Sunday, September 22, 2024
Homeທຸລະກິດເລີ່ມໂຄງການຂຸດຄົ້ນປຸງແຕ່ງ ແລະ ສົ່ງອອກແຮ່ຄໍາເຄົ້າຢູ່ເມືອງເຊໂປນ

ເລີ່ມໂຄງການຂຸດຄົ້ນປຸງແຕ່ງ ແລະ ສົ່ງອອກແຮ່ຄໍາເຄົ້າຢູ່ເມືອງເຊໂປນ

ບໍລິສັດເຊໂປນມາຍນິງຈໍາກັດ ໄດ້ຈັດພິທີວາງສີລາລຶກໂຄງການຂຸດຄົ້ນປຸງແຕ່ງ ແລະ ສົ່ງອອກແຮ່ຄໍາເຄົ້າ (ແບບທົດລອງ) ໃນວັນທີ 18 ກຸມພາ 2023 ເປັນກຽດເຂົ້າຮ່ວມມີທ່ານ ທ່ອນແກ້ວ ພຸດທະໄກຍະລາດ ອາດີດການນໍາຂັ້ນສູງຂອງແຂວງ, ທ່ານ ທອງໃສ ໄຊຍະວົງຄໍາດີ ຫົວໜ້າຫ້ອງວ່າການແຂວງ, ທ່ານ ສົມບັດ ອິດທະວົງ ຮອງເຈົ້າເມືອງເຊໂປນ, ທ່ານເດວິດ ມູເຣ ປະທານບໍລິສັດເຊໂປນມາຍນິງຈໍາກັດຜູ້ດຽວພ້ອມຄະນະ, ມີກົມຄຸ້ມຄອງບໍ່ແຮ່, ພະແນກການກ່ຽວຂ້ອງອ້ອມຂ້າງແຂວງ, ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

ທ່ານ ສະຖາພອນ ດວງຕາວັນ ຮອງກົມຄຸ້ມຄອງ-ບໍ່ແຮ່ ມີຄໍາເຫັນວ່າ: ໂຄງການຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກແຮ່ຄໍາເຄົ້າ (ແບບທົດລອງ) ມີເຂດສໍາປະທານໃນເນື້ອທີ່ 7,32 ກິໂລຕາແມັດ ຢູ່ບ້ານໂພນໄຮ ແລະ ບ້ານແກ້ງຄືບ ເມືອງເຊໂປນ ແຂວງສະຫວັນນະເຂດ ແລະ ມີສັນຍາວ່າດ້ວຍພັນທະແບບມອບເໝົາ ລະຫວ່າງລັດຖະບານແຫ່ງ ສປປລາວ ກັບ ບໍລິສັດເຊໂປນມາຍນິງຈໍາກັດ ນະຄອນຫລວງວຽງຈັນ ເພື່ອເຮັດໃຫ້ແຕ່ລະພາກສ່ວນໄດ້ເຂົ້າໃຈຕໍ່ກັບຄວາມມຸ້ງຫວັງ ແລະ ຜົນຄາດຫວັງຂອງບໍລິສັດໃນດ້ານຕ່າງໆ ທັງໝົດນີ້ແມ່ນຂໍຝາກຄວາມຄາດຫວັງໄວ້ນໍາການຈັດຕັ້ງກ່ຽວຂ້ອງທຸກຂັ້ນໄດ້ມີການປະສານງານ ແລະ ສະໜັບສະໜູນຂອງທຸກຝ່າຍ.

ນອກນັ້ນທ່ານຮອງກົມຄຸ້ມຄອງ-ບໍ່ແຮ່ ກໍໄດ້ຮຽກຮ້ອງມາຍັງບັນດາການນໍາຂັ້ນແຂວງ, ເມືອງ, ອໍານາດການປົກຄອງຢູ່ຂັ້ນບ້ານຕ້ອງໄດ້ເອົາໃຈໃສ່ເຫັນຄວາມສໍາຄັນໃນການສ້າງສາພັດທະນາໃນລວງເລິກຂອງພາກລັດ ແລະ ເອກະຊົນ, ຕ້ອງໄດ້ຊ່ວຍປຸກລະດົມ, ສຶກສາອົບຮົມແນວຄິດ, ແນະນໍາພໍ່ແມ່ປະຊາຊົນບັນດາເຜົ່າໄດ້ຮັບຮູ້ເຂົ້າໃຈຕໍ່ກັບກິດຈະກໍາຂອງບໍລິສັດ ເພາະວ່າກິດຈະກໍານີ້ມັນແມ່ນເປັນພຽງການເລີ່ມຕົ້ນແຕ່ ຖ້າວ່າຜົນສໍາເລັດທີ່ອອກມາຫາກສົມບູນແບບການພັດທະນາດ້ານເສດຖະກິດ, ດ້ານວັດທະນະທໍາ-ສັງຄົມ ຢູ່ບັນດາບ້ານທີ່ນອນໃນຂອບເຂດ ແລະ ບ້ານອອ້ມຂ້າງກໍ່ຕ້ອງມີທ່ວງທ່າດີຂຶ້ນເປັນກ້າວໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments