Sunday, September 22, 2024
Homeຂ່າວຕ່າງປະເທດສປ ຈີນ ປະກາດ ເອກະສານ ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ

ສປ ຈີນ ປະກາດ ເອກະສານ ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ

ຕາມ​ຂ່າວ​ຈາກ​ປັກ​ກິ່ງ ວັນທີ 21 ກຸມພານີ້, ສປຈີນ ປະກາດ “ເອກະສານ ນິຍາມ ກ່ຽວກັບຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ” ຢ່າງເປັນທາງການຢູ່ເວທີປາໄສລານຕີງ (Lanting) ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ. ໃນ​ໂອກາດກ່າວຄຳເຫັນທີ່ພິທີຄັ້ງນີ້, ທ່ານ ກິນຢາງ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ສປຈີນ ​ໄດ້​ກ່າວເນັ້ນໜັກວ່າ: ຈຸດປະສົງຂອງຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ (GSI) ແມ່ນເພື່ອຍົກສູງວິໄສທັດ ກ່ຽວກັບຄວາມໝັ້ນຄົງລວມ, ຮອບດ້ານ, ຮ່ວມມື ແລະ ຍືນຍົງ; ເດີນຕາມ ເປົ້າໝາຍຍາວນານນັ້ນແມ່ນສ້າງປະຊາຄົມຄວາມໝັ້ນຄົງ ແລະ ສະໜັບສະໜູນຕໍ່ໄລຍະທາງໃໝ່ສຳລັບຄວາມໝັ້ນຄົງ ດ້ວຍການເຈລະຈາແທນໃຫ້ການສູ້ຢັນກັນ, ຮ່ວມມືແທນໃຫ້ການຮ່ວມສຳພັນທະມິດ ແລະ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ. GSI ເຊີດຊູບົດບາດເປັນໃຈກາງຂອງ ສປຊ ໃນການບໍລິຫານຄວາມໝັ້ນຄົງ, ຊຸກຍູ້ການສົມທົບກັນ ແລະ ການພົວພັນແລກປ່ຽນຢ່າງປອດໃສ ລະຫວ່າງບັນດາປະເທດໃຫຍ່, ສ້າງເງື່ອນໄຂສະດວກເພື່ອແກ້ໄຂບັນດາບັນຫາຮ້ອນເຮັ່ງ ໂດຍສັນຕິວິທີຜ່ານການເຈລະຈາ, ແກ້ໄຂສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່, ພ້ອມທັງປັບປຸງລະບົບ ແລະ ກຳລັງ ຄວາມສາມາດຄວບຄຸມຄວາມໝັ້ນຄົງທົ່ວໂລກ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments