງປະເທດ ທ່ານາແລ້ງ-ໜອງຄາຍ ເຊິ່ງ ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າ ດ້ວຍການຮ່ວມມືຂົນສົ່ງສິນຄ້າຜ່ານທາງລົດໄຟ ຈາກໄທມາລາວໄປຈີນ, ຈາກຈີນມາລາວໄປໄທ ໄດ້ຈັດຂຶ້ນໃນວັນທີ 23 ກຸມພາ 2023 ໂດຍການຮ່ວມລົງນາມ ລະຫວ່າງລະຫວ່າງ ທ່ານ ດາວຈິນດາ ສີຫາລາດ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດລົດໄຟແຫ່ງຊາດລາວ ແລະ ທ່ານ ປັນຍາ ປະພຸດສະໂຣ ປະທານກຳມະການ ບໍລິສັດເກົ້າຈະເລີນ ເທຣນທຣານສປອດ ຈຳກັດ ໂດຍມີພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ໃນບົດບັນທຶກດັ່ງກ່າວ, ລັດວິສາຫະກິດລົດໄຟແຫ່ງຊາດລາວ ເປັນຜູ້ປະສານງານອຳນວຍຄວາມສະດວກ ແລະ ຈອງພວງຈາກການລົດໄຟ ແຫ່ງປະເທດໄທ ເພື່ອໃຫ້ ຝ່າຍ ບໍລິສັດເກົ້າຈະເລີນ ເທຣນ ທຣານສປອດ ຈຳກັດ ນໍາໃຊ້ໃນການບໍລິການຂົນສົ່ງສິນຄ້າທາງລົດໄຟຂ້າມແດນ ແລະ ຜ່ານແດນ, ພ້ອມທັງ ຈອງຂະບວນລົດໄຟຂົນສົ່ງສິນ ຄ້າ ຈາກການລົດໄຟແຫ່ງປະເທດໄທ ຫາ ສະຖານີລົດໄຟທ່ານາແລ້ງ ຫລື ຈາກສະຖານີລົດໄຟທ່ານາແລ້ງ ຫາ ການລົດໄຟແຫ່ງປະເທດໄທ.

ສຳລັບ ຝ່າຍບໍລິສັດເກົ້າຈະເລີນ ເທຣນທຣານສປອດ ຈຳກັດ ຕ້ອງຮັບຮູ້ ແລະ ປະຕິບັດຕາມລະບຽບ ການຂອງການລົດໄຟແຫ່ງປະເທດໄທ, ຕາມທີ່ລັດວິສາຫະກິດລົດໄຟແຫ່ງຊາດລາວ ເປັນຄູ່ສັນຍາແລ່ນລົດໄຟ ລະ ຫວ່າງປະເທດ ແລະ ເກັບກຳຂໍ້ມູນສິນຄ້າທີ່ຕ້ອງການຂົນສົ່ງຜ່ານທາງລົດໄຟຈາກຕົ້ນທາງ (SRT) ເພື່ອແຈ້ງເຖິງ ປາຍທາງ(LNR) ກ່ອນລ່ວງໜ້າ 15 ມື້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments