Sunday, September 22, 2024
Homeຂ່າວຕ່າງປະເທດການສັກວັກຊິນປ້ອງກັນພະຍາດໂຄວິດ-19 ເຊື່ອມໂຍງການພົບກັບບັນຫາໂຣກຫົວໃຈຫຼຸດລົງ

ການສັກວັກຊິນປ້ອງກັນພະຍາດໂຄວິດ-19 ເຊື່ອມໂຍງການພົບກັບບັນຫາໂຣກຫົວໃຈຫຼຸດລົງ

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 21 ກຸມພາ ຜ່ານມາ ວາລະສານວິທະຍາສາດພະຍາດຫົວໃຈອາເມຣິກາ (Journal of The American College of Cardiology) ໄດ້ເຜີຍແຜ່ບົດລາຍງານການວິໄຈສະບັບໃໝ່ໂດຍລະບຸວ່າ: ການສັກວັກຊິນປ້ອງກັນພະຍາດໂຄວິດ-19 ເຊື່ອມໂຍງກັບການເກີດອາການຫົວໃຈວາຍ, ເສັ້ນເລືອດໃນສະໝອງຕີິບລວມເຖິງບັນຫາກ່ຽວກັບຫົວໃຈ ແລະ ຫຼອດເລືອດອື່ນໆ ຫຼຸດນ້ອຍລົງໃນກຸ່ມຜູ້ທີ່ຕິດເຊື້ອພະຍາດໂຄວິດ-19.

ບົດລາຍງານການວິໄຈດັ່ງກ່າວເຜີຍແຜ່ລົງໃນວາລະສານ Journal of The American College of Cardiology ເປັນບົດລາຍງານສະບັບທໍາອິດທີ່ສຶກສາການສັກວັກຊິນທັງແບບຄົບໂດສ ແລະ ແບບບໍ່ຄົບໂດສ ແລະ ການເຊື່ອມໂຍງກັບພາວະແຊກຊ້ອນທາງຫົວໃຈທີ່ຮຸນແຮງ (MACE) ໃນອາເມຣິກາ. ຄະນະນັກວິໄຈຈາກວິທະຍາໄລແພດສາດໄອຄານແຫ່ງພູຊີນາຍ (Icahn College of Medicine of Mount Shinai) ໄດ້ໃຊ້ຖານຂໍ້ມູນການຮ່ວມມືກັບສູນພະຍາດໂຄວິດ-19 ແຫ່ງຊາດຂອງອາເມຣິກາສຶກສາຜູ້ປ່ວຍ 1.934.294 ຄົນ ຊຶ່ງ 217.843 ຄົນໄດ້ຮັບວັກຊິນປ້ອງກັນພະຍາດໂຄວິດ-19 ຊະນິດເອັມອາເອັນເອ ຂອງໄຟເຊີ-ໄບອອນເທັກ (Pfizer-BioNTech) ຫຼື ໂມເດິນາ ຫຼື ວັກຊິນປ້ອງກັນພະຍາດໂຄວິດ-19 ຊະນິດຈອນສັນແອນຈອນສັນ.

ທ່ານ ກີຣີສ ເອັນ ນາດການີ ຜູ້ອາວຸໂສ ແລະ ສາສະດາຈານການແພດຈາກວິທະຍາໄລແພດສາດໄອຄານແຫ່ງພູຊີນາຍ ກ່າວວ່າ: ວິທະຍາໄລແພດສາດໄອຄານແຫ່ງພູຊີນາຍພະຍາຍາມອະທິບາຍຜົນກະທົບຈາກການສັກວັກວັກຊິນກ່ອນໜ້ານີ້ ຕໍ່ອາການທີ່ກ່ຽວຂ້ອງກັບຫົວໃຈ ແລະ ຫຼອດເລືອດໃນກຸ່ມຜູ້ປ່ວຍພະຍາດໂຄວິດ-19 ພົບວ່າ ມີອາການແຊກຊ້ອນຕໍ່າກວ່າຜູ້ທີ່ບໍ່ໄດ້ຮັບວັກຊິນ ທັງນີ້, ທ່ານ ກີຣີສ ເອັນ ນາດການີ ລະບຸວ່າ ງານວິໄຈສະບັບນີ້ຖືວ່າເປັນຫຼັກຖານສະໜັບສະໜູນວ່າ ການສັກວັກຊິນປ້ອງການພະຍາດໂຄວິດ-19 ອາດຈະມີຜົນດີຕໍ່ພາວະແຊກຊ້ອນຕ່າງໆ ຫຼັງຈາກຕິດເຊື້ອພະຍາດໂຄວິດ-19.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments