Sunday, September 22, 2024
Homeຂ່າວການເມືອງພົນໂທ ທອງລອຍ ສີລິວົງ ເນັ້ນໜັກຫຼາຍບັນຫາ ວຽກງານກວດກາພັກ - ລັດ ໃນກອງທັບ.

ພົນໂທ ທອງລອຍ ສີລິວົງ ເນັ້ນໜັກຫຼາຍບັນຫາ ວຽກງານກວດກາພັກ – ລັດ ໃນກອງທັບ.

ໃນໂອກາດເຂົ້າຮ່ວມເປັນປະທານປິດກອງປະຊຸມສະຫຼຸບວຽກງານກວດກາພັກ – ລັດທົ່ວກອງທັບຄັ້ງທີ VI ໃນວັນທີ 22 ກຸມພາ 2023, ສະຫາຍ ພົນໂທ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ເນັ້ນໜັກໃຫ້ຄະນະພັກ – ຄະນະບັນຊາກໍາລັງຫຼວງ – ກໍາລັງທ້ອງຖິ່ນ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານກວດກາພັກ – ລັດ ໃນຫຼາຍບັນຫາສໍາຄັນ ເຊິ່ງກ່ອນອຶ່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການປະກອບຄຳຄິດເຫັນຢ່າງກົງໄປກົງມາຂອງເເຕ່ລະພາກສ່ວນ ທັງດ້ານດີ, ຂໍ້ຂົງຄ້າງ ເເລະ ທິດທາງໃນຕໍ່ໜ້າ, ເພື່ອຮັບປະກັນເຮັດໃຫ້ວຽກງານກວດກາພັກ – ລັດໃນທົ່ວກອງທັບ ໄດ້ຮັບການຈັດຕັ້ງຜັນຂະຫຍາຍເຂົ້າສູ່ຊີວິດຕົວຈິງຢ່າງເຂັ້ມງວດ ແລະ ມີຄຸນນະພາບ ໃນຊຸມປີຕໍ່ໜ້າຄະນະພັກ – ຄະນະບັນຊາ, ຄະນະກວດກາແຕ່ລະຂັ້ນ ຈະຕ້ອງສືບຕໍ່ເອົາໃຈໃສ່ຢ່າງຕັ້ງໜ້າຕໍ່ການຊີ້ນໍາ – ນຳພາ, ຈັດຕັ້ງປະຕິບັດວຽກງານກວດກາ ຕາມຄວາມຮັບຜິດຊອບຂອງຕົນ, ຄົ້ນຄວ້າເຊື່ອມຊຶມທັດສະນະ, ເນື້ອໃນຈິດໃຈຊີ້ນຳຂອງຄະນະກວດກາສູນກາງພັກ ກໍຄືກະຊວງປ້ອງກັນປະເທດ ຕໍ່ກັບວຽກງານຕິດຕາມ – ກວດກາພັກ – ລັດ ໄປພ້ອມກັບການສຶກສາອົບຮົມການເມືອງ – ນໍາພາແນວຄິດໃຫ້ພະນັກງານ, ສະມາຊິກພັກ ແລະ ນັກຮົບ ຮັບຮູ້ເຊື່ອມຊຶມບັນດາມະຕິ – ຄໍາສັ່ງຂອງພັກ, ກົດໝາຍ ແລະ ລະບຽບການ ຕ່າງໆຂອງລັດ, ຂອງກອງທັບ, ມີຄວາມຈົ່ງຮັກພັກດີ, ຊື່ສັດບໍລິສຸດຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນຢ່າງສຸດໃຈ, ເປັນເຈົ້າການຕ້ານກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະການສໍ້ລາດບັງຫຼວງຂອງພະນັກງານໃນກອງທັບ ໃຫ້ນັບມື້ນັບຫຼຸດໜ້ອຍຖອຍລົງ ແລະ ສາມາດສະກັດກັ້ນການແຊກຊຶມຂອງສັດຕູ ເຂົ້າພາຍໃນຖັນແຖວກອງທັບ, ອັນພົ້ນເດັ່ນແມ່ນໄດ້ສຸມໃສ່ ຕິດຕາມ – ກວດກາ ການປັບປຸງການຈັດຕັ້ງ, ຈຳນວນພົນ ຢູ່ກົມກອງກໍາລັງຫຼວງ – ກໍາລັງທ້ອງຖິ່ນຢ່າງຖືກຕ້ອງ, ຫັນເຂົ້າສູ່ລະບົບຄຸ້ມຄອງທັບ ທີ່ມີວິທະຍາສາດ, ທັນສະໄໜ.

ນອກຈາກນີ້ ສະຫາຍ ພົນໂທ ທອງລອຍ ສີລິວົງ ຍັງໄດ້ຮຽກຮ້ອງໃຫ້ຄະນະກວດກາແຕ່ລະຂັ້ນ, ພະນັກງານກວດກາ ແຕ່ລະສະຫາຍ ຕ້ອງໄດ້ເອົາໃຈໃສ່ ປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ, ທັງຖອດຖອນບົດຮຽນໄປພ້ອນໆ ກັນ, ຍົກສູງຈິດໃຈອົດທົນຜ່ານຜ່າຄວາມຫຍຸ້ງຍາກ ເພື່ອເຮັດສໍາເລັດໜ້າທີ່ການເມືອງຕາມການມອບໝາຍຂອງຂັ້ນເທິງ, ຖືເອົາວຽກງານກວດກາພັກ – ລັດ ແລະ ວຽກງານຕ້ານການສໍ້ລາດບັງຫຼວງ ໃນກອງທັບ ເພື່ອເປັນພື້ນຖານໃຫ້ການປັບປຸງການຈັດຕັ້ງ, ການເຄື່ອນໄຫວວຽກງານ ແລະ ແບບແຜນວິທີເຮັດວຽກຂອງຄະນະກວດກາແຕ່ລະຂັ້ນໃນທົ່ວກອງທັບ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງກວ່າເກົ່າ, ແນໃສ່ຮັບປະກັນຄວາມສາມາດ ແລະ ຄຸນນະພາບຂອງວຽກງານກວດກາພັກ – ລັດ ແລະ ຕ້ານສໍ້ການລາດບັງຫຼວງ ໃຫ້ສອດຄ່ອງກັບສະພາບ ແລະ ຈຸດພິເສດຂອງກອງທັບໃນແຕ່ລະໄລຍະຢ່າງມີຄຸນນະພາບ.

ຂ່າວ-ພາບ: ຄຳໃໝ່ + ສຸກສາຄອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments