Monday, September 23, 2024
Homeທຸລະກິດລາວ - ຈີນ ຈັດກອງປະຊຸມ ເພື່ອສົ່ງເສີມກ່ານຮ່ວມມືດ້ານເສດຖະກິດ-ການຄ້າ

ລາວ – ຈີນ ຈັດກອງປະຊຸມ ເພື່ອສົ່ງເສີມກ່ານຮ່ວມມືດ້ານເສດຖະກິດ-ການຄ້າ

ບັນດາວິສາຫະກິດຂອງ ສປ ຈີນ ຈໍານວນ 31 ພາກສ່ວນ ແລະ ບັນດາວິສາຫະກິດຂອງລາວ ໂດຍສະເພາະສະມາຊິກ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ມີໂອກາດພົບປະແລກປ່ຽນ ແລະ ນໍາສະເໜີກິດຈະການຂອງຕົນ ເພື່ອສ້າງໂອກາດໃຫ້ບັນດາວິສາຫະກິດ ລາວ-ຈີນ ໄດ້ມີການຮ່ວມມືທີ່ດີ ອັນເປັນການສົ່ງເສີມການຮ່ວມມືດ້ານເສດຖະກິດ-ການຄ້າ ລະຫວ່າງສອງຝ່າຍ ກໍຄືການປະຕິບັດບັນດາຂອບການຮ່ວມມືເສດຖະກິດ-ການຄ້າ ແລະ ການລົງທຶນ. ການສ້າງໂອກາດທີ່ດີດັ່ງກ່າວນັ້ນ, ໄດ້ດຳເນີນພາຍໃນກອງປະຊຸມແນະນໍາ ແລະ ສົ່ງເສີມການຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງແຂວງຢຸນນານ ແລະ ສປປ ລາວ ທິີ່ໄດ້ຈັດຂຶ້ນໂດຍ ສຄອຊ ແລະ ພະແນກການຄ້າແຂວງ ຢຸນນານ ສປ ຈີນ ໃນວັນທີ 21 ກຸມພາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ, ທ່ານ ຫຼີ ເສິນຢາງ ຫົວໜ້າພະແນກການຄ້າແຂວງຢຸນນານ ແລະ ທ່ານ ຈ້າວ ເຫວິນ ຢູ ທີ່ປຶກສາທູດເສດຖະກິດ-ການຄ້າ ສະຖານທູດຈີນ ປະຈໍາ ສປປ ລາວ ຊຶ່ງມີທຸກພາກສ່ວນກ່ຽວຂ້ອງຂອງຈີນ ແລະ ລາວ ເຂົ້າຮ່ວມ.

ທ່ານ ຫຼີ ເສິນຢາງ ໄດ້ກ່າວວ່າ: ແຂວງຢຸນນານ ເປັນແຂວງໜຶ່ງທີ່ສໍາຄັນ ມີທີ່ຕັ້ງໃກ້ກັບ ສປປ ລາວ ຊຶ່ງເປັນແຂວງທີ່ບໍ່ຕິດທະເລ ຊຶ່ງແຂວງຢຸນນານ ສປ ຈີນ ກັບ ສປປ ລາວ ຕ້ອງໄດ້ອາໄສຊຶ່ງກັນ ແລະ ກັນ ໃນການພັດທະນາຮ່ວມມກັນ ເພື່ອຄວາມກ້າວໜ້າທາງດ້ານເສດຖະກິດ. ກອງປະຊຸມຄັ້ງນີ້, ໄດ້ມີຄວາມໝາຍສໍາຄັນລະຫວ່າງ ສປ ຈີນ ແລະ ສປປ ລາວ ໂດຍສະເພາະໄດ້ສ້າງໂອກາດໃຫ້ບັນດາວິສາຫະກິດທີ່ມີຄວາມສາມາດຂອງຈີນ ຈໍານວນ 31 ພາກສ່ວນ ທີ່ດຳເນີນທຸລະກິດ ກ່ຽວກັບການຄ້າລະຫວ່າງປະເທດ, ການລົງທຶນຕ່າງປະເທດ, ການຜະລິດ ແລະ ການປຸງແຕ່ງ, ການກໍ່ສ້າງພື້ນຖານໂຄງລ່າງ, ການບໍລິການ ແລະ ທຸລະກິດອື່ນໆ ໄດ້ແນະນໍາບໍລິສັດ ກໍຄື ສະເໜີການດໍາເນີນກິດຈະການຂອງຕົນ ແລະ ຮັບຟັງການນໍາສະເໜີກິດຈະການຂອງວິສາຫະກິດຂອງລາວ ເພື່ອສ້າງໂອກາດ ໃນການສົ່ງເສີມການຮ່ວມມືດ້ານເສດຖະກິດ-ການຄ້າ ຂອງສອງຝ່າຍ ຊຶ່ງເປັນການປະກອບສ່ວນປະຕິບັດຂອບການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ ຕາມແລວທາງເສດຖະກິດ ລາວ-ຈີນ. ສປ ຈີນ ເປັນຄູ່ຄ້າອັນດັບ 2 ຂອງ ສປປ ລາວ ຊຶ່ງເຫັນໄດ້ໃນໄລຍະ 5 ປີ (2018-2022) ທີ່ຜ່ານມາ ມູນຄ່າການຄ້າສອງຝ່າຍສາມາດບັນລຸໄດ້ 15,9 ຕື້ໂດລາ, ສະເລ່ຍເພີ່ມຂຶ້ນ 15,63%/ປີ.

ທ່ານ ອຸເດດ ສຸວັນນະວົງ ກ່າວວ່າ: ສຄອຊ ກໍຄື ບັນດາວິສາຫະກິດ ໄດ້ຖືບັນດາວິສາຫະກິດ ຂອງແຂວງຢຸນນານ ເປັນເພື່ອນກັນ ໃນດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ. ສຄອຊ ເປັນອົງການຂອງພາກທຸລະກິດທີ່ນໍາໜ້າ ແລະ ໃຫຍ່ທີ່ສຸດ ໃນ ສປປ ລາວ ຊຶ່ງມີສະມາຊິກຢູ່ເກືອບທົ່ວປະເທດ ເກືອບ 1.000 ກວ່າບໍລິສັດ ໃນນີ້ ມີຫຼາຍບໍລິສັດ ທີ່ມີຈຸດປະສົງຢາກຮ່ວມມືເຮັດການຄ້າ ແລະ ການລົງທຶນກັບແຂວງຢຸນນານ. ຜ່ານມາ, ສຄອຊ ແລະ ພະແນກການຄ້າແຂວງຢຸນນານ ກໍໄດ້ມີການປຶກສາຫາລືກັນ ຊຶ່ງມີຄວາມໝາຍສຳຄັນທີ່ສຸດ ໂດຍສະເພາະພາຍຫຼັງການລະບາດຂອງພະຍາດໂຄວິດ-19 ແມ່ນຈະຕ້ອງໄດ້ເປີດສັກກະລາດໃໝ່ທາງດ້ານການຄ້າ ແລະ ການລົງທຶນ ກໍຄືຕ້ອງໄດ້ປະຕິບັດບັນດາຂອບການຮ່ວມມືໃນການລົງທຶນ ແລະ ດ້ານເສດຖະກິດ-ການຄ້າ ທີ່ສອງທ່ານເລຂາທິການໃຫຍ່ຂອງສອງປະເທດລາວ-ຈີນໄດ້ຕົກລົງກັນ ຊຶ່ງສຳລັບ ສຄອຊ ກໍໄດ້ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດຢ່າງເປັນເຈົ້າການ ເພື່ອໃຫ້ການຕົກລົງນັ້ນປະກົດຜົນເປັນຈິງ ເປັນຕົ້ນໃນໄລຍະຜ່ານມາ ເຖິງມີການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ພວກເຮົາບໍ່ໄດ້ລົດລະການຮ່ວມມືຊຶ່ງກັນ ແລະ ກັນ ໂດຍໄດ້ເປັນເສນາທິການ ໃຫ້ຄໍາປຶກສາ ລັດຖະບານລາວ, ໄດ້ມີການເຈລະຈາກັບ ສປ ຈີນ ແລະ ມີວິທີແກ້ໄຂ ເພື່ອໃຫ້ສິນຄ້າຈາກ ສປປ ລາວ ສົ່ງອອກໄປ ສປ ຈີນ ເຖິງຈະມີການສະກັດກັ້ນຫຼາຍດ່ານ ເພື່ອຕ້ານພະຍາດໂຄວິດ. ນອກນີ້, ຍັງໄດ້ສືບຕໍ່ໃນການນໍາສົ່ງສິນຄ້າ ສະໜອງຂໍ້ມູນທີ່ເປັນຈິງຈາກແຂວງຢຸນນານມາເຮັດວຽກຮ່ວມກັນ ເຮັດໃຫ້ການນໍາສົ່ງສິນຄ້າຂອງລາວ ແລະ ການນໍາເຂົ້າສິນຄ້າຈາກ ສປ ຈີນ ຖືກຕ້ອງຕາມລະບຽບກົດໝາຍຂອງສອງປະເທດ ແລະ ລະບຽບກົດໝາຍຂອງອົງການການຄ້າໂລກ. ໃນໄລຍະທີ່ກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ສຄອຊ ກໍໄດ້ມີການປະສານກັບສະຖາບັນໂລຈີສຕິກ ແລະ ຂົນສົ່ງ ສປ ຈີນ ຢູ່ຄຸນໝິງ ເພື່ອເຊື່ອມໂຍງທ່າບົກຄຸນໝິງ ແລະ ທ່າບົກຢູ່ລາວ ເພື່ອອໍານວຍຄວາມສະດວກແລກປ່ຽນຂໍ້ມູນ, ໃນການຢັ້ງຢືນ ແລະ ນໍາສົ່ງສິນຄ້າຜ່ານໄປ ສປ ຈີນ. ນອກນີ້, ພາຍຫຼັງເປີດການນໍາໃຊ້ເສັ້ນທາງລົດໄຟລາວ-ຈີນໄຟຄົບຮອບ 1 ປີ ການຂົນສົ່ງສິນຄ້າຜ່ານລົດໄຟລາວ-ຈີນ ໄດ້ເພີ່ມຂຶ້ນກະໂດດຂັ້ນລື່ນຄາດໝາຍ ແລະ ສິ່ງສໍາຄັນການລົງທຶນທີ່ປິ່ນອ້ອມ ສຄອຊກໍມີໂຄງການສ້າງເຂດເສດຖະກິດພິເສດ, ສ້າງເຂດອຸດສາຫະກຳ ເພື່ອຮອງຮັບບັນດາອຸດສາຫະກຳຕ່າງໆທີ່ຈະມີການຮ່ວມມືລາວ-ຈີນ ແລະ ອື່ນໆ.

(ຂ່າວ-ພາບ: ສຸກສະຫວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments