Sunday, September 22, 2024
Homeຂ່າວພາຍໃນອົງການກວດສອບແຫ່ງລັດ ປາຖະກະຖາມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານລາວ

ອົງການກວດສອບແຫ່ງລັດ ປາຖະກະຖາມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານລາວ

ໃນວັນທີ 22ກຸມພານີ້ ອົງການກວດສອບແຫ່ງລັດ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 67 ປີ (1 ກຸມພາ 1956 ຫາ 1 ກຸມພາ 2023). ໂດຍໃຫ້ກຽດເປັນປະທານ ແລະປາຖະກະຖາ ຂອງສະຫາຍເຄນ ລໍວັນໄຊ ຮອງເລຂາຄະນະພັກຮອງປະທານອົງການກວດສອບແຫ່ງລັດເຂົ້າຮ່ວມຮັບຟັງໃນຄັ້ງນີ້ປະກອບມີບັນດາສະຫາຍ ຄະນະນຳຫ້ອງການ, ບັນດາກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ, ສະມາຊິກກຳມະບານ ພາຍໃນອົງການກວດສອບແຫ່ງລັດ ເຂົ້າຮ່ວມຮັບຟັງ.

ໃນພິທີ ສະຫາຍ ເຄນ ລໍວັນໄຊ ໄດ້ຫວນຄືນມູນເຊື້ອ, ປະຫວັດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກຳມະບານລາວ, ທັງຍົກໃຫ້ເຫັນຂະບວນວິວັດປະຫວັດສາດ ຂອງອົງການຈັດຕັ້ງກຳມະບານລາວ ທີ່ນັບມື້ນັບຂະຫຍາຍຕົວຢ່າງແຂງແຮງ, ຜົນສຳເລັດອັນພົ້ນເດັ່ນໃນຫຼາຍດ້ານ, ທິດທາງໃນການພັດທະນາວຽກງານກຳມະບານລາວ ຢ່າງຕັ້ງໜ້າ ແລະ ຕິດພັນກັບການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ, ພ້ອມນີ້ ກໍເພື່ອເປັນການສຶກສາອົບຮົມການເມືອງ-ແນວຄິດ ໃນຖັນແຖວກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານ ກໍຄືສະມາຊິກກຳມະບານ ພາຍໃນອົງການກວດສອບແຫ່ງລັດ ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກຳມະບານລາວ, ຄວາມໝາຍ ແລະ ຄວາມສຳຄັນ ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະຫະພັນກຳມະບານລາວ ໃນໄລຍະໃໝ່, ພ້ອມທັງເປັນການເສີມຂະຫຍາຍທາດແທ້, ມູນເຊື້ອປະຕິວັດ, ຄຸນລັກສະນະອັນດີເລີດຂອງຊົນຊັ້ນກຳມະກອນລາວ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ແນໃນປຸກລະດົມ ແລະ ເປັນການສ້າງຈິດສຳນຶກໃຫ້ແກ່ສະມາຊິກກຳມະບານໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນ ໃນການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານສືບທອດ ທີ່ມີຄຸນສົມບັດສິນທຳປະຕິວັດ.

ພ້ອມດຽວກັນນັ້ນ, ສະຫາຍ ຍັງໄດ້ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມສາມັນ ຄົບຄະນະບໍລິຫານ ງານສູນກາງສະຫະພັນກຳມະບານລາວ ຄັ້ງທີ 3 ສະໄໝທີ VIII ທີ່ໄດ້ຮັບຮອງເອົາບົດສະຫຼຸບຕີລາຄາສະພາບການເຄື່ອນໄຫວວຽກງານກຳມະບານ ປະຈຳປີ 2022 ເພື່ອນຳໄປຈັດຕັ້ງປະຕິບັດຜັນຂະຫຍາຍເຂົ້າ ໃນໜ້າທີ່ວຽກງານ ຂອງສະຫະພັນກຳມະບານ ອົງການກວດສອບແຫ່ງລັດ ໃຫ້ໄດ້ຮັບຜົນດີ.

ຂ່າວ: ອົງການກວດສອບແຫ່ງລັດ

ພາບ:ພູວຽງຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments