Sunday, September 22, 2024
Homeຂ່າວໜ້າໜຶ່ງໃບເສຍຄ່າທຳນຽມທາງແບບໃໝ່

ໃບເສຍຄ່າທຳນຽມທາງແບບໃໝ່

ການໃຊ້ແບບພິມ ໃບເສຍຄ່າທຳນຽມທາງ ແບບໃໝ່ ເພື່ອຮັບປະກັນການຈັດຕັ້ງປະຕິບັດການເກັບລາຍຮັບຄ່າທໍານຽມທາງ ປະຈໍາປີ 2023 ໃຫ້ຖືກຕ້ອງ, ສອດຄ່ອງ, ມີຄວາມໂປງໃສ, ສາມາດກວດສອບໄດ້ ແລະໄດ້ຮັບປະສິດທິຜົນສູງ.

ຫ້ອງການກະຊວງການເງິນ ອອກແຈ້ງການ ດັ່ງນີ້:

1. ປະຈຸບັນ ກະຊວງການເງິນໄດ້ມີການພັດທະນາ ລະບົບຄຸ້ມຄອງເກັບລາຍຮັບຄ່າທໍານຽມທາງ ແບບເອເລັກໂຕຣນິກ ເຊິ່ງໄດ້ມີການປັບປຸງແບບພິມ ໃບເສຍຄ່າທໍານຽມທາງ ໂດຍມີ 02 ຮູບແບບຄື: ແບບເອເລັກໂຕຣນິກ (E-Sticker) ແລະ ແບບແຜ່ນເຈ້ຍ (Sticker) ເຊິ່ງ 02 ຮູບແບບດັ່ງກ່າວແມ່ນສາມາດຢັ້ງຢືນທາງດ້ານກົດຫມາຍຄືກັນ;

2. ກໍລະນີຊໍາລະຄ່າທໍານຽມທາງ ຜ່ານລະບົບແອັບພິເຄຊັນຂອງທະນາຄານ, ລະບົບຈະອອກໃບເສຍຄ່າທໍານຽມທາງ ແບບເອເລັກໂຕຣນິກ (E-Sticker) ໃນທັນທີ, ເຊິ່ງຜູ້ເສຍຄ່າທໍານຽມທາງສາມາດນໍາໃຊ້ ເພື່ອຢັ້ງຢືນຕໍ່ເຈົ້າຫນ້າທີ່ ກ່ຽວຂ້ອງ, ຖ້າ ຕ້ອງການ ໃບເສຍຄ່າທໍານຽມທາງ ແບບແຜ່ນເຈ້ຍ (Sticker) ໃຫ້ເຂົ້າໄປພົວພັນນໍາປ່ອງບໍລິການ ຂອງບັນດາທະນາຄານທີ່ເຂົ້າຮ່ວມໂຄງການ ຫຼື ຫ້ອງການສ່ວຍສາອາກອນ;

3. ຮູບແບບຂອງໃບເສຍຄ່າທໍານຽມທາງ ແບບໃຫມ່ ມີດັ່ງນີ້:

ຄວາມຫມາຍຕ່າງໆຂອງແບບພິມ ໃບເສຍຄ່າທໍານຽມທາງ ມີດັ່ງລຸ່ມນີ້:

1. ຂະຫນາດຂອງໃບເສຍຄ່າທໍານຽມທາງແມ່ນ 9cm x 4.5cm

2. ກາເຄື່ອງຫມາຍອາກອນຈະຖືກພິມໃນຮູບແບບສະທ້ອນແສງເຫຼື້ອມ

3. ຊື່ຂອງກະຊວງທີ່ລະບຸວ່າ: “ກະຊວງການເງິນ”, ”ກົມສ່ວຍສາອາກອນ”, ແລະ ”ໃບເສຍຄ່າທໍານຽມທາງປະຈໍາປີ” ທີ່ເປັນໂຕຫນັງສືສີຂຽວ

4. ເສັ້ນລາຍນໍ້າທີ່ໃຊ້ໄວ້ປ້ອງກັນການປອມແປງ

5. ເສັ້ນແບ່ງລາຍນໍ້າທີ່ມີໂຕອັກສອນ MOF 6. ຂໍ້ມູນທະບຽນລົດ ພ້ອມດ້ວຍປະເພດປ້າຍ 7. ຂໍ້ມູນປະເພດລົດນໍາໃຊ້

8. ຮູບຂອງປະເພດລົດນໍາໃຊ້ ແລະ ແຮງຈັກ

9. ປີຂອງການຊໍາລະ ແລະ ນໍາໃຊ້ Sticker

10. QRCode ເພື່ອໃຊ້ໄວ້ກວດສອບແບບ Online 11. ຂໍ້ມູນວັນທີຊໍາລະເງິນ

12. ຈໍານວນເງິນທີ່ຊໍາລະ

13. ເລກທີ່ Barcode ທີ່ໄດ້ຮັບຈາກລະບົບ TaxRIS

14. ຂອບຂອງໃບເສຍຄ່າທໍານຽມທາງເປັນສີຂຽວ(ເສັ້ນລາຍນ້ໍາສາມມິຕິ) 15. ເລກຖັງຂອງລົດ

ທີ່ມາ: ກະຊວງການເງິນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments