Sunday, September 22, 2024
Homeຂ່າວພາຍໃນປີຜ່ານມາ ສາທາລະນະສຸກ ນວ ມີຜົນງານພົ້ນເດັ່ນຫຼາຍດ້ານ

ປີຜ່ານມາ ສາທາລະນະສຸກ ນວ ມີຜົນງານພົ້ນເດັ່ນຫຼາຍດ້ານ

ທ່ານ ນາງ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ໄດ້ລາຍງານຜົນງານພົ້ນເດັ່ນ ດ້ານວຽກງານໂພຊະນາການສາທາລະນະສຸກນະຄອນຫຼວງວຽງຈັນ (ນວ) ໃນໄລຍະ ປີ 2022 ຕໍ່ກອງປະຊຸມແຫ່ງຊາດດ້ານໂພຊະນາການຄັ້ງທີ VIII ແລະ ກອງປະຊຸມຄະນະກຳມະການແຫ່ງຊາດດ້ານໂພຊະນາການປະຈຳປີ 2022 ພາຍໃຕ້ຫົວຂໍ້: ໂພຊະນາການເພື່ອການພັດທະນາແບບຍືນຍົງ ໃນວັນທີ 21 ກຸມພາ ນີ້ ທີ່ນະຄອນຫຼວວຽງຈັນວ່າ: ສຳລັບໂຕຊີ້ບອກທາງດ້ານວຽກງານໂພຊະນາການ ທີ່ພົວພັນກັບວຽກງານໂພຊະນາການໃນສາທາລະນະສຸກ ນວ ມີ 2 ໂຕຊີ້ບອກຄື: 1. ແມ່ນອັດຕາສ່ວນຮ້ອຍຂອງເດັກລຸ່ມ 5 ປີ ທີ່ມີນໍ້າໜັກຕໍ່າກວ່າມາດຕະຖານຄາດໝາຍຂອງ ນວ ແມ່ນ 7,8% ແຕ່ວ່າການຈັດຕັ້ງປະຕິບັດໃນປີ 2022 ປະຕິບັດໄດ້ 1,19% ແລະ 2. ແມ່ນອັດຕາສ່ວນຮ້ອຍຂອງເດັກລຸ່ມ 5 ປີທີ່ມີລວງສູງຫຼຸດມາດຕະຖານຄາດໝາຍແມ່ນ 12,6% ແຕ່ສາມາດປະຕິບັດໄດ້ 0,87%, ສອງຄາດໝາຍ ຫຼື ໂຕຊີ້ບອກນີ້ ນວ ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້.

ຫົວໜ້າພະແນກສາທາລະນະສຸກ ນວ ໄດ້ກ່າວລາຍງານວ່າ: ສຳລັບຜົນງານທີ່ພົ້ນເດັ່ນມີຄື: ໃນກຸ່ມກິດຈະກຳໃນວຽກງານສາທາລະນະສຸກໂດຍສະເພາະແມ່ນອັດຕາສ່ວນຮ້ອຍຂອງເດັກນ້ອຍເກີດໃໝ່ທີ່ໄດ້ເລີ່ມກິນນົມແມ່ແຕ່ພາຍໃນ 1 ຊົ່ວໂມງ ຫຼັງເກີດບັນລຸ 65%, ເດັກນ້ອຍລຸ່ມ 6 ເດືອນທີ່ໄດ້ກິນນົມແມ່ພຽງຢ່າງດຽວໄດ້ 7.000 ກວ່າຄົນ ແລະ ເດັກນ້ອຍອາຍຸ 6 ເດືອນຫາ 11 ເດືອນທີ່ໄດ້ຮັບວິຕາມິນ A ມີ 6.200 ກວ່າຄົນ ກວມເອົາ 35%, ເດັກນ້ອຍອາຍຸ 12 ເດືອນ ຫາ 19 ເດືອນ ແມ່ນໄດ້ຮັບວິຕາມິນ A ມີ ຈໍານວນ 19.000 ກວ່າຄົນ ກວມເອົາ 26%, ສ່ວນອັດຕາການຊົມໃຊ້ນໍ້າສະອາດ ແລະ ອັດຕາການຊົມໃຊ້ວິດຖ່າຍຂອງປະຊາກອນ ກວມເອົາ 100% ແລະ ເດັກນ້ອຍອາຍຸ ຕ່ຳກວ່າ 1 ປີ ທີ່ໄດ້ຮັບວັກຊິນກັນພະຍາດໄອໄກ່, ຄໍຕີບ, ບາດທະຍັກ, ອັກເສບຕັບຊະນິດບີ, ອັກເສບປອດ (ພະຍາດແພນຕ້າ) ເຂັມທີ 3 ປະຕິບັດໄດ້ 71,8%, ເດັກນ້ອຍ 12 ເດືອນ ຫາ 19 ເດືອນທີ່ໄດ້ຮັບຢາຂ້າແມ່ທ້ອງ ກວມຢູ່ 26%.

ພ້ອມນີ້ ຍັງມີຂະແໜງການສາທາລະນະສຸກເມືອງ ແລະ ຮ່ວມກັບຂະແໜງການສຶກສາໄດ້ເປີດຂະບວນການສັກວັກຊິນກັນພະຍາດໂຄວິດ-19 ໃຫ້ກຸ່ມນັກຮຽນອາຍຸ 5-11 ປີ ໃນໂຮງຮຽນ ຊຶ່ງບັນລຸໄດ້ 98% ແລະ ໄດ້ສັກວັກຊິນປ້ອງກັນມະເຮັງປາກມົດລູກໃຫ້ເດັກອາຍຸ 12 ຫາ 18 ປີ ໃນໂຮງຮຽນເຊັ່ນດຽວກັນ ແລະ ຜົນງານທີ່ພົ້ນເດັ່ນຂອງຂະແໜງການອ້ອມຂ້າງຄື: ຂະແໜງການກະສິກຳ, ນາແຊງ, ນາຫວ່ານໄດ້ 95,26%, ການປູກພືດຜັກ ແລະ ຕົ້ນໄມ້ໃຫ້ໝາກໄດ້ 27,2%, ພືດອຸດສາຫະກໍາປູກໄດ້ລື່ນແຜນການ 17,7% ສາມາດສະໜອງທາດຊີ້ນ, ປາ, ໄຂ່ໃຫ້ ນວ ໄດ້ 66.000 ໂຕນ, ປະຕິບັດລື່ນແຜນ 2% ແລະ ຜົນງານດ້ານຂະແໜງສຶກສາທິການ ແລະ ກິລາ ອັດຕາສ່ວນຮ້ອຍຂອງນັກຮຽນໃນໂຮງຮຽນປະຖົມທີ່ໄດ້ຮັບຢາຂ້າແມ່ທ້ອງກວມຢູ່ 92%. ໃນນັ້ນ, ໂຮງຮຽນອະນຸບານ ແລະ ໂຮງຮຽນປະຖົມໄດ້ນໍາໃຊ້ແຫຼ່ງນໍ້າດື່ມທີ່ສະອາດ, ປອດໄພກວມເອົາ 87%, ໂຮງຮຽນອະນຸບານ ແລະ ປະຖົມທີ່ນໍາໃຊສິ່ງອໍານວຍຄວາມສະດວກດ້ານສຸຂາພິບານໂດຍສະເພາະວິດຖ່າຍກວມເອົາ 54%, ໂຮງຮຽນອະນຸບານ ແລະ ໂຮງຮຽນປະຖົມ ທີ່ນໍາໃຊ້ສະຖານທີ່ລ້າງມືດ້ວຍສະບູ່ກວມຢູ່ 82%. ນອກນັ້ນ, ຍັງມີໂຄງການອາຫານທ່ຽງຢູ່ໃນໂຮງຮຽນຂອງເມືອງສັງທອງ ນວ 17 ແຫ່ງ ແລະ ນັກຮຽນໄດ້ຮັບອາຫານທ່ຽງກວມ 100%.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments