Sunday, September 22, 2024
Homeຂ່າວຕ່າງປະເທດທ່ານ ສີຈິ້ນຜິງ ຊີ້ແຈງຈະເຮັດແນວໃດເພື່ອເຮັດວຽກຊົນນະບົດໃຫ້ດີ

ທ່ານ ສີຈິ້ນຜິງ ຊີ້ແຈງຈະເຮັດແນວໃດເພື່ອເຮັດວຽກຊົນນະບົດໃຫ້ດີ

ວິທະຍຸສາກົນ ແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ໃຫ້ຄວາມສໍາຄັນເປັນຢ່າງສູງຕໍ່ວຽກງານກະສິກຳ, ຊົນນະບົດ ແລະກະສິກອນມາໂດຍຕະຫລອດ ໂດຍໄດ້ກໍານົດແຜນການລວມກ່ຽວກັບການເລັ່ງລັດສ້າງສາປະເທດທີ່ເຂັ້ມແຂງທາງດ້ານກະສິກໍາໄວ້ຢູ່ໃນບົດລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງພັກກອມມູນິດຈີນ, ພ້ອມທັງໄດ້ບັນລະຍາຍກ່ຽວກັບທິດສະດີກໍຄືບັນຫາການປະຕິບັດຕົວຈິງອັນສໍາຄັນຕ່າງໆໃນການສ້າງສາປະເທດທີ່ເຂັ້ມແຂງທາງດ້ານກະສິກໍາໃນກອງປະຊຸມວຽກງານກະສິກໍາຂັ້ນສູນກາງທີ່ຈັດຂຶ້ນໃນທ້າຍປີ 2022.

ທ່ານ ສີຈິ້ນຜິງ ຊີ້ອອກວ່າການເຮັດວຽກຊົນນະບົດໃຫ້ດີ ເພື່ອບັນລຸຄວາມຈະເລີນຮຸ່ງເຮືອງຂອງຊົນນະບົດນັ້ນ ສິ່ງສໍາຄັນແມ່ນຂຶ້ນຢູ່ກັບພັກ. ການເລັ່ງລັດສ້າງສາປະເທດທີ່ເຂັ້ມແຂງທາງດ້ານກະສິກໍານັ້ນ ແມ່ນໄດ້ກວມເອົາຫລາຍຂະແໜງການ, ມີຂົງເຂດອັນກວ້າງຂວາງ ແລະກ່ຽວພັນກັບກຸ່ມຄົນອັນມະຫາສານ ເຊິ່ງຕ້ອງໄດ້ຍຶດໝັ້ນ ແລະເພີ່ມທະວີການນໍາພາຢ່າງຮອບດ້ານຂອງພັກທີ່ມີຕໍ່ວຽກງານກະສິກຳ, ຊົນນະບົດ ແລະກະສິກອນ, ເຕົ້າໂຮມກໍາລັງແຮງ ແລະຊັບພະຍາກອນໃນທົ່ວສັງຄົມ ເພື່ອຊຸກຍູ້ການສ້າງສາປະເທດທີ່ເຂັ້ມແຂງທາງດ້ານກະສິກໍາໃຫ້ກ້າວໄປຂ້າງໜ້າຢ່າງໝັ້ນທ່ຽງ. ໃນທ່າມກາງການປະຕິບັດຕົວຈິງເພື່ອລຶບລ້າງຄວາມທຸກຍາກ ແລະສ້າງຄວາມຈະເລີນຮຸ່ງເຮືອງຢູ່ຊົນນະບົດທີ່ເປັນໄລຍະຍາວຜ່ານມານັ້ນ, ຈີນໄດ້ຄົ້ນພົບ ແລະສະຫລຸບບົດຮຽນປະສົບການທີ່ດີໄດ້ຈໍານວນໜຶ່ງ.

ປັບປຸງກົນໄກນໍາພາ ແລະຈັດຕັ້ງປະຕິບັດຢ່າງຮອບດ້ານຂອງພັກໃຫ້ສົມບູນ. ເສີມຂະຫຍາຍບົດບາດໃນການຊີ້ນໍາໂດຍລວມ ແລະປະສານສົມທົບກັບຝ່າຍຕ່າງໆຂອງພັກຢ່າງເຕັມສ່ວນ, ເພື່ອຮັບປະກັນແຜນນະໂຍບາຍຂອງສູນກາງພັກໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະໄດ້ຮັບໝາກຜົນຕົວຈິງ. ເພີ່ມທະວີການສ້າງການຈັດຕັ້ງພັກຂັ້ນຮາກຖານຢູ່ຊົນນະບົດ, ແຕ່ງຕັ້ງ ແລະນໍາໃຊ້ເລຂາຜູ້ທີ 1 ປະຈໍາບ້ານ ກໍຄືໜ່ວຍງານປະຈໍາບ້ານທີ່ມີຄວາມສາມາດໃຫ້ດີ ເພື່ອສ້າງເປັນປ້ອມໝັ້ນທີ່ເຂັ້ມແຂງສາມາດບັນລຸການນໍາພາຂອງພັກໃຫ້ປາກົດຜົນເປັນຈິງຢ່າງມີປະສິດທິຜົນ.

ປັບປຸງກົນໄກຄໍ້າປະກັນທາງດ້ານບຸກຄະລາກອນໃຫ້ສົມບູນ. ຍຶດໝັ້ນການປະສານສົມທົບກັນລະຫວ່າງການອົບຮົມບຸກຄະລາກອນດ້ວຍຕົນເອງກັບການນໍາເຂົ້າບຸກຄະລາກອນຈາກພາຍນອກ, ສົ່ງເສີມໃຫ້ບຸກຄະລາກອນລົງສູ່ຊົນນະບົດ, ສ້າງຊ່ອງທາງໃຫ້ແກ່ບຸກຄະລາກອນໃນຕົວເມືອງເປັນຕົ້ນແມ່ນບຸກຄະລາກອນໃນຂະແໜງການການສຶກສາ, ວິທະຍາສາດ-ເຕັກໂນໂລຊີ, ວັດທະນະທໍາ, ສາທາລະນະສຸກ ແລະອື່ນໆນັ້ນໄປບໍລິການຢູ່ຊົນນະບົດ, ເພື່ອດຶງດູດເຮັດໃຫ້ບຸກຄະລາກອນປະກອບສ່ວນເຂົ້າໃນການປະຕິບັດຕົວຈິງເພື່ອສ້າງສາປະເທດທີ່ເຂັ້ມແຂງທາງດ້ານກະສິກໍາໃຫ້ຫລາຍກວ່າເກົ່າ.

ປັບປຸງກົນໄກລົງທຶນ ແລະການຮັບປະກັນໃຫ້ສົມບູນ. ເສີມຂະຫຍາຍບົດບາດການຮັບປະກັນດ້ານການເງິນ, ປັບປຸງກົນໄກການປະສານສົມທົບທຶນຮອນທີ່ກ່ຽວພັນກັບວຽກງານກະສິກໍາໃນໄລຍະຍາວໃຫ້ສົມບູນ, ຍົກລະດັບປະສິດທິຜົນໃນການນໍາໃຊ້ເງິນທຶນ. ພັດທະນາການທະນາຄານທີ່ໃຫ້ຜົນປະໂຫຍດຢ່າງທົ່ວເຖິງຢູ່ຊົນນະບົດ, ປະດິດສ້າງຜະລິດຕະພັນ ແລະການບໍລິການທາງດ້ານການທະນາຄານ, ສົ່ງເສີມ ແລະຊີ້ນໍາທຶນຮອນຈາກສັງຄົມໄປລົງທຶນຢູ່ຊົນນະບົດ ແລະວຽກກະສິກໍາ ເພື່ອສະໜັບສະໜູນການພັດທະນາອຸດສາຫະກໍາກໍຄືການກໍ່ສ້າງພື້ນຖານໂຄງລ່າງຢູ່ຊົນນະບົດ.

ປັບປຸງກົນໄກການມີສ່ວນຮ່ວມຂອງທົ່ວສັງຄົມໃຫ້ສົມບູນ. ເສີມຂະຫຍາຍບົດບາດສ້າງນະໂຍບາຍ ແລະໃຫ້ຄໍາປຶກສາຂອງຄັງປັນຍາ ແລະຜູ້ຊ່ຽວຊານ, ເພື່ອສ້າງບັນຍາກາດທີ່ດີທີ່ໃຫ້ຄວາມສໍາຄັນກັບຊົນນະບົດ ແລະສ້າງຄວາມເຂັ້ມແຂງໃຫ້ແກ່ຊົນນະບົດ. ປຸກລະດົມລັດວິສາຫະກິດ, ວິສາຫະກິດທີ່ບໍ່ແມ່ນລະບອບກຳມະສິດສ່ວນລວມ, ສະຖາບັນການສຶກສາຊັ້ນສູງ, ສະຖາບັນຄົ້ນຄວ້າວິທະຍາສາດ ແລະອົງການຈັດຕັ້ງຕ່າງໆເພື່ອປະກອບສ່ວນເຂົ້າໃນການສະໜັບສະໜູນການສ້າງສາປະເທດທີ່ເຂັ້ມແຂງທາງດ້ານກະສິກໍາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments