Home ທ່ອງທ່ຽວ ຊົນເຜົ່າຕະລຽງ

ຊົນເຜົ່າຕະລຽງ

0
316

ເຮືອນຊົນເຜົ່າຕະລຽງ ຕັ້ງຢູ່ບ້ານດາກມວນ ເມືອງດາກຈຶງແຂວງເຊກອງ, ຫ່າງຈາກເທດສະບານແຂວງ 108 ກິໂລແມັດແລະ ຫ່າງຈາກຕົວເມືອງດາກຈຶງ ປະມານ 8ກິໂລແມັດ, ເຮືອນຊົນເຜົ່າຕະລຽງ ມີຮູບຊົງອັນເປັນເອກະລັກສະເພາະດັ່ງເດີມຂອງຊົນເຜົ່າ ໂດຍນໍາໃຊ້ວັດສະດຸທາງທໍາມະຊາດລ້ວນໆໃນການປຸກສ້າງ ຊຶ່ງປະຊາຊົນທັງໝົດພາຍໃນບ້ານໄດ້ພາກັນສາມັກຄີຮ່ວມແຮງຮ່ວມໃຈກໍ່ສ້າງບ້ານຂຶ້ນຮ່ວມກັນ. ໃນແຕ່ລະປີຊາວບ້ານກໍພາກັນຈັດງານບຸນປະຈໍາປີຂຶ້ນ ເພື່ອສະເຫຼີມສະຫຼອງຜົນສໍາເລັດຈາກການເກັບກ່ຽວຜົນລະປູກຊຶ່ງໃນງານບຸນກໍມີການສະແດງສິລະປະພື້ນເມືອງ ກັບການນຸ່ງຖືອັນເປັນເອກະລັກ, ມີການວາງສະແດງ ຜະລິດຕະພັນຕ່ຳແຜ່ນ ແລະ ຈັກສານ, ພ້ອມທັງມີພິທີຂ້າຄວາຍ ເພື່ອຕ້ອນຮັບແຂກທີ່ມາຢ້ຽມຢາມໃນທຸກໆປີ.

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວກະຊວງ ຖວທ

NO COMMENTS

LEAVE A REPLY

Please enter your comment!
Please enter your name here