Saturday, September 21, 2024
Homeຂ່າວພາຍໃນຊາວ​ກະ​ສິ​ກອນແຂວງຄໍາມ່ວນ ສາ​ມາດປັກດໍາເຂົ້ານາແຊງໄດ້ແລ້ວ 87,81%

ຊາວ​ກະ​ສິ​ກອນແຂວງຄໍາມ່ວນ ສາ​ມາດປັກດໍາເຂົ້ານາແຊງໄດ້ແລ້ວ 87,81%

ອີງ​ຕາມ​ຂໍ້​ມູນ​ຈາກຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ປີນີ້ທົ່ວແຂວງມີເນື້ອທີ່ແຜນການຜະລິດເຂົ້ານາແຊງ 12.341 ເຮັກຕາ, ຄາດຄະເນຜົນຜະລິດ 67.535 ໂຕນ. ໃນນີ້ເນື້ອທີ່ຜະລິດເຂົ້າເພື່ອເປັນສະບຽງອາຫານ 4.293 ເຮັກຕາ, ຄາດຄະເນຜົນຜະລິດ 23.182 ໂຕນ; ເນື້ອທີ່ຜະລິດເຂົ້າເພື່ອເປັນສິນຄ້າ 8.048 ເຮັກຕາ, ຄາດຄະເນຜົນຜະລິດ 44.353 ໂຕນ. ຜ່ານການຈັດຕັ້ງປະຕິບັດຕົວຈິງມາຮອດປັດຈຸບັນສາມາດປັກດໍາໄດ້ 10.837 ເຮັກຕາ ເທົ່າກັບ 87,81% ຂອງເນື້ອທີ່ແຜນການທົ່ວແຂວງ, ໃນນັ້ນນາຫວ່ານປະຕິບັດໄດ້ 4.275 ເຮັກຕາ ເທົ່າກັບ 34,64% ຂອງເນື້ອທີ່ແຜນການທົ່ວແຂວງ, ນາປັກດໍາປະຕິບັດໄດ້ 6.561 ເຮັກຕາ ເທົ່າກັບ 53,17% ຂອງເນື້ອທີ່ແຜນການທົ່ວແຂວງ.

ສຳ​ລັບເນື້ອທີ່ຜະລິດເຂົ້າເພື່ອເປັນສະບຽງອາຫານມາຮອດປັດຈຸບັນປະຕິບັດໄດ້ 3.894 ເຮັກຕາ ເທົ່າກັບ 90,69% ຂອງເນື້ອທີ່ແຜນການ, ເນື້ອທີ່ຜະລິດເຂົ້າເພື່ອເປັນສິນຄ້າປະຕິບັດໄດ້ 6.943 ເຮັກຕາ ເທົ່າກັບ 86,27% ຂອງເນື້ອທີ່ແຜນການ. ສໍາລັບເມືອງທີ່ມີເນື້ອທີ່ແຜນການຜະລິດເຂົ້ານາແຊງຫຼາຍກວ່າໝູ່ແມ່ນ ເມືອງໜອງບົກ, ເຊບັ້ງໄຟ, ຍົມມະລາດ, ມະຫາໄຊ, ຫີນບູນ ແລະ ຄູນຄໍາ ຕາມລໍາດັບ. ສ່ວນເມືອງທີ່ສໍາເລັດການປັກດໍາເຂົ້ານາແຊງແລ້ວຄື: ທ່າແຂກ, ໜອງບົກ, ຫີນບູນ ແລະ ເຊບັ້ງໄຟ.

ຂ່າວ-ພາບ: ແດງສະຫວັດ ແສນພານິດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments